14/10/2026
ໃນລະຫວ່າງວັນທີ 8 – 10 ຕຸລາ 2026, ນຳພາໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ ລັດຖະມົນຕີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ສປປ ລາວ ພ້ອມດ້ວຍຄະນະຜູ້ແທນ ໄດ້ເຂົ້າຮ່ວມງານ Global Digital Forum (GDF) ຄັ້ງທີ 2 ທີ່ນະຄອນຫຼວງມົດສະກູ, ສະຫະພັນຣັດເຊຍ ພາຍໃຕ້ຫົວຂໍ້ "ອະທິປະໄຕດ້ານດີຈີຕອນ" (Digital Sovereignty).


ກອງປະຊຸມໃນປີນີ້, ໄດ້ມີຫົວຂໍ້ນຳສະເໜີທີ່ຫຼາກຫຼາຍ ເຊິ່ງປະກອບມີປະມານ 40 ກອງປະຊຸມຍ່ອຍ ເຊັ່ນ: ກອງປະຊຸມກ່ຽວກັບອະທິປະໄຕດ້ານດີຈີຕອນ, ການສົ່ງອອກໂຊລູຊັນດ້ານດີຈີຕອນ, ການຄຸ້ມຄອງດ້ານປັນຍາປະດິດ (AI), ການນຳໃຊ້ AI ໃນການບໍລິຫານຕົວເມືອງ ແລະ ການສ້າງເນື້ອຫາ, ຄວາມປອດໄພຂໍ້ມູນຂ່າວສານສາກົນ ແລະ ການຕ້ານອາຊະຍາກຳທາງໄຊເບີ, ລະບົບສື່ສານຜ່ານດາວທຽມ ແລະ ອື່ນໆ. ນອກຈາກນີ້, ຍັງລວມມີກອງປະຊຸມລະດັບສູງຂັ້ນລັດຖະມົນຕີ, ກອງປະຊຸມພົບປະສອງຝ່າຍ, ຫົວຂໍ້ສຳລັບພາກທຸລະກິດ ແລະ ການຈັດງານວາງສະແດງຜະລິດຕະພັນ ພ້ອມດ້ວຍພິທີລົງນາມໃນສັນຍາຕ່າງໆ. ຊຶ່ງງານນີ້ມີຜູ້ແທນເຂົ້າຮ່ວມຈາກ 100 ກວ່າປະເທດ ຂອງທະວີບອາຟຣິກາ, ອາຊີ, ອາເມລິກາ ແລະ ເອີຣົບ ລວມທັງໝົດປະມານ 1,300 ຄົນ.


ສຳລັບ ສປປ ລາວ ກໍຄື ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ເຂົ້າຮ່ວມກອງປະຊຸມສຳຄັນຫຼາຍ ກອງປະຊຸມ ຄື: ກອງປະຊຸມຄັ້ງທີ 6 ລະຫວ່າງ ຣັດເຊຍ ແລະ ອາຊຽນ ກ່ຽວກັບປະເດັນດ້ານຄວາມໝັ້ນຄົງ ICT ເຊິ່ງເປັນປະທານໂດຍ ທ່ານ Alexander Alimov ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ Alexander Shoitov ຮອງລັດຖະມົນຕີ ກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນ ແຫ່ງສະຫະພັນຣັດເຊຍ, ກອງປະຊຸມສົນທະນາແລກປ່ຽນລະຫວ່າງພາກລັດ ແລະ ພາກທຸລະກິດ ນຳໂດຍ ທ່ານ Maxim Oreshkin, ຮອງຫົວໜ້າຄະນະເສນາທິການ ປະຈຳຫ້ອງວ່າການປະທານປະເທດ ພ້ອມທັງມີການພົບປະກັບບັນດາລັດຖະມົນຕີຈາກຕ່າງປະເທດ,ກອງປະຊຸມລະດັບສູງ: ການແຂ່ງຂັນດ້ານ AI, ຢ້ຽມຊົມ ແລະ ຢ້ຽມຢາມ ຫ້ອງວາງສະແດງຜະລິດຕະພັນ ຂອງຫຼາກຫຼາຍບໍລິສັດທີ່ເຂົ້າວາງສະແດງ ເຊັ່ນ: ບໍລິສັດ BAIBO 1440, ບໍລິສັດ Astra, ບໍລິສັດ Kaspersky ແລະ ບໍລິສັດອື່ນໆ.



ພ້ອມດຽວກັນນີ້, ທ່ານລັດຖະມົນຕີພ້ອມດ້ວຍຄະນະ ກໍໄດ້ເຂົ້າຮ່ວມກອງປະຊຸມພົບປະສອງຝ່າຍ ກັບທ່ານ Maksut Shadayev ລັດຖະມົນຕີ ກະຊວງພັດທະນາດີຈີຕອນ, ການສື່ສານ ແລະ ສື່ມວນຊົນ ແຫ່ງ ສະຫະພັນ ຣັດເຊຍ ພ້ອມດ້ວຍຄະນະ ເພື່ອປຶກສາຫາລື ການຮ່ວມມືກ່ຽວກັບວຽກງານໄຊເບີ ລະຫວ່າງກັນ.

