15/10/2026
ໃນວັນທີ 9 ຕຸລາ 2026, ກົມເຕັກໂນໂລຊີ ແລະ ນະວັດຕະກຳ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດການຝຶກອົບຮົມກ່ຽວກັບການນຳໃຊ້ເຕັກໂນໂລຊີເຄື່ອງຈັກ, ການທົດລອງເຄມີ ແລະ ການຜະລິດຕົວຢ່າງ ຂຶ້ນພາຍໃຕ້ໂຄງການ ຄົ້ນຄວ້ານຳໃຊ້ເຕັກໂນໂລຊີ ເພື່ອແປຮູບວັດຖຸດິບທຳມະຊາດ ຢູ່ທີ່ຄະນະວິທະຍາສາດປ່າໄມ້. ໂດຍການເປັນປະທານຮ່ວມຂອງ ທ່ານ ສຈ. ປອ ສີທອງ ທອງມະນີວົງ, ຫົວໜ້າຄະນະວິຊາວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ທັນວາ ສີສຸລາດ, ຄະນະຫນ່ວຍພັກ, ຫົວໜ້າພະແນກສັງລວມ, ກົມເຕັກໂນໂລຊີ ແລະ ນະວັດຕະກຳ ມີຜູ້ເຂົ້າຮ່ວມຈາກພະແນກເຕັກໂນໂລຊີ ແລະ ການສື່ສານແຂວງວຽງຈັນ, ແຂວງຫລວງພະບາງ ແລະ ນະຄອນຫລວງວຽງຈັນ, ມີພະນັກງານ ແລະ ນັກສຶກສາຈາກຄະນະວິທະຍາສາດປ່າໄມ້ເຂົ້າຮ່ວມຫລາຍກ່ວາ 40 ທ່ານ.


ການຝຶກອົບຮົມໃນຄັ້ງນີ້, ແມ່ນໜຶ່ງກິດຈະກຳ ໃນການຈັດຕັ້ງຜັນຂະຫຍາຍຍຸດທະສາດການພັດທະນາເສດຖະກິດດີຈີຕອນ ແຫ່ງຊາດ (2021-2030) ແລະ ແຜນພັດທະນາ ເສດຖະກິດດີຈີຕອນແຫ່ງຊາດ ໄລຍະ 5 ປີ (2021-2025) ຂອງ ກຕສ, ໂດຍສຸມໃສ່ການສົ່ງເສີມການຮ່ວມມືລະຫວ່າງ ພາກລັດ ແລະ ມະຫາວິທະຍາໄລ/ສະຖາບັນຄົ້ນຄວ້າ ເພື່ອຖ່າຍທອດຄວາມຮູ້, ເຕັກນິກ ແລະ ວິທະຍາສາດ ໃນການແປຮູບວັດຖຸດິບ ໃຫ້ກາຍເປັນຜະລິດຕະພັນ ໃຫ້ແກ່ນັກສຳມະນາກອນ ສາມາດນຳເອົາບົດຮຽນໄປຕໍ່ຍອດ, ສ້າງຜະລິດຕະພັນນະວັດຕະກຳທີ່ເປັນມິດຕໍ່ສິ່ງແວດລ້ອມ ອອກຮັບໃຊ້ສັງຄົມ ແລະ ຊຸມຊົນ ເພື່ອຊ່ວຍສົ່ງເສີມການທ່ອງທ່ຽວສີຂຽວ ແລະ ຫຼຸດຜ່ອນການນຳໃຊ້ປຼາສະຕິກໂຟມ ໂດຍສະເພາະແມ່ນຢູ່ບັນດາແຫຼ່ງທ່ອງທ່ຽວ ແຂວງວຽງຈັນ ແລະ ແຂວງຫຼວງພະບາງ.
.jpeg)
ການຝຶກອົບຮົມໄດ້ລົງມືປະຕິບັດຕົວຈິງ ໃນຫຼາຍຂັ້ນຕອນ ເຊັ່ນ: ການແນະນຳການນຳໃຊ້ເຄື່ອງທົດລອງ, ການເກັບ, ຄັດເລືອກ ແລະ ອະນາໄມໃບໄມ້, ການທົດລອງປະສົມແປ້ງ ແລະ ກາວເຄມີ, ຈົນເຖິງການອັດໃບໄມ້ສັກ, ໃບຕອງ ດ້ວຍເຄື່ອງຈັກ ເພື່ອອອກມາເປັນຜະລິດຕະພັນຕົວແບບທີ່ສົມບູນ ແລະ ສາມາດນຳໄປໃຊ້ໄດ້ຈິງ.

.jpeg)

ຂໍ້ມູນ: ກົມເຕັກໂນໂລຊີ ແລະ ນະວັດຕະກຳ

