15/10/2026
ໃນວັນທີ 07 ຕຸລາ 2026, ທີ່ຫ້ອງປະຊຸມຊັ້ນ 02, ສູນອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາ ແລະ ສ້າງຂອບສະຖາປັດຕະຍະກໍາລັດຖະບານດີຈີຕອນ ຂອງ ສປປ ລາວ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສປປ ລາວ ແລະ ບໍລິສັດ VNPT, ສສ ຫວຽດນາມ. ເຊິ່ງໄດ້ຮັບກຽດເປັນປະທານໂດຍ ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ມີບັນດາທ່ານຫົວໜ້າ, ຮອງຫົວໜ້າກົມ/ທຽບເທົ່າພາຍໃນ ກຕສ, ປະທານບໍລິສັດ ແລະ ຜູ້ຕາງໜ້າຈາກບໍລິສັດ VNPT ເຂົ້າຮ່ວມທັງໝົດ 30 ທ່ານ.

.jpeg)
.jpeg)
ໃນພິທີ, ທ່ານ ຄໍາຜາຍ ອິນທະຣາ, ຮອງຫົວຫນ້າສູນບໍລິຫານລັດດິຈິຕອນ ໄດ້ຂຶ້ນລາຍງານ ແລະ ກ່າວຈຸດປະສົງ ໃນການສ້າງຂອບການຮ່ວມມືລະຫວ່າງສອງຝ່າຍ ໃນການສຶກສາ ແລະ ພັດທະນາສະຖາປັດຕະຍະກຳການຫັນເປັນດີຈີຕອນ ຂອງ ສປປ ລາວ (Digital Transformation Architecture Framework of the Lao PDR) ໂດຍນຳເອົາບົດຮຽນ ແລະ ປະສົບການຈາກການຫັນເປັນດີຈີຕອນ ຂອງ ສສ. ຫວຽດນາມ ມາເປັນຂໍ້ມູນອ້າງອີງ, ຄຽງຄູ່ກັບການວິເຄາະສະພາບຕົວຈິງ, ຄວາມຕ້ອງການພັດທະນາ, ຂີດຄວາມສາມາດດ້ານໂຄງລ່າງ, ຊັບພະຍາກອນ, ທິດທາງໃນການຫັນເປັນດີຈີຕອນພາຍໃຕ້ຂອບການ ຮ່ວມມື VNPT ຈະນຳໃຊ້ປະສົບການ ແລະ ຊ່ຽວຊານດ້ານລັດຖະບານດີຈີຕອນ, ສະຖາປັດຕະຍະກຳລະບົບ, ຂໍ້ມູນ, ແພລັດຟອມດີຈີຕອນ ແລະ ການຫັນເປັນດີຈີຕອນ ເພື່ອຮ່ວມສຶກສາ ແລະ ໃຫ້ຄຳປຶກສາແກ່ ກຕສ ໃນການສຳຫຼວດ, ສະໜອງຂໍ້ມູນທີ່ຈຳເປັນ ແລະ ໃຫ້ຄຳເຫັນຕໍ່ຜົນການສຶກສາໃນແຕ່ລະໄລຍະ.

ພິທີລົງນາມ ຕາງໜ້າກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍ ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຕາງໜ້າ ບໍລິສັດ VNPT ໂດຍ ທ່ານ To Dung Thai ປະທານສະພາບໍລິຫານ, ກຸ່ມບໍລິສັດ VNPT Group ສສ ຫວຽດນາມ ພ້ອມດ້ວຍສັກຂີພະຍານ ບັນດາແຂກທີ່ຖືກເຊີນ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຄະນະຜູ້ບໍລິຫານ ຂອງ ບໍລິສັດ ເຂົ້າຮ່ວມ.
:
ການລົງນາມ MOU ໃນຄັ້ງນີ້, ຖືເປັນອີກບາດກ້າວໜຶ່ງທີ່ສຳຄັນ ໃນການເສີມຂະຫຍາຍການຮ່ວມມືລະ ຫວ່າງ ກຕສ ແລະ VNPT Group ໃຫ້ມີເນື້ອໃນທີ່ເປັນຮູບປະທໍາຍິ່ງຂຶ້ນ, ພ້ອມທັງເປັນພື້ນຖານສຳຄັນໃນການສຶກສາ ແລະ ກຳນົດຂອບທິດທາງການຫັນເປັນດີຈີຕອນຂອງ ສປປ ລາວ ໃຫ້ມີຄວາມເປັນລະບົບ, ເຊື່ອມໂຍງ ແລະ ສອດຄ່ອງກັບທິດທາງການພັດທະນາດີຈີຕອນຂອງປະເທດໃນຕໍ່ໜ້າ.


ຂ່າວຈາກ ສູນບໍລິຫານລັດດີຈີຕອນ

