ລັດຖະມົນຕີ ກຕສ ອວຍພອນ ປະທານສະພາຄົນໃຫມ່
16/10/2026
ໃນຕອນບ່າຍຂອງວັນທີ 15 ຕຸລາ 2026, ທີ່ສະພາແຫ່ງຊາດ ທ່ານ ປອ ສັນຕິສຸກ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍຄະນະ ໄດ້ເຂົ້າ ອວຍພອນ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ເນື່ອງໃນໂອກາດໄດ້ຮັບເລືອກຕັ້ງເປັນປະທານສະພາແຫ່ງຊາດ ຄົນໃຫມ່.



