19/10/2026
ພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ຂັ້ນຕົ້ນ ຊຸດທີ I ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 19 ຕຸລາ 2026, ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ໂດຍການເປັນປະທານຮ່ວມຂອງ ສະຫາຍ ປອ ສັນຕິສຸກ ສິມມາລາວົງ, ກຳມະການສູນກາງພັກ, ເລຂາຄະນະບໍລະຫານງານພັກ, ລັດຖະມົນຕີ ກຕສ ແລະ ສະຫາຍ ປອ ຄຳໃບ ມາລາສິງ, ຄະນະປະຈຳພັກ, ປະທານຄະນະກວດກາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມີສະຫາຍເລຂາໜ່ວຍພັກຫ້ອງການ, ກົມ/ທຽບເທົ່າ, ບັນດາຄະນະພັກຮາກຖານ ບໍລິສັດລັດວິສາຫະກິດ ທີ່ຂຶ້ນກັບອົງຄະນະພັກ ກຕສ ແລະ ບັນດານັກຝຶກອົບຮົມ ທິດສະດີການເມືອງ ແລະ ການປົກຄອງ ເຂົ້າຮ່ວມ.
ຊຸດຝຶກອົບຮົມໃນຊຸດນີ້ເປັນຊຸດທຳອິດ ຊຶ່ງມີຈຸດປະສົງແນໃສ່ເຮັດໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ພາຍໃນກະຊວງ ໄດ້ຍົກລະດັບຄວາມຮູ້ຄວາມ, ເຂົ້າໃຈ ທາງດ້ານທິດສະດີການເມືອງ, ຄວາມເປັນເອກະພາບ ຕໍ່ແນວທາງການເມືອງຂອງພັກ, ແຜນນະໂຍບາຍຂອງລັດ ໃນໄລຍະໃໝ່ ແລະ ເຂົ້າໃຈຕໍ່ລະບຽບກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ຍົກສູງຄວາມຮູ້ກ່ຽວກັບຫຼັກການບໍລິຫານຈັດການພາຍໃນອົງກອນ ກໍຄືການຮຽນຮູ້ໃນການເປັນຜູ້ນຳ. ໂດຍຈະໄດ້ຄົ້ນຄວ້າ, ຮຽນຮູ້ ແລະ ຫຼໍ່ຫຼອມຕົນເອງຢ່າງເລິກເຊີ່ງ, ບັນດາບົດຮຽນທີ່ຈະໄດ້ຝຶກ ປະກອບດ້ວຍ 6 ວິຊາສໍາຄັນຄື: ວິຊາປັດຊະຍາ, ວິຊາປະຫວັດສາດ ແລະ ກໍ່ສ້າງພັກ, ວິຊາເສດຖະສາດການເມືອງ, ວິຊາລັດທິສັງຄົມນິຍົມວິທະຍາສາດ, ວິຊາຄຸ້ມຄອງບໍລິຫານລັດ, ແລະ ວິຊາແນວຄິດໄກສອນ ພົມວິຫານ. ເພື່ອກໍ່ສ້າງພະນັກງານ-ລັດຖະກອນ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ມີຄຸນທາດການເມືອງໜັກເເໜ້ນ, ສາມາດຈັດຕັ້ງຜັນຂະຫຍາຍເເນວທາງນະໂຍບາຍຂອງພັກ ມາປະກອບໃສ່ພຶດຕິກຳຕົວຈິງ ແລະ ວຽກງານການນຳພາຂອງຕົນຮັບຜິດຊອບ ໃຫ້ມີປະສິດທິພາບ ແລະ ປະສິດທີຜົນ.
ຜູ້ເຂົ້າຮ່ວມຝຶກອົບຮົມໃນຊຸດນີ້ ແມ່ນລ້ວນແຕ່ເປັນສະມາຊິກພັກ-ພະນັກງານຫຼັກແຫຼ່ງທີ່ບັນດາ ຮາກຖານພັກ ທົ່ວອົງຄະນະພັກກະຊວງເຕັກໂນໂລຊີ ແລະ ການສືສານ ເຊິ່ງໄດ້ຄັດເລືອກຜູ້ທີ່ເປັນພະນັກງານຫຼັກແຫຼ່ງ, ພະນັກງານ ນຳພາ-ຄຸ້ມຄອງ ມີຈຳນວນທັງໝົດ 66 ສະຫາຍ, ຍິງ 22 ສະຫາຍ. ການຝຶກອົບຮົມຈະໄດ້ດໍາເນີນໄປໃນລະຫວ່າງວັນທີ 19 ຕຸລາ - 18 ທັນວາ 2026 ຈຶ່ງຈະສໍາເລັດ.

ພາບ ແລະ ຂ່າວ: ເລັກເຊ່ຍ ສຸດທິວົງ

