21/10/2026
ໃນຕອນເຊົ້າຂອງວັນທີ 21 ຕຸລາ 2026, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມລະດັບສູງວ່າດ້ວຍການຫັນເປັນດີຈີຕອນ ຂອງ ສປປ ລາວ ປະຈຳປີ 2026 (High-Level Lao Digital Transformation Forum 2026), ທີ່ໂຮງແຮມຮໍລີເດອິນ, ນະຄອນຫຼວງວຽງຈັນ ພາຍໃຕ້ຄຳຂວັນ: “ຍູ້ແຮງການຫັນເປັນລັດຖະບານດີຈີຕອນ, ສ້າງແຮງງານດີຈີຕອນ, ຂັບເຄື່ອນນະວັດຕະກຳ ກ້າວສູ່ຍຸກປັນຍາປະດິດ (AI)”. ໃຫ້ກຽດເຂົ້າຮ່ວມເປັນປະທານ ໂດຍ ທ່ານ ພົອ ຄຳລຽງ ອຸທະໄກສອນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານ ປອ ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ຮອງປະທານ-ຜູ້ປະຈຳການ ຄະນະກຳມະການລະດັບຊາດ ເພື່ອການຫັນເປັນດີຈີຕອນ ຂອງ ສປປ ລາວ ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາທ່ານຄະນະປົກຄອງແຂວງ/ນະຄອນຫຼວງ, ບັນດາຜູ້ແທນຈາກຕ່າງປະເທດ, ບັນດາທ່ານທູຕານຸທູດ, ບັນດາຄະນະພະແນກ ຕສ ແຂວງ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ຜູ້ອຳນວຍການ ບໍລິສັດພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຫຼາຍກວ່າ 200 ທ່ານ.


ໃນກອງປະຊຸມ, ທ່ານ ປອ ສັນຕິສຸກ ສິມມາລາວົງ ໄດ້ກ່າວວ່າ: “ໃນຍຸກທີ່ເຕັກໂນໂລຊີ ແລະ ປັນຍາປະດິດຂັບເຄື່ອນໂລກຢ່າງວ່ອງໄວ, ການຫັນເປັນດີຈີຕອນບໍ່ແມ່ນພຽງທາງເລືອກ ແຕ່ແມ່ນຄວາມຈຳເປັນໃນການພັດທະນາເສດຖະກິດ-ສັງຄົມ ແລະ ເຫັນໄດ້ເຖິງຄວາມສຳຄັນດັ່ງກ່າວ, ຍຶດໝັ້ນ 3 ເສົາຄ້ຳຫຼັກຄື: ລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ ແລະ ສັງຄົມດີຈີຕອນ ທ່ານປະທານປະເທດ ຈຶ່ງສ້າງຕັ້ງຄະນະກຳມະການລະດັບຊາດ ເພື່ອຫັນເປັນດີຈີຕອນ ຂອງ ສປປ ລາວ ໂດຍມີ ພະນະທ່ານ ນາຍົກ ລັດຖະມົນຕີ ເປັນປະທານ”.

ໃນໂອກາດນີ້, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ໄດ້ກ່າວເຖິງຄວາມສຳຄັນໃນການຫັນເປັນດີຈີຕອນ ເຊິ່ງເປັນໜຶ່ງໃນວຽກງານການຜັນຂະຫຍາຍ ມະຕິກອງປະຊຸມໃຫ່ຍ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ 10 ຂອງ ສປປ ລາວ. ໂດຍສະເພາະ ການຍົກສູງປະສິດທິພາບການຄຸ້ມຄອງບໍລິຫານລັດ ໃຫ້ມີຄວາມກະທັດຮັດ, ວ່ອງໄວ, ໂປ່ງໃສ ແລະ ເຂັ້້ມງວດຕາມກົດໝາຍ, ການພັດທະນາເສດຖະກິດດີຈີຕອນ ໃຫ້ມີຄວາມເຂັ້ມແຂງ ເພື່ອຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ໃຫ້ມີການຂະຫຍາຍຕົວທີ່ຍືນຍົງ ກ້າວໄປສູ່ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ການພັດທະນາຊັບພະຍາກອນໃຫ້ມີຄຸນນະພາບສູງ ແລະ ສາມາດຮູ້ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ.

ກອງປະຊຸມໄດ້ຮັບຟັງ ແລະ ແລກປ່ຽນບົດຮຽນກ່ຽວກັບການຫັນເປັນດີຈີຕອນ, ປັນຍາປະດິດ ຂອງ ສປປ ລາວ ແລະ ບັນດາປະເທດອ້ອມຂ້າງ ເຊັ່ນ: ສປ ຈີນ, ສສ ຫວຽດນາມ, ຣາຊະອານາຈັກ ກຳປູເຈຍ ແລະ ຣາຊະອານາຈັກໄທ ເພື່ອນໍາເອົາຂໍ້ມູນດັ່ງກ່າວມາປັບໃຊ້ເຂົ້າໃນວຽກງານການຫັນເປັນດີຈີຕອນ ແລະ AI ຂອງ ສປປ ລາວ ໃຫ້ກາຍເປັນວຽກລະອຽດໃນແຕ່ລະຂະແໜງການ ທັງສູນກາງ ແລະ ທ້ອງຖິ່ນ ກໍຄື ທົ່ວປະເທດ ຢ່າງຮອບດ້ານ ແລະ ຮັບປະກັນໃຫ້ມີທ່າກ້າວເປັນຈັງຫວະດຽວກັນ.



