ພິທີເປີດງານສັບປະດາດີຈີຕອນລາວ ປະຈໍາປີ 2026

21/10/2026

ພິທີເປີດງານສັບປະດາດີຈີຕອນລາວ ປະຈໍາປີ 2026

ໃນຕອນບ່າຍ, ຂອງວັນທີ 21 ຕຸລາ 2026, ທີ່ສູນການຄ້າລາວ - ໄອເຕັກ, ນະຄອນຫຼວງວຽງຈັນ. ໄດ້ມີພິທີເປີດງານສັບປະດາດີຈີຕອນລາວ ປະຈໍາປີ 2026 (Lao Digital Week 2026) ຂຶ້ນຢ່າງເປັນທາງການ. ໂດຍໄດ້ຮັບກຽດຢ່າງສູງ ເຂົ້າຮ່ວມງານຄັ້ງນີ້ ໂດຍ ທ່ານ ພົອ ຄໍາລຽງ ອຸທະໄກສອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ. ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ແລະ ກ່າວເປີດງານໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ປະທານ, ຮອງປະທານ ຄະນະກຳມະການປົກຄອງແຂວງ,ນະຄອນຫຼວງວຽງຈັນ, ຄະນະຜູ້ແທນຈາກຕ່າງປະເທດ, ບັນດາທ່ານທຸຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ, ບັນດາທ່ານການນໍາອາວຸໂສ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ນັກຮຽນ -ນັກສຶກສາ ແລະ ມວນຊົນ ເຂົ້າຮ່ວມ ຫຼາຍກວ່າ 1000 ຄົນ.

ພ້ອມນີ້. ທ່ານ ປອ. ສັນຕິສຸກ ສິມມາລາວົງ ໄດ້ກ່າວວ່າ: ລັດຖະບານ ສປປ ລາວ, ໄດ້ຫັນປ່ຽນຈິນຕະນາການ ແບບແຜນວິທີເຮັດວຽກ ໄປສູ່ການຫັນເປັນທັນສະໄໝ, ປັບປຸງກົນໄກການຄຸ້ມຄອງມະຫາພາກ, ເພື່ອແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງີນ ໂດຍຖືເອົາການຫັນເປັນທັນສະໄໝ ແລະ ນຳໃຊ້ເຕັກໂນໂລຊີດີຈີຕອນ ເປັນຄວາມຈຳເປັນພາວະວິໄສ ເພືື່ອຍົກສູງປະສິດທິພາບຂອງການຄຸ້ມຄອງ, ການບໍລິຫານລັດ, ການດຳເນີນທຸລະກິດ ແລະ ຮູບແບບການດຳລົງຊີວິດ. ງານສັບປະດາດີຈີຕອນໃນຄັ້ງນີ້ ຈັດຂຶ້ນພາຍໃຕ້ຄໍາຂວັນ: “ ຍູ້ແຮງການຫັນເປັນລັດຖະບານດີຈີຕອນ, ສ້າງແຮງງານດີຈີຕອນ, ຂັບເຄື່ອນນະວັດຕະກຳ ກ້າວສູ່ຍຸກປັນຍາປະດິດ” ຈະເປັນເວທີແລກປ໋ຽນບົດຮຽນ ປະສົບການ, ຂໍ້ສະດວກ, ຂໍ້ຄົງຄ້າງ ແລະ ແຜນສຶບຕໍ່ ການພັດທະນາວຽກງານການຫັນເປັນດີຈີຕອນໃນຕໍ່ໜ້າຈາກການນຳລະດັບສູງທັງພາຍໃນ ແລະ ຕ່າງປະເທດ ເພື່ອພ້ອມກັນຂັບເຄື່ອນ ວຽກງານການຫັນເປັນດິຈີຕອນ ໃຫ້ເປັນຮູບປະທຳ. ງານດັ່ງກ່າວ ຈະປະກອບມີຫຼາຍກິດຈະກຳປີ່ນອອ້ມເປັນຕົ້ນ: ບູ້ດວາງສະແດງຫຼາຍກວ່າ 100 ຮ້ານ, ເວທີສຳມະນາແລກປ່ຽນບົດຮຽນຈາກຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງກິດຈະກຳສົ່ງເສີມຊາວໜຸ່ມ, ສະຕາດອັບ, ທຸລະກິດດີຈີຕອນ ແລະ ການແຂ່ງຂັນຜົນງານຕ່າງໆໃນຂົງເຂດດີຈີຕອນ ເພື່ອສະແດງຜົນງານ ແລະ ຜົນສໍາເລັດຂອງວຽກງານຂະແໜງເຕັກໂນໂລຊີ ແລະ ການສື່ສານ ເວົ້າລວມ, ເວົ້າສະເພາະ ແມ່ນວຽກງານການຫັນເປັນດີຈີຕອນ ແລະ ການສ້າງນະວັດຕະກຳໃໝ່ຂອງພາກລັດ, ພາກທຸລະກິດ ແລະ ສະຖາບັນການສືກສາ ຂອງ ສປປ ລາວ ແລະ ຂອງບັນດາປະເທດພາກພຶ້ນ.

ງານສັບປະດາດີຈີຕອນລາວ ປະຈໍາປີ 2026 ຈະຈັດຂຶ້ນ ໃນລະຫວ່າງວັນທີ 21-25 ຕຸລາ 2026, ໂດຍ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ສະມາຄົມ ໄອຊີທີ ແລະ ດີຈີຕອນລາວ (LIDA), ມີພາກທຸລະກິດຂອງຂະແໜງການດີຈີຕອນ, ຜູ້ໃຫ້ບໍລິການດ້ານໂທລະຄົມ, ອິນເຕີເນັດ ແລະ ທຸລະກິດປິ່ນອ້ອມອື່ນໆ ໄດ້ໃຫ້ການອຸປະຖຳ ແລະ ສະໜັບສະໜຸນ ແລະ ພ້ອມກັນກະກຽມ ແລະ ດຳເນີນງານສັບປະດາດີຈີຕອນ ໃຫ້ສຳເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

ຂ່າວ: ເລັກເຊ່ຍ ສຸດທິວົງ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ