23/10/2026
ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານເຕັກໂນໂລຊີ ແລະ ການສື່ສານ ໃນຂົງເຂດວິທະຍາສາດ ແລະ ສັງຄົມໃນໄລຍະປີ 2026-2031 ລະຫວ່າງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດຂຶ້ນໃນວັນທີ 22 ຕຸລາ 2026, ທີ່ສູນການຄ້າ ລາວ-ໄອເຕັກ, ນະຄອນຫຼວງວຽງຈັນ, ໃນງານສັບປະດາດີຈີຕອນລາວ, ທີ່ຈັດຂຶ້ນໃນລະຫວ່າງວັນທີ 21–25 ຕຸລາ 2026. ໂດຍມີ ທ່ານ ປອ ລີເບີ ລີບົວປາວ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມ
ແຫ່ງຊາດ, ທ່ານ ປອ ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກຕສ, ບັນດາທ່ານຮອງລັດຖະມົນຕີ ກຕສ, ຄະນະປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ບັນດາທ່ານຄະນະກົມ, ສູນ, ສະຖາບັນ, ອົງການ ພາຍໃນ ກຕສ ແລະ ສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ ເຂົ້າຮ່ວມ.

ບົດບັນທຶກຄວາມເຂົ້າໃຈສະບັບນີ້ ເປັນຂໍ້ລິເລີ່ມສໍາຄັນ ໃນການຮ່ວມມືລະຫວ່າງ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອຮ່ວມມືກັນໃນການຄົ້ນຄວ້າ, ພັດທະນາ ການນຳໃຊ້, ການບໍລິການ ແລະ ການຄຸ້ມຄອງການຫັນເປັນດີຈີຕອນ ເພື່ອຮັບໃຊ້ການປະຕິບັດ ພາລະບົດບາດຂອງ ສວສສຊ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂື້ນ. ທັງນີ້ ກໍເພື່ອສຶກສາຄົ້ນຄວ້າຄວາມເປັນໄປໄດ້ໃນການຮ່ວມມືກັນໃນຫຼາຍດ້ານ ເຊັ່ນ: ຄົ້ນຄວ້າວິທະຍາສາດສັງຄົມທີ່ພົວພັນກັບການພັດທະນາ ແລະ ການນໍາໃຊ້ເຕັກໂນໂລຊີ ແລະ ການສື່ສານ ເຊັ່ນ: ນະໂຍບາຍ, ລະບຽບ, ກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ, ຄົ້ນຄວ້າວິທະຍາສາດທໍາມະຊາດ ທີ່ພົວພັນເຖິງການພັດທະນາເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ, ນະວັດຕະກໍາໃໝ່ ແລະ ການຫັນເປັນດີຈີຕອນ, ຄົ້ນຄວ້ານຳໃຊ້ເຄື່ອງມືທີ່ເປັນ Hardware ແລະ ໂປແກຣມ Software ໃນການຫັນເປັນດີຈີຕອນໃນບັນດາຫ້ອງການ, ກົມ ແລະ ສະຖາບັນຄົ້ນຄວ້າ ຂອງ ສວສສຊ, ພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມສາມາດໃນການນໍາໃຊ້ເຕັກໂນໂລຊີ ແລະ ການສື່ສານ, ຈັດກອງປະຊຸມວິທະຍາສາດ ເພື່ອເຜີຍແຜ່ຜົນການຈັດຕັ້ງປະຕິບັດບົດບັນທຶກການຮ່ວມມືລະຫວ່າງ ກຕສ ແລະ ສວສສຊ, ສ້າງເຄືອຂ່າຍການຮ່ວມມືທາງດ້ານວິຊາການ ແລະ ລະດົມທຶນຮອນຈາກພາກສ່ວນອື່ນຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຈັດຕັ້ງປະຕິບັດ MOU ໃຫ້ມີປະສິດຕິຜົນ, ໃຫ້ການບໍລິການຜົນການຄົ້ນຄວ້າວິທະຍາສາດຂອງສະຖາບັນຄົ້ນຄວ້າວິທະຍາເສດຖະກິດ ແລະ ສັງຄົມແຫ່ງຊາດໃຫ້ແກ່ພັກ ແລະ ລັດຖະບານ ກໍຄືໃຫ້ແກ່ສັງຄົມເພື່ອໃຫ້ເກີດຜົນປະໂຫຍດສູງສຸດ, ຄຸ້ມຄອງ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດ ບົດບັນທຶກການຮ່ວມມືສະບັບນີ້ໃຫ້ມີປະສິດຕິພາບ ປະສິດຕິຜົນສູງສຸດ ແລະ ບໍ່ໃຫ້ນຳໃຊ້ໄປໃນທາງທີ່ບໍ່ດີຮັບປະກັນບໍ່ໃຫ້ຂໍ້ມູນຮົ່ວໄຫຼໂດຍທີ່ບໍ່ໄດ້ຮັບການອະນຸມັດ.
:
ໃຫ້ກຽດຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈໂດຍ ທ່ານ ປອ ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກຕສ ແລະ ທ່ານ ປອ ລີເບີ ລີບົວປາວ ປະທານ ສສວສສຊ. ໂດຍມີບັນດາທ່ານຮອງລັດຖະມົນຕີ, ຄະນະປະທານ ສສວສສຊ, ຄະນະກົມ/ຮອງກົມ ແລະ ບັນດາແຂກທີ່ຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.

.jpeg)

ພາບ ແລະ ຂ່າວ: ເລັກໄເຊ່ຍ ສຸດທິວົງ.

