ກອງປະຊຸມສຳມະນາ ຕ້ານ ແລະ ສະກັດກັ້ນ ໄພຄຸກຄາມໄຊເບີ ຂອງ ສປປ ລາວ

23/10/2026

ກອງປະຊຸມສຳມະນາ ຕ້ານ ແລະ ສະກັດກັ້ນ ໄພຄຸກຄາມໄຊເບີ ຂອງ ສປປ ລາວ

ກອງປະຊຸມສຳມະນາ ໃນຫົວຂໍ້ “ຕ້ານ ແລະ ສະກັດກັ້ນ ໄພຄຸກຄາມໄຊເບີ ຂອງ ສປປ ລາວ”   ໃນງານສັບປະດາດິຈິຕອນລາວ (Lao Digital Week) ປະຈໍາປີ 2026 ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 23 ຕຸລາ 2026, ທີ່ຫ້ອງປະຊຸມສູນການຄ້າ ລາວ-ໄອເຕັກ. ໂດຍການເປັນປະທານຂອງ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ມີບັນດາຄະນະຮັບຜິດຊອບກອງປະຊຸມສຳມະນາ ຄວາມປອດໄພທາງໄຊເບີ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ 18 ແຂວງ, ບັນດາຄະນະນັກວິທະຍາກອນ, ນັກສຳມາກອນ ເຂົ້າຮ່ວມ ຈຳນວນ 120 ກວ່າທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ກໍເພື່ອໃຫ້ຜູ້ເຂົ້າຮ່ວມ ໄດ້ຮູ້ເຖິງສະພາບລວມ ກ່ຽວກັບແຜນຍຸດທະສາດ ແລະ ນິຕິກຳຄຸ້ມຄອງດ້ານຄວາມປອດໄພໄຊເບີ ຂອງ ສປປ ລາວ, ຮັບຮູ້ ແລະ ຄວາມເຂົ້າໃຈ ກ່ຽວກັບຄວາມປອດໄພໄຊເບີ ໃນຍຸກການຫັນເປັນດີຈີຕອນ, ເຕັກໂນໂລຊີຕອບໂຕ້ໄພຄຸກຄາມທາງໄຊເບີ, ບົດບາດຄວາມສໍາຄັນຂອງພາກເອກະຊົນ ຕໍ່ກັບວຽກງານຄວາມປອດໄພໄຊເບີ, ເວທີສົນທະນາ ຄວາມປອດໄພທາງໄຊເບີ ໃນວຽກງານ ແລະ ຊີວິດປະຈໍາວັນ.  ທັງນີ້ ກໍເພື່ອສືບຕໍ່ເສີມຂະຫຍາຍຜົນສຳເລັດຂອງການຫັນເປັນດີຈີຕອນ ໃຫ້ສາມາດເຕີບໃຫຍ່ຂະຫຍາຍຕົວຢ່າງໜັກແໜ້ນ ໃນຂອບເຂດທົ່ວປະເທດ, ໂດຍສະເພາະການພັດທະນາ ແລະ ນຳໃຊ້ບັນດາເຄື່ອງມື ເຕັກໂນໂລຊີດີຈີຕອນທັນສະໄໝ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ ໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມ ກໍຄືປະຊາຊົນລາວບັນດາເຜົ່າ ໄປສູ່ຄວາມທັນສະໄໝ ແນ່ໃສ່ຊຸກຍູ້ໃຫ້ເສດຖະກິດໄດ້ຮັບການພັດທະນາຢ່າງໄວວາ ແລະ ໝັ້ນຄົງ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ