ພິທີເປີດ ການແຂ່ງຂັນຫຸ່ນຍົນ

22/10/2026

ພິທີເປີດ ການແຂ່ງຂັນຫຸ່ນຍົນ

ການແຂ່ງຂັນຫຸ່ນຍົນ Lao Youth Robot Competition (LYRC) ແລະ MBX Robot Challenge ໄດ້ເປີດຂຶ້ນໃນວັນທີ 22 ຕຸລາ 2026, ທີ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ ພາຍໃນງານ Lao Digital Week ປະຈໍາປີ 2026. ໂດຍການເຂົ້າຮ່ວມຂອງ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ມີບັນດາທ່ານຫົວໜ້າກົມ/ຮອງກົມພາຍໃນ ກຕສ, ພະແນກ ຕສ ແຂວງ ຂະແໜງການອ້ອມຂ້າງ, ບໍລິສັດ, ສະຖາບັນການສຶກສາ, ຜູ້ສະໜັບສະໜູນ, ບັນດາແຂກທີ່ຖືກເຊີນ ແລະ ນ້ອງໆນັກຮຽນ, ນັກແຂ່ງຂັນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະດັ່ງກ່າວ ທ່ານ ປະສິດທິເດດ ຫຼວງວິໄລ ຮັກສາການກົມເຕັກໂນໂລຊີດີຈີຕອນ, ກຕສ ໄດ້ຂຶ້ນກ່າວ ຈຸດປະສົງຂອງງານແຂ່ງຂັນຄັ້ງນີ້, ກໍເພື່ອສົ່ງເສີມຄວາມຮູ້ ແລະ ທັກສະດ້ານເຕັກໂນໂລຊີ ທັງເປັນການເປີດໂອກາດໃຫ້ນັກຮຽນໄດ້ຮຽນຮູ້ ແລະ ຝຶກຝົນທັກສະດ້ານວິທະຍາສາດ, ເຕັກໂນໂລຊີ, ວິສະວະກຳ ແລະ ຄະນິດສາດ (STEM), ການຂຽນໂປຣແກຣມ (Coding) ແລະ ການອອກແບບສ້າງຫຸ່ນຍົນ. ພ້ອມນັ້ນ, ຍັງຊ່ວຍພັດທະນາທັກສະການຄິດວິເຄາະ, ການແກ້ໄຂບັນຫາ ແລະ ຄວາມຄິດສ້າງສັນ ໂດຍເນັ້ນການນໍາຄວາມຮູ້ຈາກພາກທິດສະດີມາປະຍຸກໃຊ້ຜ່ານການລົງມືປະຕິບັດຈິງ, ເປັນເວທີແລກປ່ຽນ ແລະ ພັດທະນາທັກສະຮອບດ້ານ ໃຫ້ນັກຮຽນຈາກຫຼາຍສະຖາບັນການສຶກສາໄດ້ພົບປະ, ແລກປ່ຽນຄວາມຮູ້ ແລະ ປະສົບການ, ຝຶກທັກສະການເຮັດວຽກເປັນທີມ, ການວາງແຜນ ແລະ ການແກ້ໄຂບັນຫາຢ່າງເປັນລະບົບ. ພ້ອມທັງ ປູກຝັງຈິດໃຈການແຂ່ງຂັນຢ່າງສ້າງສັນ, ການເຄົາລົບກົດກະຕິກາ, ການມີວິໄນ ແລະ ການຍອມຮັບຜົນການແຂ່ງຂັນ, ວາງພື້ນຖານການພັດທະນາກໍາລັງແຮງງານດ້ານດີຈີຕອນໃນອະນາຄົດ ເພື່ອສົ່ງເສີມການເຊື່ອມໂຍງລະຫວ່າງພາກລັດ, ສະຖາບັນການສຶກສາ ແລະ ພາກເອກະຊົນ ໃນການສ້າງໂອກາດການຮຽນຮູ້ ແລະ ຄົ້ນພົບຜູ້ມີພອນສະຫວັນດ້ານເຕັກໂນໂລຊີ, ກະກຽມຊັບພະຍາກອນມະນຸດໃຫ້ມີຄວາມພ້ອມຕໍ່ຄວາມຕ້ອງການຂອງສັງຄົມ ແລະ ເສດຖະກິດດີຈີຕອນໃນອະນາຄົດ.

ໃນໂອກາດດັ່ງກ່າວ ທ່ານ ແກ້ວວິສຸກ ໂສລະພົມ ໄດ້ຂຶ້ນກ່າວເປີດການແຂ່ງຂັນຫຸ່ນຍົນ Lao Youth Robot Competition (LYRC) ແລະ MBX Robot Challenge ຢ່າງເປັນທາງການ. ຊຶ່ງປີນີ້ຈັດຂຶ້ນພາຍໃຕ້ ຄໍາຂວັນທີ່ວ່າ: “ຍູ້ແຮງການຫັນເປັນລັດຖະບານດີຈີຕອນ, ສ້າງແຮງງານດີຈີຕອນ, ຂັບເຄື່ອນນະວັດຕະກຳ ກ້າວສູ່ຍຸກປັນຍາປະດິດ” (Accelerating Digital Government, Cultivating a Digital Workforce, and Driving Innovation into the AI Era). ການຈັດກິດຈະກຳແຂ່ງຂັນຫຸ່ນຍົນໃນຄັ້ງນີ້ ຖືເປັນກິດຈະກຳສໍາຄັນໃນການຜັນຂະຫຍາຍ ຄໍາຂວັນຂອງງານໄປສູ່ການປະຕິບັດຕົວຈິງ. ໂດຍໄດ້ຮວບຮວມເອົາ 2 ການແຂ່ງຂັນໃຫຍ່ ເພື່ອເປີດໂອກາດໃຫ້ເຍົາວະຊົນລາວ ອາຍຸ 10-17 ປີ ຈາກທັງໂຮງຮຽນລັດຖະບານ ແລະ ໂຮງຮຽນເອກະຊົນ ໄດ້ເຂົ້າມາພັດທະນາທັກສະ STEM, ການຂຽນໂຄ້ດ (Coding) ແລະ ວິສະວະກຳ. ຜົນຂອງການແຂ່ງຂັນໃນຄັ້ງນີ້, ຈະສະທ້ອນໃຫ້ເຫັນເຖິງຄວາມສົນໃຈ ແລະ ຄວາມກະຕື້ລື້ລົ້ນຂອງເຍົາວະຊົນລາວໃນການຮຽນຮູ້ດ້ານຫຸ່ນຍົນ ແລະ ເຕັກໂນໂລຊີ. ນອກນີ້, ຍັງເປັນສັນຍານທີ່ດີໃນການຊຸກຍູ້ ການພັດທະນາທັກສະດີຈີຕອນຂອງນັກຮຽນໃຫ້ກວ້າງຂວາງ ແລະ ເລີກເຊິ່ງຍິ່ງຂຶ້ນ.

:

ປະກາດຜົນຂອງການແຂ່ງຂັນ ແລະ ພິທີມອບລາງວັນ ຈະຈັດຂຶ້ນໃນຕອນບ່າຍຂອງວັນທີ 25 ຕຸລາ 2026, ທີ່ສູນການຄ້າ ລາວ - ໄອເຕັກ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ