23/10/2026
ໃນຕອນເຊົ້າຂອງວັນທີ 23 ຕຸລາ 2026, ທີ່ງານສັບປະດາດີຈີຕອນ 2026, ສະຖາບັນເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ (IICT), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ມີພິທີສົ່ງມອບໂຄງການ Korea-ASEAN Digital Academy (KADA) ຂຶ້ນຢ່າງເປັນທາງການ ຈາກອົງການ NIPA ສ.ເກົາຫຼີ.ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ລີ ຈອງຮຽບ, ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດເກົາຫຼີ ປະຈຳ ສປປ ລາວ, ທ່ານ ປອ. ປະດັບໄຊ ໄຊຍະໂຄດ, ຫົວໜ້າສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ທ່ານ ແບ ແທຈູ, ຜູ້ຈັດການສະມາຄົມ KWISA, ຜູ້ຕາງໜ້າຈາກບັນດາກົມປິ່ນອ້ອມ, ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.



ໃນພິທີ, ປອ. ປະດັບໄຊ ໄຊຍະໂຄດ ໄດ້ກ່າວຄຳເຫັນ ແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນການຈັດຕັ້ງປະຕິດບັດໂຄງການ ຕະຫຼອດໄລຍະຜ່ານມາ. ໂຄງການ KADA ໄດ້ສຸມໃສ່ພັດທະນາຊັບພະຍາກອນມະນຸດດ້ານດີຈີຕອນ ຢ່າງໂດດເດັ່ນ ໂດຍຜ່ານການຈັດຝຶກອົບຮົມຫຼັກສູດຂັ້ນສູງ (ຫຼັກສູດ Full Stack Development, AIoT Development, AI) ສຳເລັດຫຼາຍກວ່າ 262 ຄົນ, ມີການສ້າງສື່ການສອນວິດີໂອມາດຕະຖານໃນ 11 ໂມດູນ, ມີການສະໜອງອຸປະກອນ ICT ທີ່ທັນສະໄໝ ແລະ ຍົກລະດັບຫ້ອງຮຽນດີຈີຕອນ ພ້ອມທັງເຊື່ອມໂຍງແຮງງານ ແລະ ຜູ້ປະກອບການຜ່ານງານ KADA ICT Job Fair. ນອກຈາກນີ້, ຍັງໄດ້ມີການຈັດກິດຈະກຳອື່ນໆປິ່ນອ້ອມເຊັ່ນ: ການຝຶກອົບຮົມຄູຝຶກ (Training of Trainers), ການສຳມະນາໃຫ້ແກ່ນັກສຶກສາ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດຫຼາຍກວ່າ 450 ເທື່ອຄົນ.
:
ພາຍຫຼັງການສົ່ງມອບໃນຄັ້ງນີ້, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ພ້ອມແລ້ວທີ່ຈະສືບຕໍ່ຄຸ້ມຄອງ, ຕໍ່ຍອດ ແລະ ຜັນຂະຫຍາຍຜົນງານຂອງສູນ KADA ໃຫ້ກາຍເປັນ ສູນແຫ່ງການຮຽນຮູ້ ແລະ ເປັນໜໍ່ແໜງອັນແຂງແກ່ນ ໃນການສ້າງກຳລັງແຮງງານດີຈີຕອນ ເພື່ອຂັບເຄື່ອນເສດຖະກິດດີຈີຕອນຂອງ ສປປ ລາວ ໃຫ້ກ້າວໜ້າຢ່າງຍືນຍົງ.




