ພີທີປິດງານສັບປະດາດີຈີຕອນລາວ (Lao Digital Week) ປະຈຳປີ 2026

27/10/2026

ພີທີປິດງານສັບປະດາດີຈີຕອນລາວ (Lao Digital Week) ປະຈຳປີ 2026

ໃນຕອນແລງ, ຂອງວັນທີ 25 ຕຸລາ 2026, ທີ່ສູນວາງສະແດງສິນຄ້າ ລາວ-ໄອເຕັກ, ນະຄອນຫລວງວຽງຈັນ. ໄດ້ຈັດພີທີປິດ ງານສັບປະດາດິຈິຕອນລາວ (Lao Digital Week) ປະຈຳປີ 2026. ໂດຍການເຂົ້າຮ່ວມເປັນປະທານກ່າວປິດຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີທ່ານຮອງລັດຖະມົນຕີ, ບັນດາຄະນະກົມ/ທຽບເທົ່າ ອອ້ມຂ້າງກະຊວງ, ຄະນະຜູ້ອຳນວຍການ, ຜູ້ຕາງໜ້າບັນດາບໍລິສັດ ແລະ ຜູ້ປະກອບການທີ່ໃຫ້ການຜູ້ສະໜັບສະໜູນ ເຂົ້າຮ່ວມວາງສະແດງ, ນັກວິທະຍາກອນ, ແຂກຖືກເຊີນ, ນັກຮຽນ ນັກສຶກສາ ແລະ ສື່ມວນຊົນ ເຂົ້າຮ່ວມຫຼາຍກວ່າ 300 ຄົນ.

ໃນພິທີດັ່ງກ່າວ ທ່ານ ນາງ ເກສອນ ສຸລິວົງ ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ຮອງຄະນະຮັບຜິດຊອບຊີ້ນໍາລວມ ໄດ້ຂື້ນລາຍງານຫຍໍ້ກ່ຽວກັບຜົນສຳເລັດຂອງການຈັດງານ. ພ້ອມດ້ວຍ ທ່ານ ທະນູສອນ ພົນອາມາດ ປະທານສະມາຄົມໄອຊີທີ ແລະ ດີຈີຕອນລາວ ໄດ້ສະຫຼຸບ ແລະ ຖອດຖອນບົດຮຽນ ການຈັດງານໃນຄັ້ງນີ້, ຊຶ່ງເຫັນໄດ້ວ່າເປັນບາດກ້າວທີ່ສຳຄັນ ແລະ ສະແດງຜົນສຳເລັດຂອງການຮ່ວມມືລະຫວ່າງພາກລັດ-ພາກເອກະຊົນ, ການຮ່ວມມືກັບອົງການຈັດຕັ້ງສາກົນ ແລະ ບໍລິສັດ ເປັນຕົ້ນ: ສສ ຫວຽດນາມ, ສປ ຈີນ, ໄທ, ກຳປູເຈຍ ແລະ ປະເທດອື່ນໆ ໃນການພ້ອມກັນ ແລະ ຊຸກຍູ້ ສົ່ງເສີມໃນການຫັນເປັນດີຈີຕອນ ຂອງ ສປປ ລາວ.

:

ພ້ອມກັນນັ້ນ, ເພື່ອເປັນການສະຫຼຸບ ບັນດາກິດຈະກຳປິ່ນອ້ອມຕ່າງໆພາຍໃນງານ ກໍ່ໄດ້ມີພິທີມອບລາງວັນ ໃຫ້ແກ່ຜູ້ຊະນະເລີດ, ຮອງຊະນະເລີດ ອັນດັບ 1 ແລະ 2 ໃນແຕ່ລະປະເພດ ຂອງກິດຈະກໍາການແຂ່ງຂັນ Hackkathon, Robot Competition ແລະ ກິລາ ອີສະປອດ ຂອງແກ່ນ້ອງນັກຮຽນ, ນັກສຶກສາ ໃນແຕ່ລະສະຖາບັນ ແລະ ຕົວເເທນນັກກິລາທີ່ມາຈາກບໍລິສັດ ທີ່ໃຫ້ການສະໜັບສະໜູນງານດັ່ງກ່າວ ທີ່ໄດ້ເຂົ້າຮ່ວມຄັດເລືອກ ແລະ ຫຼີ້ນກິດຈະກຳ ຈົນສາມາດໄດ້ຜູ້ຊະນະເລີດໃນແຕ່ລະກິດຈະກຳການແຂ່ງຂັນ ແລະ ແຈກຂອງລາງວັນ ໃຫ້ແກ່ຜູ້ເຂົ້າຮ່ວມໃນແຕ່ລະວັນ ຢ່າງເປັນຂະບານການຟັດຟື້ນພາຍໃນງານ.

ເຊິ່ງໃນຕອນທ້າຍ ທ່ານ ປອ ສັນຕິສຸກ ສິມມາລາວົງ ໄດ້ກ່າວສະແດງຄວາມຂອບໃຈມາຍັງການນຳພັກ-ລັດ ທີ່ໄດ້ໃຫ້ການນຳພາ - ຊີ້ນຳ, ອຳນວຍຄວາມສະດວກມາຍັງທຸກຂະແໜງການທີ່ໄດ້ໃຫ້ຄວາມສຳຄັນຕໍ່ງານດັ່ງກ່າວເວົ້າລວມ. ເວົ້າສະເພາະ ກໍຄືສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ແລະ ສະມາຄົມ ໄອຊີທີ ແລະ ດີຈີຕອນລາວ (LIDA), ຜູ້ໃຫ້ການສະໜັບສະໜູນ, ອຸປະຖຳທັງພາຍໃນ ແລະ ຕ່າງປະເທດ, ບັນດາວິທະຍາກອນ, ຊ່ຽວຊານ, ຜູ້ເຂົ້າຮ່ວມວາງສະແດງ, ຜູ້ເຂົ້າແຂ່ງຂັນ, ຄະນະກຳມະການ ແລະ ຄະນະຮັບຜິດຊອບທຸກທ່ານ ທີ່ໄດ້ເສຍສະຫຼະເວລາ, ກຳລັງແຮງ ສະຕິປັນຍາ, ຫົວຄິດປະດິດສ້າງ ໃນການກະກຽມ ແລະ ດຳເນີນທຸກວຽກງານດ້ວຍຄວາມຮັບຜິດຊອບສູງ ຈື່ງເຮັດໃຫ້ການຈັດງານໃນຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ. ຜົນສຳເລັດດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຄວາມຕື່ນຕົວ ຄວາມເອົາໃຈໃສ່ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ໃນການສ້າງຈິດສໍານຶກໃຫ້ທົ່ວສັງຄົມ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ເຖິງຄວາມສໍາຄັນຂອງການຫັນເປັນອຸດສະຫະກໍາທັນສະໄໝ, ການພັດທະນາເສດຖະກິດ-ສັງຄົມ ດີຈີຕອນ ແລະ ເປັນບາດກ້າວສຳຄັນ ໃນການກ້າວສູ່ຍຸກປັນຍາປະດິດ ຂອງ ສປປ ລາວ ໄປສູ່ລະດັບພາກພື້ນ ແລະ ສາກົນ ໄປພ້ອມກັນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ