ພິທີເປີດຊຸດຝຶກອົບຮົມ: ໃນຫົວຂໍ້ “ພັດທະນາຄວາມສາມາດດ້ານການນຳໃຊ້ປັນຍາປະດິດ (AI)

29/10/2026

ພິທີເປີດຊຸດຝຶກອົບຮົມ: ໃນຫົວຂໍ້ “ພັດທະນາຄວາມສາມາດດ້ານການນຳໃຊ້ປັນຍາປະດິດ (AI)

          ໃນຕອນເຊົ້າຂອງຂອງວັນ 28 ຕຸລາ 2026, ທີ່ຫ້ອງປະຊຸມໃຫຍ່ ສວນອຸທິຍານດີຈີຕອນ (ເຂດຫຼັກ 3) ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມີພິທີເປີດຊຸດຝຶກອົບຮົມ ໃນຫົວຂໍ້ “ພັດທະນາຄວາມສາມາດ ດ້ານການນຳໃຊ້ປັນຍາປະດິດ (AI) ໃຫ້ກັບພະນັກງານ ສະມາຄົມນ້ຳປະປາລາວ ທົ່ວປະເທດ”. ໃຫ້ກຽດເປັນປະທານ ແລະ ກ່າວເປີດ ຂອງ ທ່ານ ນ. ເກສອນ ສຸລິວົງ, ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ເຊິ່ງມີຄະນະສູນ, ຄະນະຮັບຜິດຊອບ ແລະ ນັກສໍາມະນາກອນ ທີ່ມາຈາກບັນດາກົມ/ທຽບເທົ່າ ຈາກກະຊວງ ຕສ, ສະມາຄົມນ້ຳປະປາລາວ ເຂົ້າຮ່ວມທັງໝົດ ຈໍານວນ 70 ກວ່າທ່ານ.

ສຳລັບການຝືກອົບຮົມໃນຄັ້ງນີ້ ເປັນການຮ່ວມມືລະຫວ່າງສຸນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ  ຮ່ວມກັບ ສະມາຄົມນໍ້າປະປາລາວ. ເພື່ອເປັນການຕັ້ງໜ້າຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ ໄລຍະ 5 ປີ (2026-2030 ) ພ້ອມດຽວກັນນັ້ນ ຈະເປັນການຍົກລະດັບ ຄວາມຮັບຮູ້ ຄວາມເຂົ້າໃຈໃນການຫັນເປັນດິຈິຕອນ, ໂດຍສະເພາະ ປັນຍາປະດິດ ຫຼື AI ທີ່ກຳລັງປ່ຽນແປງທຸກດ້ານຂອງຊີວິດມະນຸດ ແລະ ຈະມີບົດບາດສຳຄັນຫຼາຍກວ່າເກົ່າ, ພວກເຮົາ ໄດ້ເຫັນການຂະຫຍາຍຕົວຢ່າງຕໍ່ເນື່ອງຂອງ Generative AI, Agentic AI ແລະ Physical AI ທີ່ກຳລັງປ່ຽນແປງຮູບແບບການເຮັດວຽກ ແລະ ການໃຊ້ຊີວິດປະຈຳວັນຂອງມະນຸດ. ໃຫ້ບັນລຸຜົນສໍາເລັດຢ່າງເປັນຮູບປະທຳ. ໂດຍສະເພາະ ເພື່ອແນ່ໃສ່ການຊຸກຍູ້ ສົ່ງເສີມການນຳໃຊ້ເຕັກໂນໂລຊີດິຈິຕອນ ໃນທົ່ວສັງຄົມ ແລະ ຂະແໜງການຂອງຕົນ.

        ການຝຶກອົບຮົມໃນຄັ້ງນີ້, ຈະດຳເນີນເປັນໄລຍະ 03 ວັນ. ເຊິ່ງນັກສໍາມະນາກອນທຸກທ່ານ ຈະໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຫຼັກການເຮັດວຽກ, ສັກກະຍະພາບ ແລະ ເຕັກໂນໂລຊີ AI ຢ່າງເປັນລະບົບ, ເຊິ່ງສາມາດພັດທະນາທັກສະ ການປະຕິບັດວຽກງານຕົວຈິງ ເປັນຕົ້ນ: ການຂຽນຄຳສັ່ງ (Prompt Engineering), ການຄົ້ນຫາຈັດຮຽງຂໍ້ມູນ, ການຮ່າງ ແລະ ປັບປຸງເອກະສານ, ການສະຫຼຸບລາຍງານ ຊ່ວຍວິເຄາະຂໍ້ມູນ, ການສ້າງສື່ໂຄສະນາ, ຈັນຍາບັນ ແລະ ການນຳໃຊ້ AI ຢ່າງປອດໄພ ພາຍໃຕ້ຫຼັກການ “ ຄົນເປັນຜູ້ກວດກາ ແລະ ຕັດສິນໃຈ” (Human-in-the-loop), ຄວາມປອດໄພ ແລະ ການທົດລອງນຳໃຊ້ ພ້ອມທັງລົງມືຈັດຕັ້ງປະຕິບັດລະບົບຕົວຈີງໄປເຖິງ Generative AI, ກອບຈັນຍາບັນ, ການຄຸ້ມຄອງຄວາມສ່ຽງ ແລະ ກໍລະນີສຶກສາໃນຂະແໜງຕ່າງໆ.

        ໃນຕອນທ້າຍ, ທ່ານປະທານ ຍັງໄດ້ເນັ້ນໜັກເຖີງຄວາມໝາຍ ຄວາມສຳຄັນ ໃນການຊຸກຍູ້ ແລະ ສົ່ງເສີມການຫັນເປັນທັນສະໄໝ. ພ້ອມກັນຕັ້ງໜ້າເອົາໃຈໃສ່ໃນການຮຽນຮູ້, ແລກປ່ຽນ ແລະ ແບ່ງປັນປະສົບການ ກ່ຽວກັບກ່ຽວກັບການນຳໃຊ້ AI ໃນຂະແໜງຂອງຕົນ ຮ່ວມກັບຄະນະທີມງານຄູຝຶກ ໃນຄັ້ງນີ້ ແລະ ທີ່ສຳຄັນ ຄືການສ້າງເຄືອຂ່າຍການຮ່ວມມື ເຊິ່ງກັນ ແລະ ກັນ ຊ່ວຍກັນຂັບເຄື່ອນວຽກງານດັ່ງກ່າວ ໃຫ້ໄດ້ຮັບຜົນສຳເລັດຕາມເປົ້າໝາຍ ສາມາດນຳໄປຕໍ່ຍອດ ເປັນເຄື່ອງມືໃນການຈັດຕັ້ງປະຕິບັດວຽກງານຂອງຕົນ ເພື່ອກຽມຄວາມພ້ອມ ໃນການພັດທະນາໃນຍຸກດິຈິຕອນ ໃຫ້ເປັນລະບົບຕໍ່ເນື່ອງໃຫ້ທົ່ວເຖີງ ແລະ ມີຜົນສຳເລັດຢ່າງມີປະສິດທິພາບ ປະສິດທິຜົນສູງ.

ບົດຂ່າວ: ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ