ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານເອກອັກຄະລັດຖະທູດ ສ.ເກົາຫລີ

29/10/2026

ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານເອກອັກຄະລັດຖະທູດ ສ.ເກົາຫລີ

ໃນຕອນເຊົ້າ 28 ຕຸລາ 2026, ທີ່ຫ້ອງຮັບແຂກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ທ່ານ ປອ ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ລີ່ ຈອງຮະຢອບ (Lee Jeong-hyop), ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ເກົາຫລີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ, ໃນໂອກາດທີ່ທ່ານໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ປະຈຳ ສປປ ລາວ.

ໃນໂອກາດອັນສະຫງ່າລາສີ, ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ຍຸດທະສາດການພົວພັນຮ່ວມມືອັນດີງາມ ລະຫວ່າງສອງປະເທດ ໂດຍສະເພາະແມ່ນການຍົກລະດັບການພົວພັນທາງການທູດຂຶ້ນເປັນ “ຄູ່ຮ່ວມມືຮອບດ້ານ” ໃນປີ 2025 ທີ່ຜ່ານມາ. ເຊິ່ງເປັນຂີດໝາຍປະຫວັດສາດອັນສຳຄັນ ໃນການຊຸກຍູ້ການຮ່ວມມືຮອບດ້ານ ທັງດ້ານການເມືອງ, ເສດຖະກິດ-ການຄ້າ ແລະ ການຫັນເປັນດີຈີຕອນ. ພ້ອມນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງການຮ່ວມມືໃນໄລຍະຜ່ານມາ ທີ່​ມີ​ຄວາມ​ພົ້ນ​ເດັ່ນ ເປັນຕົ້ນແມ່ນ: ດ້ານນິຕິກຳ ແລະ ເອກະສານຮ່ວມມື: ການລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ຂັ້ນກະຊວງ ແລະ ຂັ້ນກົມ ທີ່ກວມເອົາຂົງເຂດ ໄອຊີທີ (ICT), ລັດຖະບານດີຈີຕອນ ແລະ ວຽກງານລາຍເຊັນເອເລັກໂຕຣນິກ (CA), ໂຄງການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA): ຜົນການຈັດຕັ້ງປະຕິບັດບັນດາໂຄງການສ້າງສູນຮ່ວມມືລັດຖະບານດິຈິຕອນ, ການສ້າງສວນອຸທະຍານເຕັກໂນໂລຊີ ແລະ ໂຄງການສ້າງສູນຝຶກອົບຮົມລັດດິຈິຕອນ ມູນຄ່າກວ່າ 9,9 ລ້ານໂດລາສະຫະລັດ ຮ່ວມກັບ ອົງການ KOICA (2025-2029) ແລະ ການຮ່ວມມືດ້ານເຕັກນິກ ແລະ ນະວັດຕະກຳ: ຜ່ານໂຄງການ KSP, ສະຖາບັນ STEPI ແລະ ການສ້າງຕັ້ງສູນການສຶກສາດິຈິຕອນ ອາຊຽນ-ເກົາຫຼີ (ASEAN-Korea Digital Academy).

ໃນຕອນທ້າຍ, ເພື່ອສືບຕໍ່ເສີມສ້າງສາຍພົວພັນອັນດີງາມດັ່ງກ່າວ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ທ່ານ ລັດຖະມົນຕີ ໄດ້ສະເໜີໃຫ້ຝ່າຍເກົາຫຼີ ສືບຕໍ່ປະສານສົມທົບໃນການລາຍງານຈຸດປະສົງແຜນການຮ່ວມມື ເພື່ອສຶກສາຄວາມເປັນໄປໄດ້ຂອງໂຄງການຕ່າງໆ, ພ້ອມທັງຊຸກຍູ້ການແລກປ່ຽນບົດຮຽນດ້ານການຄຸ້ມຄອງ, ການວາງນະໂຍບາຍ ແລະ ການພັດທະນາເຕັກໂນໂລຊີປັນຍາປະດິດ (AI) ເຂົ້າໃນວຽກງານບໍລິຫານລັດ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ເກົາຫລີ ໃຫ້ ໝັ້ນຄົງເຂັ້ມແຂງຕະຫຼອດໄປ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ