29/10/2026
ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແຫ່ງ ສປປ ລາວ ນຳໂດຍ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັດຖະມົນຕີ ກຕສ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມງານສັບປະດາດີຈີຕອນສາກົນ ຫວຽດນາມ ປະຈຳປີ 2026 (Vietnam International Digital Week 2026 - VIDW 2026) ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 28-30 ຕຸລາ 2026 ຢູ່ແຂວງກວາງນິງ, ສສ ຫວຽດນາມ. ງານດັ່ງກ່າວຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ປອ. ວູ ໄຮ ກວານ (H.E. Assoc. Prof. Dr. Vu Hai Quan), ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ, ມີຜູ້ແທນເຂົ້າຮ່ວມຫຼາຍກວ່າ 500 ທ່ານ ປະກອບດ້ວຍ ຜູ້ນຳລະດັບລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ, ສະຖາບັນການຄົ້ນຄວ້າ ແລະ ບໍລິສັດເຕັກໂນໂລຊີຊັ້ນນຳຈາກພາຍໃນ ສສ ຫວຽດນາມ ແລະ ບໍລິສັດເຕັກໂນໂລຊີລະດັບໂລກ ເພື່ອແລກປ່ຽນຄວາມຮູ້, ທັດສະນະໂຍບາຍ ແລະ ສົ່ງເສີມການຮ່ວມມືດ້ານດີຈີຕອນ ແລະ ປັນຍາປະດິດ (AI) ໃນພາກພື້ນ.


ໃນໂອກາດນີ້, ທ່ານ ແກ້ວວິສຸກ ໂສລະພົມ ຍັງໄດ້ເຂົ້າຮ່ວມກອງປະຊຸມໂຕະມົນລະດັບລັດຖະມົນຕີ Digital and AI Ministerial Roundtable ພາຍໃຕ້ຫົວຂໍ້ “Smart Connectivity: Governing AI, Enabling AI Transformation” (Session 1: Policy Perspectives: Shaping the Path to AI Transformation). ພ້ອມທັງ ໄດ້ກ່າວຄຳເຫັນໃນທີ່ປະຊຸມ, ໂດຍເນັ້ນໜັກເຖິງຄວາມສຳຄັນຂອງ “ການເຊື່ອມໂຍງອັດສະລິຍະ (Smart Connectivity)” ເຊິ່ງເປັນພື້ນຖານສຳຄັນໃນການຂັບເຄື່ອນການຫັນເປັນ AI (AI Transformation) ພ້ອມທັງໄດ້ສະເໜີ 3 ທິດທາງຮ່ວມມືສຳຄັນ ຄື: (1)ການສ້າງແຮງງານດີຈີຕອນ ແລະ ທັກສະ AI, (2)ການຮ່ວມມືພາກລັດ-ເອກະຊົນ (PPP) ເພື່ອດຶງດູດການລົງທຶນສ້າງສູນຂໍ້ມູນ AI (AI Data Center) ທີ່ໃຊ້ພະລັງງານສະອາດ ແລະ (3)ການຮ່ວມມືກຳນົດມາດຕະຖານ, ຈັນຍາບັນ ແລະ ນິຕິກຳ AI ພາຍໃຕ້ການເຄົາລົບອະທິປະໄຕທາງ AI ແລະ Cyberspace ຂອງກັນ ແລະ ກັນ.
.jpeg)
ຫຼັງຈາກນັ້ນ, ທ່ານຮອງລັດຖະມົນຕີ ກຕສ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຄຳນັບ ແລະ ພົບປະສອງຝ່າຍ ກັບ ທ່ານ ປອ. ວູ ໄຮ ກວານ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ໃນໂອກາດທີ່ ທ່ານໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີຄົນໃໝ່. ພ້ອມນີ້, ທັງສອງຝ່າຍໄດ້ຮ່ວມກັນທົບທວນ ແລະ ເນັ້ນໜັກເຖິງຜົນສຳເລັດຂອງການຮ່ວມມືທີ່ພົ້ນເດັ່ນ ເຊັ່ນ: ດ້ານລັດຖະບານດີຈີຕອນ ແລະ ຄວາມປອດໄພໄຊເບີ: ການຮ່ວມມືສ້າງສູນປະຕິບັດການຄວາມປອດໄພໄຊເບີແຫ່ງຊາດ (SOC) ຢູ່ ສປປ ລາວ, ການພັດທະນາລະບົບແລກປ່ຽນຂໍ້ມູນ GDX, ລະບົບ LMOOC, ການຮ່ວມມືດ້ານລາຍເຊັນດີຈີຕອນ (CA), ການຂະຫຍາຍ 4G ສູ່ 670 ບ້ານທີ່ບໍ່ມີສັນຍານໂດຍ Unitel (Viettel) ແລະ ພິເສດແມ່ນ ພິທີມອບ-ຮັບ ລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວດີຈີຕອນ ຂອງ ສປປ ລາວ ຢ່າງເປັນທາງການ ໃນວັນທີ 8 ຕຸລາ 2026 ທີ່ຜ່ານມາ, ດ້ານວິທະຍາສາດ, ນະວັດຕະກຳ ແລະ ຊັບພະຍາກອນມະນຸດ: ການຊ່ວຍເຫຼືອໂຄງການສູນຂໍ້ມູນໄພພິບັດ (ອຸປະກອນ IoT ແລະ Drones), ງານວາງສະແດງເຕັກໂນໂລຊີ, ການສະໜັບສະໜູນທຶນການສຶກສາປະລິນຍາໂທ ICT ຈຳນວນ 8 ທຶນ ແລະ ການເປີດສູນພາສາຫວຽດນາມ ມິດຕະພາບ UCL-IICT ຢູ່ ສະຖາບັນ IICT.

.jpeg)
ການເຂົ້າຮ່ວມງານ VIDW 2026 ໃນຄັ້ງນີ້, ໄດ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການເສີມສ້າງການຮ່ວມມືລະຫວ່າງປະເທດ, ຜັນຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ເພື່ອກ້າວເຂົ້າສູ່ການສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 65 ປີ, ພ້ອມທັງແລກປ່ຽນອົງຄວາມຮູ້ ແລະ ສ້າງນະວັດຕະກຳໃໝ່ ເພື່ອນຳພາປະເທດຊາດ ກ້າວສູ່ຍຸກປັນຍາປະດິດຢ່າງເຕັມຮູບແບບ.

.jpeg)

