30/10/2026
ໃນຕອນບ່າຍຂອງວັນທີ 19 ຕຸລາ 2026 ຜ່ານມາ, ຢູ່ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ຄະນະຜູ້ແທນຈາກ ສຳນັກງານຂໍ້ມູນຂ່າວສານ ແຂວງຢູນນານ ສປ ຈີນ ນຳໂດຍ ທ່ານ Li Canhe, ເລຂາຄະນະພັກ ທັງເປັນຫົວໜ້າສຳນັກງານຂໍ້ມູນຂ່າວສານ ແຂວງຢູນນານ ໄດ້ເຂົ້າຮ່ວມກອງປະຊຸມປຶກສາຫາລືວຽກງານວິຊາການ ຮ່ວມກັບ ກົມເຕັກໂນໂລຊີດີຈີຕອນ ແລະ ເຂົ້າຂໍ່ານັບຄະນະນຳກະຊວງ. ໃນກອງປະຊຸມ, ທັງສອງຝ່າຍໄດ້ແລກປ່ຽນບົດຮຽນ ແລະ ທິດທາງການຮ່ວມມືຢ່າງກົງໄປກົງມາ ໃນ 3 ຂົງເຂດຕົ້ນຕໍ ຄື:
- ການພັດທະນາເສດຖະກິດດີຈີຕອນ (Digital Economy Development): ສົ່ງເສີມການຄ້າດີຈີຕອນ, ອີຄອມເມີດຂ້າມແດນ ແລະ ການນຳໃຊ້ເຕັກໂນໂລຊີເຂົ້າໃນອຸດສາຫະກຳ.
- ການພັດທະນາໂຄງລ່າງພື້ນຖານດີຈີຕອນ (Digital Infrastructure Construction): ເຊື່ອມໂຍງໂຄງລ່າງການບໍລິການຂໍ້ມູນ ແລະ ສ້າງດ່ານອັດສະລິຍະ (Smart Ports).

- ການແລກປ່ຽນຂໍ້ມູນຂ້າມຊາຍແດນ (Cross-border Data Flows): ຄົ້ນຄວ້າກົນໄກ, ມາດຕະຖານເຕັກນິກ ແລະ ກົດລະບຽບການແລກປ່ຽນຂໍ້ມູນຢ່າງມີຄວາມປອດໄພ, ຖືກຕ້ອງຕາມກົດໝາຍ ແລະ ປົກປ້ອງຂໍ້ມູນສ່ວນບຸກຄົນ.
ທັງສອງຝ່າຍເຫັນດີຮ່ວມກັນກຳນົດໂຄງການທົດລອງຢູ່ ເຂດເສດຖະກິດພິເສດ ບໍ່ເຕ່ນ (ສປປ ລາວ) - ບໍ່ຫານ (ສປ ຈີນ) ເພື່ອທົດສອບກົນໄກການແລກປ່ຽນຂໍ້ມູນຂ້າມຊາຍແດນ, ຂໍ້ມູນໂລຈິດຕິກ ແລະ ອຸດສາຫະກຳ ໃຫ້ມີຄວາມປອດໄພ, ວ່ອງໄວ ແລະ ເປັນຮູບປະທຳ; ຮ່ວມກັນຄົ້ນຄວ້າຮ່າງບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການເສີມຂະຫຍາຍການຮ່ວມມືດ້ານຂໍ້ມູນຂ້າມແດນ ແລະ ຮ່າງກົນໄກການຮ່ວມມືໄລຍະຍາວ.
ຫຼັງຈາກນັ້ນ, ຄະນະຜູ້ແທນ ພ້ອມດ້ວຍ ກົມເຕັກໂນໂລຊີດີຈີຕອນ ໄດ້ເຂົ້າຄຳນັບ ແລະ ລາຍງານຜົນສຳເລັດຂອງກອງປະຊຸມ ຕໍ່ ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ.
ໃນໂອກາດນີ້, ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ໝາກຜົນການປຶກສາຫາລື, ໂດຍສະເພາະແຜນການສ້າງໂຄງການທົດລອງຢູ່ເຂດເສດຖະກິດພິເສດ ບໍ່ເຕ່ນ - ບໍ່ຫານ. ທ່ານໄດ້ເນັ້ນໜັກວ່າ ການຮ່ວມມືດີຈີຕອນກັບ ແຂວງຢູນນານ ແມ່ນການຈັດປະຕິບັດຕາມວິໄສທັດການສ້າງ ຄູ່ຮ່ວມຊະຕາກຳ ລາວ-ຈີນ, ການຊຸກຍູ້ "ເສັ້ນທາງເສດຖະກິດດີຈີຕອນ (Digital Silk Road)" ແລະ ການຮ່ວມມື ລ້ານຊ້າງ-ແມ່ຂອງ. ພ້ອມທັງໄດ້ຊີ້ນຳໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງໃກ້ຊິດ ເພື່ອຊຸກຍູ້ການຈັດປະຕິບັດໂຄງການທົດລອງ ແລະ ຮ່າງ MOU ໃຫ້ປະກົດຜົນເປັນຈິງ ໂດຍຮັບປະກັນຄວາມປອດໄພຂອງຂໍ້ມູນ.
ກອງປະຊຸມ ແລະ ການເຂົ້າຄຳນັບໃນຄັ້ງນີ້ ໄດ້ດຳເນີນໄປດ້ວຍບັດຍາກາດມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ ແລະ ປະສົບຜົນສຳເລັດຢ່າງຈົບງາມ.


