30/10/2026
ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມປາຖະກະຖາວັນປະຫວັດສາດຂອງພັກ-ຂອງຊາດ ຂຶ້ນໃນວັນທີ 30 ຕຸລາ 2026, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ເຂົ້າຮ່ວມໃນພິທີມີ ສະຫາຍ ສັນຕິສຸກ ສິມມາລາວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຮອງລັດຖະມົນຕີ, ຄະນະປະຈໍາພັກ, ກຳມະການຄະນະພັກ, ຄະນະໜ່ວຍພັກຮາກຖານ, ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ທົ່ວອົງຄະນະພັກກະຊວງເຂົ້າຮ່ວມ.

ໃນໂອກາດດັງກ່າວ ໄດ້ຮັບກຽດຈາກ ທ່ານ ພົທ ສຈ ປອ ວົງຄຳ ພົມມະກອນ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດ ຂຶ້ນກ່າວເຜີຍແຜ່ເຖິງວັນສ້າງຕັ້ງສະຫະພັນນັກຮົບເກົ່າ ຄົບຮອບ 24 ປີ (9 ກັນ ຍາ 2002 - 9 ກັນຍາ 2026) ເຊິ່ງເປັນອົງການຈັດຕັ້ງທີ່ມີບົດບາດຄວາມສໍາຄັນຊ່ວຍພັກ-ລັດ ແລະ ອົງການປົກຄອງທຸກຂັ້ນ ໃນການເກັບກຳ, ຄຸ້ມຄອງ ແລະ ປະຕິບັດນະໂຍບາຍຕໍ່ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ປະຕິວັດບຳນານ ຜູ້ມີຜົນງານຄຸນງາມຄວາມດີ. ສະຫະພັນນັກຮົບເກົ່າແຫ່ງຊາດ ເປັນອົງການຈັດຕັ້ງທີ່ມີບົດບາດຄວາມສໍາຄັນໃນການປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ, ສຶກສາອົບຮົມລູກຫຼານຄົນຮຸ່ນໜຸ່ມໃຫ້ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ແລະ ຮັກສາມູນເຊື້ອອັນດີງາມຂອງຊາດ, ສ້າງຄວາມສາມັກຄີປອງດອງທຸກຊັ້ນຄົນໃນສັງຄົມ, ເປັນບ່ອນເຜີຍແຜ່ ແລະ ຖ່າຍທອດບົດຮຽນ ເຊື່ອມຊຶມແນວທາງນະໂຍບາຍ, ກົດໝາຍ ແລະ ເປັນບ່ອນທ້ອນໂຮມບົດຮຽນປະສົບການການນໍາພາຕົວຈິງໃຫ້ຄົນຮຸ່ນສຶບທອດ, ເປັນບ່ອນເຄື່ອນໄຫວແລກປ່ຽນຄຳຄິດຄຳເຫັນ, ຍົກສູງຄວາມຮູ້ຄວາມສາມາດ ຍົກລະດັບຊີວິດການເປັນຢູ່ ແລະ ຊ່ວຍກັນສ້າງເສດຖະກິດຄອບຄົວແກ້ໄຂຄວາມຫຍຸ້ງຍາກ.


ພ້ອມດຽວກັນນັ້ນ, ໃນພິທີກໍ່ມີປະກາດການຈັດຕັ້ງ, ແຕ່ງຕັ້ງ, ຍົກຍ້າຍ-ຊັບຊ້ອນພະນັກງານນຳພາຄຸ້ມຄອງ ພາຍໃນກະຊວງ ຂຶ້ນຜ່ານໂດຍສະຫາຍ ມະໂນທອງ ວົງລໍຄຳ ກຳມະການປະຈຳພັກ ຫົວໜ້າກົມຈັດຕັ້ງ ແລະ ພິທີມອບໃຫ້ຍ້ອງຍໍຂັ້ນກະຊວງ ໃຫ້ແກ່ຄະນະລົງຮາກຖານຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ແຂວງ ບໍ່ແກ້ວ ຈຳນວນ 05 ທ່ານ ໃຫ້ກຽດຂຶ້ນມອບໂດຍ ທ່ານ ປອ ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ.
:
ໃນຕອນທ້າຍ ສະຫາຍ ສັນຕິສຸກ ສິມມາລາວົງ ໄດ້ມີຄໍາເຫັນໂອ້ລົມຕໍ່ພິທີ ເພື່ອເນັ້ນໜັກໃຫ້ສະມາຊິກພັກ ແລະ ພະນັກງານທຸກສະຫາຍ ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ, ເຊີດຊູສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້, ພ້ອມທັງສືບຕໍ່ ບຳລຸງສ້າງ ແລະ ພັດທະນາຕົນເອງໃຫ້ສົມກັບເປັນສະມາຊິກພັກຜູ້ ທີ່ກ້າວໜ້າ ພ້ອມທັງຮ່ວມແຮງຮ່ວມໃຈກັນຂັບເຄື່ອນວຽກງານ ດ້ານເຕັກໂນໂລຊີ ແລະ ການສື່ສານ ໃຫ້ກ້າວໜ້າຂຶ້ນເລື້ອຍ.



