ລັດຖະມົນຕີ ກຕສ ເຂົ້າຮ່ວມສະເຫຼີມສະຫຼອງວັນຫັດຖະກຳແຫ່ງຊາດ ຄົບຮອບ 25 ປີ

02/11/2026

ລັດຖະມົນຕີ ກຕສ ເຂົ້າຮ່ວມສະເຫຼີມສະຫຼອງວັນຫັດຖະກຳແຫ່ງຊາດ ຄົບຮອບ 25 ປີ

ໃນຕອນເຊົ້າຂອງວັນທີ 1 ພະຈິກ 2026 ນີ້, ທ່ານ ປອ ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີເປີດຂະບວນການຍ່າງສະເຫຼີມສະຫຼອງ ວັນຫັດຖະກຳແຫ່ງຊາດ (1 ພະຈິກ) ຄົບຮອບ 25 ປີ ວຽກງານຫັດຖະກຳລາວ ຢ່າງເປັນທາງການ, ທີ່ສວນປະຕູໄຊ ໃຈກາງນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ: ສືບສາພູມປັນຍາ ສົ່ງເສີມຄຸນຄ່າຫັດຖະກໍາລາວ.

ໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດງານໂດຍ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍມີ ທ່ານ ສັນຕິພາບ ພົມວິຫານ, ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມຢ່າງເປັນທາງການ, ພ້ອມດ້ວຍ ທ່ານ ປ້າ ນາລີ ສີສຸລິດ, ພັນລະຍາທ່ານປະທານປະເທດ, ປະທານຄະນະທີ່ປຶກສາສະມາຄົມຫັດຖະກຳລາວ, ບັນດາການນຳພັກ-ລັດ, ບັນດາສະຖານທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ພັນລະຍາການນຳ, ພະນັກງານລັດຖະກອນ, ສະມາຊິກສະມາຄົມຫັດຖະກຳລາວ, ຜູ້ປະກອບການ, ນັກຮຽນ-ນັກສຶກສາ, ສື່ມວນຊົນ ແລະ ແຂກຜູ້ມີກຽດທຸກທ່ານເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ມະໄລທອງ ກົມມະສິດ ໄດ້ເນັ້ນໜັກໃນການເປີດງານວ່າ: "ຫັດຖະກຳ ບໍ່ແມ່ນພຽງແຕ່ວັດຖຸສິ່ງຂອງ ຫຼື ເຄື່ອງປະດັບທົ່ວໄປ ແຕ່ມັນຄືລົມຫາຍໃຈ ແລະ ຈິດວິນຍານຂອງຄົນລາວ ທີ່ບົ່ງບອກເຖິງວິຖີຊີວິດ ແລະ ພູມປັນຍາອັນລ້ຳຄ່າ. ເຊິ່ງເປັນເອກະລັກສະເພາະຕົວ ທີ່ພວກເຮົາສາມາດເອກອ້າງທະນົງໃຈໄດ້ໃນທຸກເວທີທັງພາຍໃນ ແລະ ຕ່າງປະເທດ. ພ້ອມດຽວກັນນັ້ນ, ຫັດຖະກຳຍັງປຽບສະເໝືອນເສັ້ນເລືອດສຳຄັນ ທີ່ຫຼໍ່ລ້ຽງເສດຖະກິດຖານຮາກ, ສ້າງວຽກເຮັດງານທຳ ແລະ ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງແທ້ຈິງ". ພ້ອມທັງຮຽກຮ້ອງໃຫ້ທົ່ວສັງຄົມ ສືບຕໍ່ເປັນກະບອກສຽງຊຸກຍູ້ປຸກລະດົມໃຫ້ຫັນມາ "ນຸ່ງຜ້າລາວ, ຊົມໃຊ້ເຄື່ອງຫັດຖະກຳລາວ ແລະ ສະໜັບສະໜູນສີມືຄົນລາວ" ເພື່ອຊ່ວຍໃຫ້ຫັດຖະກຳລາວສາມາດຢືນຢັດຢ່າງເຂັ້ມແຂງ ແລະ ກາຍເປັນສິນຄ້າສົ່ງອອກທີ່ສ້າງລາຍຮັບໃຫ້ແກ່ປະເທດຊາດ.

:

ຫຼັງຈາກນັ້ນ, ທ່ານ ມະໄລທອງ ກົມມະສິດ ກໍໄດ້ໃຫ້ກຽດປະກາດເປີດຂະບວນການຍ່າງສະເຫຼີມສະຫຼອງຢ່າງເປັນທາງການ ດ້ວຍບັນຍາກາດທີ່ເຕັມໄປດ້ວຍຮອຍຍິ້ມ, ມິດຕະພາບ ແລະ ຄວາມສາມັກຄີຮັກແພງ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ