ກອງປະຊຸມເຜີຍແຜ່ນິຕິກຳ ວຽກງານແກ້ໄຂບັນຫາຢາເສບຕິດ ແລະ ມາດຕະຖານການບໍລິການໄປສະນີ ແລະ ຂົນສົ່ງພັດສະດຸ

09/11/2026

ກອງປະຊຸມເຜີຍແຜ່ນິຕິກຳ  ວຽກງານແກ້ໄຂບັນຫາຢາເສບຕິດ ແລະ ມາດຕະຖານການບໍລິການໄປສະນີ ແລະ ຂົນສົ່ງພັດສະດຸ

ໃນລະຫວ່າງວັນທີ 2-6 ພະຈິກ 2026, ກົມໄປສະນີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ລົງເຄື່ອນໄຫວຈັດກອງປະຊຸມເຜີຍແຜ່ນິຕິກຳ ກ່ຽວກັບວຽກງານແກ້ໄຂບັນຫາຢາເສບຕິດ ແລະ ມາດຕະຖານການບໍລິການໄປສະນີ ແລະ ຂົນສົ່ງພັດສະດຸ ຢູ່ທີ່ພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ) ແຂວງສະຫວັນນະເຂດ ແລະ ແຂວງບໍລິຄຳໄຊ. ພາຍໃຕ້ການເປັນປະທານຂອງ ທ່ານ ປະສິດ ສີສົມບູນ ຮອງຫົວໜ້າກົມໄປສະນີ, ຫົວໜ້າກອງເລຂາຄະນະກຳມະການແກ້ໄຂບັນຫາຢາເສບຕິດ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີພະນັກງານ ພຕສ ແຂວງ, ຫ້ອງການ ຕສ ເມືອງ, ພ້ອມທັງຜູ້ປະກອບການໄປສະນີ ແລະ ຂົນສົ່ງພັດສະດຸ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ແມ່ນເພື່ອຍົກລະດັບຄວາມຮັບຮູ້ ໃຫ້ແກ່ອົງການຄຸ້ມຄອງຂະແໜງການໄປສະນີ ຂັ້ນທ້ອງຖິ່ນ ໃນການຜັນຂະຫຍາຍບັນດານິຕິກຳ ແລະ ລະບຽບການທີ່ກ່ຽວຂ້ອງ ມາສູ່ການຈັດຕັ້ງປະຕິບັດຕົວຈິງ ເປັນຕົ້ນແມ່ນ: ພາລະບົດບາດຂອງຂະແໜງການໄປສະນີຕໍ່ວຽກງານຕ້ານ ແລະ ສະກັດກັ້ນຢາເສບຕິດ, ເຊິ່ງໄດ້ຍົກໃຫ້ເຫັນເຖິງສະພາບການເຄື່ອນໄຫວຈັດຕັ້ງປະຕິບັດໄລຍະຜ່ານມາ, ພ້ອມທັງບັນຫາສິ່ງທ້າທາຍ ແລະ ວິທີການຮັບມື. ນອກນັ້ນ: ກໍໄດ້ນຳສະເໜີວິທີການກວດກາ, ຄິດໄລ່ ແລະ ປະເມີນຜົນມາດຕະຖານສະຖານທີ່ໃຫ້ບໍລິການໄປສະນີ ແນໃສ່ເຮັດໃຫ້ແຕ່ລະແຂວງມີຄວາມຮັບຮູ້, ເຂົ້າໃຈເປັນເອກະພາບກັນໃນຂອບເຂດທົ່ວປະເທດ. ພ້ອມກັນນັ້ນ, ຍັງໄດ້ນຳສະເໜີລະບຽບການຮັບຝາກ, ຈັດສົ່ງ ແລະ ແຈກຢາຍເຄື່ອງຝາກທາງໄປສະນີ ໃຫ້ແກ່ຜູ້ປະກອບການທີ່ເຂົ້າຮ່ວມ ເພື່ອຍົກລະດັບຄຸນນະພາບການບໍລິການດ້ານໄປສະນີ ແລະ ຂົນສົ່ງພັດສະດຸ ໃຫ້ມີຄວາມສະດວກ, ວ່ອງໄວ, ປອດໄພ ຕາມມາດຕະຖານກຳນົດ ແລະ ໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈຈາກສັງຄົມ.

ໃນຕອນທ້າຍ, ທ່ານປະທານ ໄດ້ກ່າວສະຫຼຸບ ແລະ ຕີລາຄາສູງຕໍ່ໝາກຜົນ ຂອງກອງປະຊຸມໃນຄັ້ງນີ້, ພ້ອມທັງໄດ້ເນັ້ນໜັກ ແລະ ຮຽກຮ້ອງໃຫ້ທຸກທ່ານ ຈົ່ງພ້ອມກັນນຳເອົາເນື້ອໃນຈິດໃຈຂອງນິຕິກຳ, ບົດຮຽນ ແລະ ປະສົບການ ທີ່ໄດ້ຖອດຖອນຮ່ວມກັນໄປຜັນຂະຫຍາຍເຂົ້າໃນການບໍລິຫານ ແລະ ຄຸ້ມຄອງຢູ່ພາຍໃນແຂວງຂອງຕົນ ຢ່າງມີປະສິດທະພາບ ແລະ ປະສິດທິຜົນ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ