09/11/2026
ໃນວັນທີ 6-7 ພະຈິກ 2026 ຜ່ານມາ, ທ່ານ ພວງປະເສີດ ແກ້ວສຸວັນ ຄະນະປະຈຳພັກ, ຫົວໜ້າຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຕາງໜ້າໃຫ້ຄະນະນຳ ແລະ ຄະນະບໍລິຫານຫານງານຊາວໜຸ່ມກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເຂົ້າຮ່ວມເຄື່ອນໄຫວວຽກຊາວໜຸ່ມ, ພັດທະນາຊົນນະບົດ ແລະ ສຳຫຼວດພື້ນທີ່ຂະຫຍາຍເຄືອຂ່າຍສັນຍານອິນເຕີເນັດ ຢູ່ແຂວງບໍ່ແກ້ວ. ການລົງເຄື່ອນໄຫວໃນຄັ້ງນີ້ ນຳພາໂດຍ ທ່ານ ທອງລີ ສີສຸລິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ທ່ານ ປອ ອາຄົມ ເດດວົງໄຊ ກຳມະການສໍາຮອງ ສູນການພັກ, ປະທານສະພາບໍລິຫານລັດວິສາຫະກິດໄຟຟ້າລາວ, ທ່ານນາງ ປານີ ກິນດາວົງ ຮອງເລຂາຄະນະບໍລິຫານງານ ສຊປລ, ຄະນະກົມຈາກສູນກາງ ແລະ ຊາວໜຸ່ມຈາກພາກສ່ວນທີ່ກ່ຽວຂ້ອງຂອງແຂວງເຂົ້າຮ່ວມ. ການລົງເຄື່ອນໄຫວວຽກງານຢູ່ຮາກຖານໃນຄັ້ງນີ້, ເປັນການປະສານສົມທົບ ລະຫວ່າງສູນກາງຊາວໜຸ່ມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ລັດວິສາຫະກິດໄຟຟ້າລາວ ໃນການຜັນຂະຫຍາຍບັນດາບົດບັນທຶກຄວາມເຂົ້າໃຈ (MOU) ຈາກຂັ້ນສູນກາງສູ່ທ້ອງຖິ່ນ ໃຫ້ເກີດຜົນເປັນຮູບປະທຳ.

ໃນວາລະການເຄື່ອນໄຫວ ຄະນະດັ່ງກ່າວ ໄດ້ເຂົ້າພົບ ທ່ານ ຄຳແສນ ສຸລິຍະວົງ ຮອງປະທານຄະນະກຳມະການປົກຄອງແຂວງບໍ່ແກ້ວ ເພື່ອແຈ້ງຈຸດປະສົງຂອງການລົງມາເຮັດວຽກ ແລະ ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມບົດບັນທຶກຄວາມຮ່ວມມື (MOC) ລະຫວ່າງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວແຂວງ, ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ແລະ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງບໍ່ແກ້ວ ເພື່ອຜັນຂະຫຍາຍກອບການຮ່ວມມືຈາກຂັ້ນສູນກາງ. ຊື່ງການຮ່ວມມືດັ່ງກ່າວ ໄດ້ສຸມໃສ່ 4 ປະເດັນຍຸດທະສາດສຳຄັນ ຄື: ສ້າງທີມຊາວໜຸ່ມຊ່ວຍຊຸມຊົນ ໃນການສອນການໃຊ້ສື່ອອນລາຍຢ່າງປອດໄພ, ຊ່ວຍປະຊາຊົນເຂົ້າເຖິງບໍລິການ ແລະ ຊອກຫາຕະຫຼາດໃຫ້ກຸ່ມຜະລິດ, ຂະຫຍາຍໂອກາດເຂົ້າເຖິງດີຈີຕອນ ໂດຍສຳຫຼວດພື້ນທີ່ສັນຍານຈຳກັດ ແລະ ນຳໃຊ້ໂຮງຮຽນ ຫຼື ສະຖານທີ່ຊຸມຊົນເປັນຈຸດຮຽນຮູ້ອອນລາຍ, ເອົາໃຈໃສ່ບັນຫາໄຟຟ້າທີ່ກະທົບຕໍ່ຊີວິດປະຊາຊົນ. ໂດຍສະເພາະ ໂຮງຮຽນ, ສຸກສາລາ ແລະ ບ່ອນຜະລິດ ພ້ອມສົ່ງເສີມການໃຊ້ໄຟຟ້າຢ່າງປອດໄພ ແລະ ປະຢັດ, ກຳນົດວຽກໃຫ້ຊັດເຈນ ແລະ ວັດແທກຜົນໄດ້ຮັບໂດຍເລືອກພື້ນທີ່ທົດລອງຫ່າງໄກ, ມອບໝາຍຜູ້ຮັບຜິດຊອບ ແລະ ຕິດຕາມປະເມີນຜົນກ່ອນ-ຫຼັງ ຢ່າງເປັນລະບົບ.

.jpeg)
ພ້ອມດຽວກັນນັ້ນ, ຄະນະດັ່ງກ່າວຍັງໄດ້ລົງເຄື່ອນໄຫວວຽກງານຮາກຖານ ໂດຍໄດ້ເຜີຍແຜ່ ແລະ ໂຄສະນາ ສຶກສາອົບຮົມກ່ຽວກັບຜົນຮ້າຍ ແລະ ໄພອັນຕະລາຍຂອງຢາເສບຕິດໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ, ກວດກາຄວາມພ້ອມໃນການຈັດຕັ້ງຄ້າຍຊາວໜຸ່ມ-ເຍົາວະຊົນ (ຮອບພິເສດ) ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ຕະຫຼອດຈົນເຖິງການລົງມາຊຸກຍູ້ວຽກງານພັດທະນາຊົນນະບົດ ພ້ອມດ້ວຍໂຄງການນໍາແສງສະຫວ່າງ ແລະ ສັນຍານອິນເຕີເນັດສູ່ຊຸມຊົມ ແລະ ທ້ອງຖິ່ນຫ່າງໄກສອກຫຼີກ ຢູ່ເມືອງຜາອຸດົມ. ພ້ອມທັງໄດ້ລົງຢ້ຽມຢາມ ແລະ ໃຫ້ກຳລັງໃຈນາຍ ແລະ ພົນທະຫານ ທີ່ກອງພັນໃຫຍ່ 302 ເມືອງຜາອຸດົມ, ແຂວງບໍ່ແກ້ວ ຕື່່ມອີກ.
:
ໃນໂອກາດດັ່ງກ່າວ, ທ່ານຫົວໜ້າຫ້ອງການ, ຕາງໜ້າໃຫ້ຄະນະນຳ ກະຊວງເຕັກໂນໂລຊີແລະ ການສື່ສານ ຍັງໄດ້ມີສ່ວນຮ່ວມໃນການມອບເຄື່ອງອຸປະກອນໄອທີ ໃຫ້ແກ່ພະແນກເຕັກໂນໂລໂລຊີ ແລະ ການສື່ສານແຂວງບໍ່ແກ້ວ ແລະ ຄະນະບໍລິຫານງານຊາວໜຸ່ມ ແຂວງບໍ່ແກ້ວ ລວມມູນຄ່າ 13,000,000 ກີບ ເພື່ອສ້າງເງື່ອນໄຂໃຫ້ທັງສອງພາກສ່ວນ ໜູນໃຊ້ເຂົ້າໃນວຽກງານການຫັນເປັນດີຈີຕອນໃນຕໍ່ໜ້າ.
.jpeg)
ພາບ ແລະ ຂ່າວ: ກອງເລຂາ, ຄຊປປລ ກຕສ.

