10/11/2026
ໃນວັນທີ 2–5 ພະຈິກ 2026, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ນໍາໂດຍ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ກຕສ ໄດ້ນຳພາຄະນະເຂົ້າຮ່ວມງານປະຊຸມສຸດຍອດອິນເຕີເນັດໂລກ ປະຈຳປີ 2026 (World Internet Conference Wuzhen Summit 2026) ເຊິ່ງຈັດຂຶ້ນທີ່ເມືອງອູ້ເຈີ້ນ, ແຂວງເຈີ້ຈຽງ, ສປ ຈີນ ໃນຫົວຂໍ້: ແຫຼ່ງຂໍ້ມູນເປີດ ແລະ ການເປີດກວ້າງ, ການພັດທະນາ ແລະ ຜົນປະໂຫຍດຮ່ວມກັນ - ຮ່ວມກັນສ້າງປະຊາຄົມດ້ວຍການແບ່ງປັນອະນາຄົດໃນພື້ີນທີ່ທາງໄຊເບີ “Open Source and Openness, Collaborative Development and Shared Benefits – Jointly Building a Community with a Shared Future in Cyberspace.”
ກອງປະຊຸມດັ່ງກ່າວ ເປັນເວທີສາກົນສຳຄັນທີ່ມີຜູ້ນຳບັນດາປະເທດ, ຜູ້ຕາງໜ້າອົງການສາກົນ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ຜູ້ປະກອບການດ້ານເຕັກໂນໂລຊີຈາກຫຼາຍປະເທດເຂົ້າຮ່ວມ ເພື່ອຮ່ວມກັນແລກປ່ຽນວິໄສທັດ, ປະສົບການ ແລະ ທິດທາງການພັດທະນາອິນເຕີເນັດ, ເຕັກໂນໂລຊີດີຈີຕອນ ແລະ ນະວັດຕະກຳໃໝ່ ໃນລະດັບສາກົນ.


ໃນພິທີເປີດງານ ທ່ານ Li Qiang (ຫຼີ ສຽງ) ນາຍົກລັດຖະມົນຕີແຫ່ງ ສປ ຈີນ ໄດ້ກ່າວຄຳປາໄສສຳຄັນ ໂດຍເນັ້ນເຖິງການປ່ຽນແປງຂອງອິນເຕີເນັດໃນຍຸກໃໝ່ ທີ່ກຳລັງກ້າວໄປສູ່ຍຸກອິນເຕີເນັດອັດສະລິຍະ (Intelligent Internet) ຜ່ານການປະສານເຕັກໂນໂລຊີປັນຍາປະດິດ (AI), Cloud Computing ແລະ Blockchain ຊຶ່ງຈະມີບົດບາດສຳຄັນຕໍ່ການປ່ຽນແປງທາງເສດຖະກິດ, ອຸດສາຫະກຳ ແລະ ສັງຄົມ. ຊຶ່ງທ່ານໄດ້ເນັ້ນ 3 ທິດສະນະສຳຄັນ ຄື: ໜຶ່ງ, ການພັດທະນາອິນເຕີເນັດກຳລັງປ່ຽນຜ່ານໄປສູ່ຍຸກອັດສະລິຍະ ແລະ ກຳລັງສ້າງວິຖີຊີວິດໃໝ່; ສອງ, ການພັດທະນາອິນເຕີເນັດຕ້ອງຖືເອົາປະຊາຊົນເປັນສູນກາງ ໂດຍໃຫ້ເຕັກໂນໂລຊີຮັບໃຊ້ມະນຸດ, ຍົກລະດັບຄຸນນະພາບຊີວິດ ແລະ ສ້າງໂອກາດການພັດທະນາໃຫ້ທຸກຄົນ ແລະ ສາມ, ການຮ່ວມກັນສ້າງປະຊາຄົມຮ່ວມອະນາຄົດໃນໂລກໄຊເບີ (A Community with a Shared Future in Cyberspace) ຜ່ານການຮ່ວມມືສາກົນ, ການເປີດກວ້າງນະວັດຕະກຳ, ການຮັບປະກັນຄວາມໝັ້ນຄົງທາງດີຈີຕອນ ແລະ ການຫຼຸດຜ່ອນຊ່ອງຫວ່າງດ້ານດີຈີຕອນລະຫວ່າງປະເທດ.


ໃນໂອກາດດຽວກັນ, ທ່ານ ແກ້ວວິສຸກ ໂສລະພົມ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມລະດັບສູງ Ministerial Meeting ແລະ ໄດ້ກ່າວມີຄຳເຫັນໃນ 2 ກອງປະຊຸມ ຄື: ກອງປະຊຸມ Cyberspace Rule of Law ແລະ ກອງປະຊຸມ China-ASEAN Information Harbor. ຊຶ່ງທ່ານໄດ້ກ່າວວ່າ: ການເຂົ້າຮ່ວມກອງປະຊຸມຄັ້ງນີ້, ຖືເປັນໂອກາດອັນດີສຳລັບ ສປປ ລາວ ໃນການຕິດຕາມທ່າອ່ຽງການພັດທະນາເຕັກໂນໂລຊີຂອງໂລກ, ສຶກສາບົດຮຽນຈາກປະເທດທີ່ມີຄວາມກ້າວໜ້າດ້ານດີຈີຕອນ, ພ້ອມທັງຂະຫຍາຍການພົວພັນ ແລະ ການຮ່ວມມືກັບອົງການ ແລະ ຄູ່ຮ່ວມມືສາກົນ ເພື່ອນຳເອົາຄວາມຮູ້, ປະສົບການ ແລະ ເຕັກໂນໂລຊີທີ່ເໝາະສົມມາປັບໃຊ້ໃນການພັດທະນາປະເທດ. ບົດຮຽນຈາກເວທີດັ່ງກ່າວ ສາມາດນຳມາປະກອບການກຳນົດທິດທາງການພັດທະນາໂຄງລ່າງດີຈີຕອນແຫ່ງຊາດ, ການພັດທະນາລະບົບລັດຖະບານດີຈີຕອນ, ການຂະຫຍາຍການນຳໃຊ້ IPv6, ການຍົກລະດັບສູນຂໍ້ມູນ ແລະ Cloud Computing, ການສົ່ງເສີມການນຳໃຊ້ AI ຢ່າງເໝາະສົມ ລວມທັງການເສີມສ້າງຄວາມໝັ້ນຄົງປອດໄພທາງໄຊເບີ ເພື່ອຮອງຮັບການພັດທະນາເສດຖະກິດດີຈີຕອນຂອງປະເທດໃຫ້ມີຄວາມຍືນຍົງ.
ການເຂົ້າຮ່ວມຂອງຄະນະຜູ້ແທນ ສປປ ລາວ ໃນຄັ້ງນີ້ ສະແດງເຖິງຄວາມສຳຄັນທີ່ລາວ ໃຫ້ຕໍ່ການຮ່ວມມືສາກົນ ແລະ ການເຊື່ອມໂຍງເຂົ້າກັບທ່າອ່ຽງການພັດທະນາດີຈີຕອນຂອງໂລກ ເພື່ອກ້າວໄປສູ່ສັງຄົມດີຈີຕອນທີ່ທັນສະໄໝ, ທົ່ວເຖິງ ແລະ ຍືນຍົງ.


