11/11/2026
ໃນວັນທີ 10 ພະຈິກ 2026 ຜ່ານມາ, ນໍາພາໂດຍ ທ່ານ ບຸນສັກດາ ພົມສະຫວັນ ກໍາມະການ ຄຊປປລ ກຕສ ພ້ອມດ້ວຍຄະນະ ເຂົ້າຮ່ວມການແຂ່ງຂັນກິລາບານເຕະ ເປັນນັດທີ່ສອງ ລະຫວ່າງ ທີມກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) VS ທີມກະຊວງ ສາທາລະນາສຸກ, ຜົນການແຂ່ງຂັນສະເໜີກັນດ້ວຍປະຕູ ( 2 - 2 ) ຈາກຜູ້ຫຼີ້ນນໍ້າເບີ 12 ສະຫາຍ ພູມປະເສີດ ສີວົງໄຊ ແລະ ນໍ້າເບີ 20 ສະຫາຍ ປະເສີດສັກ ສຸລິຍະວົງ ໄດ້ຮັບຄະແນນທີມລະໜຶ່ງຄະແນນ. ຊຶ່ງທີມປະກອບດ້ວຍຄະນະຄູຝຶກ ແລະ ຜູ້ຫຼີ້ນ 11 ຕົວຈິງຄື: ສະຫາຍ ບຸນສັກດາ ພົມສະຫວັນ ຈາກໜ່ວຍຊາວໜຸ່ມ ອົງການດັດສົມໂທລະຄົມມະນາຄົມ, ຫົວໜ້າຄູຝຶກ, ສະຫາຍ ໃຈ ພົມມະທັດ ຈາກຮາກຖານຊາວໜຸ່ມ ອິທີແອລ ຈໍາກັດ, ຮອງຫົວໜ້າຜູ້ຄູຝຶກ ສະຫາຍ ແກ້ວພູຊອນ ພັນມາລາ ຈາກໜ່ວຍຊາວໜຸ່ມກົມເຕັກໂນໂລຊີ ແລະ ນະວັດຕະກໍາ, ຄະນະຄູຝຶກ. ນັກກິລາ 11 ສະຫາຍຄື: ສະຫາຍ ປະເສີດສັກ ສຸລິຍະວົງ, ກຳຕັນທີມ ນໍ້າເບີ 20 ຈາກຮາຖານຊາວໜຸ່ມລາວໂທລະຄົມມະນາຄົມ ມະຫາຊົນຈໍາກັດ, ສະຫາຍ ເພັງພະຈັນ ຫຼວງລາດ, ຮັກສາປະຕູ ນໍ້າເບີ 23 ຈາກຮາຖານຊາວໜຸ່ມລາວໂທລະຄົມມະນາຄົມ ມະຫາຊົນຈໍາກັດ ສະຫາຍ ວິລະໄຊ ໄຊສິດ, ນໍ້າເບີ 9 ຈາກໜ່ວຍຊາວໜຸ່ມກົມເຕັກໂນໂລຊີດີຈີຕອນ, ສະຫາຍ ຄຳປະສົງ ຊາພັກດີ, ນໍ້າເບີ 19 ຈາກຮາກຖານຊາວໜຸ່ມ ສູນອິນເຕີເນັດແຫ່ງຊາດ, ສະຫາຍ ສຸພະຈັນ ພຸດທະວົງ, ນໍ້າເບີ 27 ຈາກໜ່ວຍຊາວໜຸ່ມກົມເຕັກໂນໂລຊີດີຈີຕອນ, ສະຫາຍ ພູມີພົນ ວຸດທິຈັນທະເດດ, ນໍ້າເບີ 8 ຈາກໜ່ວຍຊາວໜຸ່ມກົມເຕັກໂນໂລຊີ ແລະ ນະວັດຕະກໍາ, ສະຫາຍ ໄຊນະຄອນວຽງ ວົງດາແສນ, ນໍ້າເບີ 02 ຈາກຮາກຖານຊາວໜຸ່ມລາວໂທລະຄົມມະນາຄົມ ມະຫາຊົນຈໍາກັດ, ສະຫາຍ ສຸພາກອນ ຍຸດນະດີ, ນໍ້າເບີ 14 ຈາກຮາກຖານຊາວໜຸ່ມ ອິທີແອລ ຈໍາກັດ ສະຫາຍ ສິດທິເດດ ຂັນວົງສາ, ນໍ້າເບີ 10 ຈາກຮາຖານຊາວໜຸ່ມລາວໂທລະຄົມມະນາຄົມ ມະຫາຊົນຈໍາກັດ, ສະຫາຍ ວັນນະເລດ ດາລາວົງສາ, ນໍ້າເບີ 7 ຈາກໜ່ວຍຊາວໜຸ່ມກົມເຕັກໂນໂລຊີດີຈີຕອນ, ສະຫາຍ ພູມປະເສີດ ສີວົງໄຊ, ນໍ້າເບີ 12 ຈາກໜ່ວຍຊາວໜຸ່ມກົມເຕັກໂນໂລຊີ ແລະ ນະວັດຕະກໍາ.


ລະຫວ່າງ ການແຂ່ງກິລາບານເຕະໃນນັດນີ້ເຫັນວ່າເປັນເກມທີ່ບໍ່ໄດ້ງ່າຍດາຍໃນຕະຫຼວດເວລາ 40 ນາທີ ໃນເຄິ່ງເວລາທໍາອິດ ທີມກະຊວງຂອງພວກເຮົາແມ່ນຖຶກນຳປະຕູໄປກ່ອນ (0-2) ເຖີງແມ່ນວ່າເຮົາຈະເປັນຜູ້ຄຸ້ມເກມຫຼິ້ນໃນເດິນບານເຕະກໍ່ຕາມ, ຄູ່ຕໍ່ສູ້ໃຊ້ໂອກາດໃນຂໍຜິດພາດຂອງທີມຍິງປະຕູນໍາໄປກ່ອນ, ເຖີງຢ່າງໄດ້ກໍ່ຕາມໃນເວລາ 40 ນາທີໃນເຄິ່ງເວລາສຸດທ້າຍ ຄະນະຄູຝຶກໄດ້ແກ້ເກມການຫຼິ້ນ ແລະ ວາງແຜນການຫຼີ້ນອອກເປັນ 03 ສູດການຫຼິ້ນເພື່ອຫວັງຈະຮັບໄຊຊະ, ແຕ່ຜົນການແຂ່ງຂັນກໍ່ຈົບລົງດ້ວຍປະຕູທີ່ (2-2). ຜົນງານທີ່ສະແດງອອກນີ້ ມັນສະແດງເຖິງຄວາມສະມັກຄີ, ຄວາມຮັບຜິດຊອບ, ນໍ້າໃຈເດັດດຽວສູ້ຊົນທີ່ບໍ່ຍອມແພ້ ເຮັດໃຫ້ທີມຂອງພວກເຮົາຮັບຜົນສໍາເລັດທີ່ຈົບງາມ.

ນັດຕໍ່ໄປໃນວັນທີ່ 17/11/2026 ທີມກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຈະພົບກັບທີມ ກະຊວງ ຍຸຕິທໍາ, ເວລາ 14:00 ໂມງ, ທີ່ເດີນບານເຕະລ້ານຊ້າງ. ຂໍເຊີນບັນດາພະນັກງານ ແລະ ສາມອົງການຈັດຕັ້ງມະຫາຊົນ ທີ່ຂຶ້ນກັບ ກຕສ ເຂົ້າຮ່ວມຮັບຊົມຮັບເຊຍ ທີມກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າການແຂ່ງຂັນ ກິລາບານເຕະຊີງຂັນທ່ານປະທານສູນກາງແນວລາວສ້າງຊາດ (ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ) ປະຈໍາປີ 2026 ເພື່ອເຮັດໃຫ້ບັນຍາກາດຟົດຟື້ນໃຫ້ສົມດັ່ງຄໍາວ່າ “ ຍູ້ແຮງການຫັນເປັນລັດຖະບານດີຈີຕອນ, ສ້າງແຮງງານດີຈີຕອນ, ຂັບເຄື່ອນນະວັດຕະກຳ ກ້າວສູ່ຍຸກປັນຍາປະດິດ ”


