ເຜີຍແຜ່ເນື້ອໃນຈິດໃຈກອງປະຊຸມວຽກງານກວດກາ ທົ່ວປະເທດ ຄັ້ງທີ V

11/11/2026

ເຜີຍແຜ່ເນື້ອໃນຈິດໃຈກອງປະຊຸມວຽກງານກວດກາ ທົ່ວປະເທດ ຄັ້ງທີ V

ໃນຕອນເຊົ້າຂອງວັນທີ 10 ພະຈິກ 2026, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເຜີຍແຜ່ເນື້ອໃນຈິດໃຈ ກອງປະຊຸມວຽກງານກວດກາ ທົ່ວປະເທດ ຄັ້ງທີ V, ພາຍໃຕ້ຄໍາຂວັນ “ເພີ່ມທະວີວຽກງານຕິດຕາມ, ກວດກາ ໃຫ້ເຂັ້ມງວດຮອບດ້ານ, ຕ້ານ ແລະ ແກ້ໄຂ ການສໍ້ລາດບັງຫຼວງເດັດຂາດ, ໂປ່ງໃສ ແລະ ທັນສະໄໝ ເພື່ອການພັດທະນາປະເທດຊາດ ທີ່ຍືນຍົງ" ໃຫ້ຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ເລຂາໜ່ວຍພັກ, ເລຂາຄະນະພັກຮາກຖານ, ປະທານຄະນະກວດກາພັກຮາກຖານ, ປະທານກວດກາໜ່ວຍພັກ, ຜູ້ຊ່ວຍວຽກງານກວດກາ ແລະ ພະນັກງານວິຊາການທີ່ເປັນສະມາຊິກພັກ ຂອງຫ້ອງການ, ບັນດາກົມ, ສູນ, ສະຖາບັນ, ອົງການ, ພະແນກ ຕສ ນະຄອນຫຼວງວຽງຈັນ ແລະ ບັນດາບໍລິສັດ ວິສາຫະກິດ ທີ່ຂຶ້ນກັບການຄຸ້ມຄອງຂອງກຕສ, ທີ່ຫ້ອງປະຊຸມໃຫ່ຍຊັ້ນ 5, ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ. ໃຫ້ກຽດເຂົ້າຮ່ວມກອງປະຊຸມ ແລະ ເປັນປະທານຮ່ວມ ໂດຍສະຫາຍ ສັນຕິສຸກ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກຕສ ແລະ ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຊຶ່ງມີຜູ້ເຂົ້າຮ່ວມທັັງໝົດ 276 ສະຫາຍ, ຍິງ 112 ສະຫາຍ.

ຈຸດປະສົງສຳຄັນຂອງກອງປະຊຸມໃນຄັ້ງນີ້, ເພື່ອເປັນການເຜີຍແຜ່ເນື້ອໃນຈິດໃຈກອງປະຊຸມວຽກງານກວດກາ ທົ່ວປະເທດ ຄັ້ງທີ V ເປັນຕົ້ນແມ່ນ: ບົດສະຫຼຸບຕີລາຄາ ວຽກງານກວດກາ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030) ສະບັບເລກທີ 336/ຄກສພ, ລົງວັນທີ 28 ກໍລະກົດ 2026, ຜ່ານບົດສະຫຼຸບຕີລາຄາວຽກງານກວດກາ ໄລຍະ 5 ປີ (2021-2025) ແລະ ແຜນພັດທະນາວຽກງານກວດກາ 5 ປີຕໍ່ໜ້າ (2026-2030) ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ບົດໂອ້ລົມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V.

ໃນກອງປະຊຸມ ສະຫາຍ ສັນຕິສຸກ ສິມມາລາວົງ ໃຫ້ກຽດມີຄໍາເຫັນ ແລະ ກ່າວເປີດກອງປະຊຸມ, ເຊິ່ງສະຫາຍໄດ້ກ່າວວ່າ ວຽກງານກວດກາເປັນວຽກງານທີ່ສຳຄັນ ແລະ ເປັນໜຶ່ງໃນພາລະບົດບາດ ນຳພາ-ຊີ້ນຳຂອງຄະນະພັກ ແຕ່ລະຂັ້ນ, ເປັນວຽກໜຶ່ງໃນວຽກງານກໍ່ສ້າງພັກ-ພະນັກງານ, ເປັນໜ້າທີ່ຂອງອົງການເສນາທິການ ຂອງຄະນະພັກ ທີ່ເຮັດວຽກງານຕິດຕາມ, ກວດກາສະເພາະ, ເປັນວຽກທີ່ຄະນະພັກແຕ່ລະຂັ້ນຕ້ອງຮັບຜິດຊອບໂດຍກົງ, ຕ້ອງເຮັດເປັນປົກກະຕິຕໍ່ເນື່ອງ ແລະ ຂາດບໍ່ໄດ້ ສໍາລັບການນຳພາຂອງພັກ ແລະ ການຄຸ້ມຄອງລັດ. ນອກຈາກນີ້, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ເລຂາໜ່ວຍພັກ, ເລຂາຄະນະພັກຮາກຖານ, ປະທານຄະນະກວດກາພັກຮາກຖານ, ປະທານກວດກາໜ່ວຍພັກ ທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າ, ປັບປຸງເນື້ອໃນຮູບການ, ວິທີການກວດກາ ແລະ ເອົາໃຈໃສ່ຮັບຟັງການເຜີຍແຜ່ເນື້ອໃນຈິດໃຈກອງປະຊຸມວຽກງານກວດກາ ທົ່ວປະເທດ ຄັ້ງທີ V, ໃຫ້ວຽກງານກວດກາ ກາຍເປັນເຄື່ອງມື ທີ່ເປັນສິ່ງທີ່ປ້ອງກັນ ບໍ່ໃຫ້ມີປະກົດການຫຍໍ້ທໍ້, ການສໍ້ລາດບັງຫຼວງ ຫຼື ການລະເມີດລະບຽບວິໄນຂອງພັກ ເກີດຂຶ້ນ ໃນສະເພາະໜ້າ ແລະ ຍາວນານ ທົ່ວອົງຄະນະພັກກະຊວງ.

:

ພ້ອມນີ້, ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈຳພັກ, ປະທານຄະນະກວດກາພັກກະຊວງ, ຮອງລັດຖະມົນຕີ ກຕສ ໄດ້ເຜີຍແຜ່ບົດສະຫຼຸບຕີລາຄາ ວຽກງານກວດກາ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ 5 ປີຕໍ່ໜ້າ (2026-2030) ສະບັບເລກທີ 336/ຄກສພ, ລົງວັນທີ 28 ກໍລະກົດ 2026; ສະຫາຍ ນ. ສຸພາລັກ ສີລາເພັດ ກຳມະການຄະນະພັກ, ຮອງປະທານຄະນະກວດກາພັກ, ຫົວໜ້າກົມກວດກາ, ກະຊວງ ເຕັກໂນລໂຊີ ແລະ ການສື່ສານ ໄດ້ຜ່ານບົດສະຫຼຸບຕີລາຄາວຽກງານກວດກາ ໄລຍະ 5 ປີ (2021-2025) ແລະ ແຜນພັດທະນາວຽກງານກວດກາ 5 ປີຕໍ່ໜ້າ (2026-2030) ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ.

:

ໃນໂອກາດດຽວກັນ, ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ມີຄໍາເຫັນຕໍ່ກອງປະຊຸມ, ຊຶ່ງສະຫາຍ ໄດ້ເນັ້ນໃຫ້ການຈັດຕັ້ງທຸກຂັ້ນທົບທວນຄືນຄວາມໝາຍຄວາມສຳຄັນຂອງວຽກງານກວດກາ ແລະ ວຽກງານຕ້ານການສໍ້ລາດບັງຫຼວງ, ເຫັນໄດ້ເຖິງຜົນຮ້າຍ ແລະ ໄພອັນຕະລາຍຂອງການສໍ້ລາດບັງຫຼວງ ເພື່ອກ້າວໄປເຖິງ ເຮັດໃຫ້ຄົນມີຈິດສຳນຶກ ທີ່ມີຄວາມຊື່ສັດ ສຸດຈະລິດ ກ້າວໄປເຖິງ ສິ່ງທີ່ເອີ້ນວ່າ “ຄົນບໍ່ກ້າສໍ້ລາດບັງຫຼວງ, ບໍ່ສາມາດສໍ້ລາດບັງຫຼວງ ແລະ ບໍ່ຢາກສໍ້ລາດບັງຫຼວງ" ບໍ່ໃຫ້ເອົາວຽກງານກວດກາເປັນສະໜາມຕໍ່ລອງ ຜູ້ກະທຳຜິດໃຫ້ກາຍເປັນຖືກ. ສະນັ້ນ, ເພື່່ອບັນລຸເປົ້າໝາຍດັ່ງກ່າວ, ໃນເວລາດໍາເນີນການກວດກາ ຕ້ອງກວດກາປົກກະຕິຕໍ່ເນື່ອງ ແຕ່ຫົວທີເພື່ອກໍາສະພາບລວມໃນການເຄື່ອນໄຫວຂອງການຈັດຕັ້ງ, ພະນັກງານ-ລັດຖະກອນ ພ້ອມທັງ ເຫັນໄດ້ປະກົດການລະເມີດລະບຽບກົດໝາຍ; ກວດກາເພື່ອ ພິສູດການກະທໍາຜິດ ເມື່ອມີປະກົດການລະເມີດລະບຽບກົດໝາຍໂດຍ ເຫັນໄດ້ຈາກການກວດກາປົກກະຕິ, ຈາກຜົນການກວດສອບ (ວ່າມີການກະທໍາຜິດ), ຈາກຄໍາຮ້ອງ-ຄໍາສະເໜີ ເພື່ອສະຫຼຸບ ຢ່າງເປັນລະບົບຕໍ່ການກະທໍາຜິດ ແລະ ຜົນເສຍຫາຍທີ່ເກີດຂຶ້ນ ຊີ້ໃຫ້ເຫັນຄວາມຮັບຜິດຊອບຂອງການຈັດຕັ້ງລວມໝູ່ ແລະ ບຸກຄົນ ຕາມກົດລະບຽບພັກ ແລະ ກົດໝາຍຂອງລັດ ຢ່າງຊັດເຈນ ຮັດກຸມ.

ໃນຕອນທ້າຍ ສະຫາຍ ສັນຕິສຸກ ສິມມາລາວົງ ໄດ້ເຜີຍແຜ່ບົດໂອ້ລົມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ແລະ ຍັງໄດ້ເນັ້ນຕື່ມວ່າ ກອງປະຊຸມເຜີຍແຜ່ຄັ້ງນີ້ ແມ່ນຄະນະໜ່ວຍພັກຮາກຖານ, ປັບປຸງຕົນເອງ, ຍົກລະດັບຄວາມຮູ້-ຄວາມສາມາດ, ກ້າຮັບຜິດຊອບ, ອົດທົນ, ເສຍສະຫຼະ, ປະດິດສ້າງ ແລະ ເຄື່ອນໄຫວສອດ ຄ່ອງຕາມພາລະບັດບາດຂອງຕົນ, ຊື່ສັດ, ໂປ່ງໃສ ແລະ ຍຸຕິທໍາ; ເດັດຂາດ ສະກັດກັ້ນ ການສວຍໃຊ້ສິດ, ໜ້າທີ່ເພື່ອສ້າງອໍານາດອິດທິພົນ ຫຼື ມີການແອບແຝງດ້ານຜົນປະໂຫຍດ ອັນຈະສ້າງຄວາມເສຍຫາຍ ຕໍ່ບົດບາດການນໍາພາຂອງພັກ, ການຄຸ້ມຄອງຂອງລັດ ກໍ່ຄື ກະທົບຕໍ່ຄວາມເຊື່ອຖື ໄວ້ວາງໃຈຂອງສັງຄົມຕໍ່ພັກ-ລັດເຮົາ.

ບົດຂ່າວ: ປະລິນຍາ ບາລະຈິດ ກົມກວດກາ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ