12/11/2026
ອີງຕາມການປະຕິບັດໜ້າທີ່ວຽກງານຂອງທັງສອງພາກສ່ວນ ກໍຄືກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ແລະ ກະຊວງ ອຸດສາຫະກຳ ແລະ ການຄ້າ ທີ່ພວມຮີບຮ້ອນໃນການສ້າງ, ປັບປຸງບັນດານິຕິກໍາ ແລະ ລະບຽບການຕ່າງໆ ເພື່ອເປັນເຄື່ອງມືຮັບໃຊ້ໃນການຄຸ້ມຄອງ ໃຫ້ມີຄວາມຮັດກຸມຮອບດ້ານ ພ້ອມຮັບປະກັນການຈັດຕັ້ງປະຕິບັດໃຫ້ສອດຄ່ອງ, ທັນກັບສະພາບການພັດທະນາດ້ານເຕັກໂນໂລຊີ ແລະ ສະພາບການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ. ສະນັ້ນ, ໃນວັນທີ 04 ພະຈິກ 2026 ຜ່ານມາ, ອົງການດັດສົມໂທລະຄົມມະນາຄົມ (ອດທ), ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບວຽກງານຄຸ້ມຄອງການແຂ່ງຂັນ, ປົກປ້ອງຜູ້ຊົມໃຊ້ ແລະ ແກ້ໄຂຂໍ້ຂັດແຍ່ງ ຮ່ວມກັບກົມການຄ້າພາຍໃນ, ກະຊວງ ອຸດສາຫະກຳ ແລະ ການຄ້າ. ໂດຍການນໍາພາຂອງ ທ່ານ ວຽງວິໄລ ເສດຖານົນ, ຮອງຫົວໜ້າອົງການດັດສົມໂທລະຄົມມະນາຄົມ ພ້ອມຄະນະ ແລະ ໃຫ້ກຽດຕ້ອນຮັບໂດຍ ທ່ານ ສັນຕິສຸກ ພູນສະຫວັດ ຫົວໜ້າກົມການຄ້າພາຍໃນ ພ້ອມດ້ວຍຄະນະ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ກໍເພື່ອເປັນການຍົກລະດັບດ້ານການປະສານງານ ແລະ ເພີ່ມທະວີການຮ່ວມມືລະຫວ່າງສອງກະຊວງ ເວົ້າລວມ, ເວົ້າສະເພາະ ກໍແມ່ນລະຫວ່າງ ອົງການດັດສົມໂທລະຄົມມະນາຄົມ ແລະ ກົມການຄ້າພາຍໃນ ທັງເປັນການທົບທວນຄືນໃນການສ້າງ ແລະ ປັບປຸງບັນດານິຕິກໍາຕ່າງໆທີ່ຈໍາເປັນ ແລະ ຮີບດ່ວນໃນການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງ ການໃຫ້ບໍລິການໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ. ຊຶ່ງມີບັນດາຫົວຂໍ້ແລກປ່ຽນທີ່ສໍາຄັນ ເປັນຕົ້ນ: ວຽກງານການຄຸ້ມຄອງການແຂ່ງຂັນການດໍາເນີນທະກິດດ້ານໂທລະຄົມມະນາຄົມ, ວຽກງານປົກປ້ອງຜູ້ຊົມໃຊ້ ແລະ ແກ້ໄຂຂໍ້ຂັດແຍ່ງ ດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ.

ພ້ອມນີ້, ກອງປະຊຸມໄດ້ສຸມໃສ່ປຶກສາຫາລື ແລະ ແລກປ່ຽນຫຼາຍປະເດັນທີ່ມີຄວາມສໍາຄັນ ໂດຍເນັ້ນໃສ່ (1) ການທົບທວນ ແລະ ປັບປຸງນິຕິກຳ: ປັບປຸງບັນດາຂໍ້ຕົກລົງ ແລະ ລະບຽບການທີ່ຕິດພັນກັບການແຂ່ງຂັນທາງທຸລະກິດໂທລະຄົມນາຄົມ, ການກຳນົດອັດຕາສ່ວນ ແລະ ມາດຕະການຕ່າງໆ ເພື່ອຄວບຄຸມຜູ້ທີ່ມີອຳນາດເໜືອຕະຫຼາດ (SMP) ໃຫ້ມີຄວາມໂປ່ງໃສ ແລະ ເປັນທຳ, (2) ການຍົກສູງປະສິດທິພາບການປະສານງານ: ເພີ່ມທະວີການຮ່ວມມື, ການປະສານສົມທົບກັນຢ່າງກົມກຽວ ແລະ ກໍານົດຂອບເຂດຄວາມຮັບຜິດຊອບຢ່າງຈະແຈ້ງ ລະຫວ່າງສອງພາກສ່ວນ ເພື່ອໃຫ້ສາມາດຕິດຕາມກວດກາ ແລະ ແກ້ໄຂບັນຫາຂໍ້ຂັດແຍ່ງຕ່າງໆທັນກັບເວລາ ແລະ (3) ການຕິດຕາມການປ່ຽນແປງທາງດ້ານເຕັກໂນໂລຊີ: ການກຽມຄວາມພ້ອມ ຮອງຮັບຮູບແບບການບໍລິການ ແລະ ເຕັກໂນໂລຊີໃໝ່ໆ ເຊັ່ນ: ເຕັກໂນໂລຊີ 5G, 6G, eSIM, ການເຊື່ອມຕໍ່ອິນເຕີເນັດ ແລະ ລະບົບດີຈີຕອນໃນຍຸກສະໄໝໃໝ່ ເພື່ອໃຫ້ສອດຄ່ອງກັບການພັດທະນາຕະຫຼາດໂທລະຄົມມະນາຄົມ ແລະ ອິນເຕີເນັດໃນປັດຈຸບັນ. ໃນໂອກາດດັ່ງກ່າວ, ອົງການດັດສົມໂທລະຄົມມະນາຄົມ ໄດ້ນໍາສະເໜີພາບລວມ ການສ້າງ ແລະ ປັບປຸງນິຕິກໍາຕ່າງໆ ພ້ອມທັງມີບັນດາຄໍາຖາມເຈາະຈີ້ມ ເພື່ອແລກປ່ຽນໃນກອງປະຊຸມ ແລະ ກົມການຄ້າພາຍໃນ ກໍໄດ້ສະໜອງບັນດາຂໍ້ມູນອັນຈໍາເປັນທາງດ້ານນິຕິກໍາ ແລະ ບົດຮຽນໃນການຄຸ້ມຄອງໃນໄລຍະຜ່ານມາທັງພາຍໃນປະເທດ, ບັນດາປະເທດອາຊຽນ ແລະ ສາກົນ. ຖືເປັນບາດກ້າວອັນສຳຄັນໃນການສືບຕໍ່ຊຸກຍູ້ ແລະ ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງສອງກະຊວງ ສ້າງສະພາບແວດລ້ອມດ້ານການແຂ່ງຂັນໃຫ້ມີຄວາມໂປ່ງໃສ, ເປັນທໍາ, ປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້ ແລະ ຜູ້ໃຫ້ບໍລິການ ພ້ອມທັງຮັບປະກັນການພັດທະນາໂຄງລ່າງພື້ນຖານດີຈີຕອນຂອງ ສປປ ລາວ ໃຫ້ມີຄວາມກ້າວໜ້າ ແລະ ຍືນຍົງ.
ບົດຂ່າວ ແລະ ຮູບພາບ: ອົງການດັດສົມໂທລະຄົມມະນາຄົມ

