ສລດ ເຂົ້າຮ່ວມກອງປະຊຸມ Autumn Economic Forum ຄັ້ງທີ່ 2 ປີ 2026

12/11/2026

ສລດ ເຂົ້າຮ່ວມກອງປະຊຸມ Autumn Economic Forum ຄັ້ງທີ່ 2 ປີ 2026

ໃນລະຫວ່າງວັນທີ 26-29 ຕຸລາ 2026 ຜ່ານມາ, ທ່ານ ປອ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈີຕອນ (ສລດ) ແລະ ທ່ານ ປອ ສີລິວັນໄຊ ເພັດສຸວັນ ຮອງຫົວໜ້າພະແນກ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເຂົ້າຮ່ວມກອງປະຊຸມ ເສວະນາເສດຖະກິດລະດູໃບໄມ້ຫຼົ່ນ ຄັ້ງທີ່ 2 ປີ 2026 (Autumn Economic Forum 2026), ພາຍໃຕ້ຫົວຂໍ້: “ການຮ່ວມມືໃນຍຸກໃໝ່ (Collaboration in a New Era)” ແລະ “ການເຕົ້າໂຮມຂອງທ່າແຮງຂັບເຄື່ອນການເຕີບໂຕໃໝ່ຂອງໂລກ (The Convergence of New Global Growth Engines)”, ທີ່ ນະຄອນໂຮ່ຈິມິນ, ສສ ຫວຽດນາມ. ໂດຍການເປັນປະທານຂອງ ທ່ານ Lê Minh Hưng ນາຍົກລັດຖະມົນຕີ, ສສ ຫວຽດນາມ, ມີບັນດາການນຳຂອງບັນດາປະເທດ ຢູ່ທະວີບອາຊີ, ເອີຣົບ ແລະ ອາເມລິກາ ເຂົ້າຮ່ວມ.

ໃນວາລະກອງປະຊຸມ ຍັງມີກອງປະຊຸມ High-Level Plenary Session, In-Dept Panels and Ministerial Dialogue ແລະ ຫຼາຍກອງປະຊຸມຍ່ອຍ ທີ່ກ່ຽວຂ້ອງກັບເສດຖະກິດດີຈີຕອນ, ຄວາມປອດໄພທາງໄຊເບີ ແລະ ປັນຍາປະດິດ. ໃນນັ້ນ, ທ່ານ Lê Minh Hưng ນາຍົກລັດຖະມົນຕີ, ສສ ຫວຽດນາມ ໄດ້ສະແດງວິໄສທັດຂອງ ສສ ຫວຽດນາມ ທີ່ກຳລັງປ່ຽນບົດບາດ ຈາກຜູ້ເຂົ້າຮ່ວມ ມາເປັນຜູ້ຮ່ວມສ້າງເຕັກໂນໂລຊີດີຈີຕອນ ໃນກົນໄກການຮ່ວມມືສາກົນ. ພ້ອມນີ້, ທ່ານຍັງໄດ້ສະເໜີໃຫ້ບັນດາຄູ່ຮ່ວມມືສາກົນ ປ່ຽນຈາກຮູບແບບ ການລົງທຶນ ນຫວຽດນາມ ມາເປັນການລົງທຶນຮ່ວມກັບຫວຽດນາມ, ຈາກການແບ່ງປັນຜົນປະໂຫຍດ ໄປສູ່ການແບ່ງປັນຄວາມຮັບຜິດຊອບ ແລະ ຮ່ວມກັນກຳນົດອະນາຄົດ.

ຄະນະຜູ້ແທນ ກຕສ ໄດ້ຕິດຕາມ ແລະ ຮັບຟັງການປຶກສາຫາລືໃນ 6 ກອງປະຊຸມຍ່ອຍ ເຊິ່ງມີເນື້ອໃນ ສຳຄັນ ຄື: 1)Sustainable Global Value Chain (Green Logistics): ສ້າງຮ່ວງໂສ້ໂຄງລ່າງພື້ນຖານຄວາມຍືນຍົງ, ການຫັນເປັນດີຈີຕອນ ແລະ ສະຖາບັນ ທີ່ເຊື່ອມໂຍງໂຮງງານ, ນິຄົມອຸດສາຫະກຳ, ທ່າເຮືອ, ພາສີ, ການເງິນ ແລະ ຕະຫຼາດໂລກ, 2)Policy Frameworks for the Digital Economy: ສ້າງກຳລັງຂັບເຄື່ອນຕົ້ນຕໍຂອງເສດຖະກິດດີຈີຕອນ ໂດຍເນັ້ນການສ້າງຄວາມດຸນດ່ຽງ ລະຫວ່າງການເປີດກວ້າງທາງເສດຖະກິດ ກັບຄວາມປອດໄພ ແລະ ຄວາມໝັ້ນຄົງຂອງຊາດ, 3)Data Security and Cybersecurity in the Quantum Era: ສ້າງການປ່ຽນຜ່ານທາງຍຸດທະສາດເຕັກໂນໂລຊີ ທີ່ຕ້ອງກະກຽມຄວາມພ້ອມຢ່າງຮີບດ່ວນ ເພື່ອຮອງຮັບໄພຄຸກຄາມທາງເຕັກໂນໂລຊີໃນອະນາຄົດ. ໂດຍສະເພາະ ການຈະມາເຖິງຂອງລະບົບ Quantum Computing ຊຶ້ງຕ້ອງສ້າງຄວາມຍືດຍຸນທາງໄຊເບີ ເພື່ອນຳໃຊ້ Post-Quantum Cryptography (PQC) ໃຫ້ເປັນສ່ວນໜຶ່ງຂອງໂຄງຮ່າງພື້ນຖານໃນອະນາຄົດ, 4)Building a Quantum Technology Ecosystem: ການກຳນົດທິດທາງຍຸດທະສາດສຳລັບປະເທດກຳລັງພັດທະນາ ໂດຍເນັ້ນການເລືອກສຸມໃສ່ຕະຫຼາດສະເພາະ ທີ່ມີມູນຄ່າສູງ ແລະ ການເຂົ້າຮ່ວມກົນໄກການຮ່ວມມືສາກົນ, 5)AI for Megacity Governance and Industry: ສ້າງຍຸດທະສາດພັດທະນາປັນຍາປະດິດ ໃຫ້ຄອບຄຸມທັງ 2 ພາກສ່ວນ ຄື: AI ໃນການຄຸ້ມຄອງຕົວເມືອງໃຫຍ່ ແລະ AI ໃສ່ຂະແໜງອຸດສາຫະກຳ ແລະ 6)Sovereign AI Capabilities: ສ້າງຍຸດທະສາດ AI ໃຫ້ມີການເລືອກເຟັ້ນຢ່າງຈະແຈ້ງ 3 ລະດັບ ຄື:ລະດັບຊາດ: ການວາງນະໂຍບາຍ ແລະ ຍຸດທະສາດມະຫາພາກ, ລະດັບພາກລັດ: ການກະກຽມໂຄງຮ່າງພື້ນຖານ, ຂໍ້ມູນ ແລະ ການຄຸ້ມຄອງ ແລະ ລະດັບວິສາຫະກິດ: ການພັດທະນາໂມເດນ AI, ການພັດທະນາບຸກຄະລາກອນ ແລະ ການນຳໄປໃຊ້ຕົວຈິງ.

ຂ່າວ: ສູນບໍລິຫານລັດດິຈິຕອນ, ຮຽບຮຽງ: ພະແນກປະຊາສໍາພັນ ແລະ ຂໍ້ມູນຂ່າວສານ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ