12/11/2026
ໃນວັນທີ 12 ພະຈິກ 2026, ທີ່ຫ້ອງປະຊຸມ ກະຊວງປ້ອງກັນປະເທດ, ກອງເລຂາ ຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສຳມະນາ ສ້າງຄວາມເຂັ້ມແຂງ ຄະນະກຳມະການ ຄຸ້ມຄອງອິນເຕີເນັດ ຂັ້ນແຂວງ 18 ແຂວງ/ນະຄອນຫລວງ ຂຶ້ນ. ໂດຍການເປັນປະທານ ຂອງ ທ່ານ ແກ້ວວີສຸກ ໂສລະພົມ, ຮອງລັັັດຖະມົນຕີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ຮອງປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ມີບັນດາທ່ານຫົວໜ້າ/ຮອງຫົວໜ້າກົມ ແລະ ວິທະຍາກອນຈາກພາກສ່ວນກ່ຽວຂ້ອງ ພ້ອມດ້ວຍບັນດາທ່ານ ຫົວໜ້າ/ຮອງຫົວໜ້າຫ້ອງວ່າການ, ພະແນກ ແລະ ວິຊາການ ຈາກຄະນະກຳມະການຄຸ້ມຄອງອິນເຕີເນັດ ຂັ້ນແຂວງ 18 ແຂວງ/ນະຄອນຫລວງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້, ທ່ານ ແກ້ວວີສຸກ ໂສລະພົມ ໄດ້ມີຄໍາເຫັນຊີ້ນຳ ຊຶ່ງທ່ານໄດ້ເນັ້ນໜັກເຖິງຄວາມໝາຍ, ຄວາມສໍາຄັນ ຕໍ່ການສ້າງຄວາມເຂົ້າໃຈ ໃນການກວດກາຕິດຕາມ ແລະ ການຕອບໂຕ້ຂ່າວປອມ, ຂ່າວບິດເບືອນເທິງສື່ສັງຄົມອອນລາຍ, ໃຫ້ຮັບຮູ້ສະພາບ, ການປ້ອງກັນ ແລະ ການແກ້ໄຂ ບັນຫາການຕົວະຍົວະຫລອກລວງທາງອອນລາຍ, ທັງເສີມສ້າງທັກສະ ວຽກງານຄວາມປອດໄພທາງໄຊເບີ ເປັນການສ້າງຄວາມອາດສາມາດໃຫ້ທຸກຂະແໜງການ ເຂົ້າໃຈໄພຄຸກຄາມ ແລະ ໄພອັນຕະລາຍຕ່າງໆ ເພື່ອນໍາໄປເຜິຍແຜ່ຄວາມຮູ້, ແກ່ສັງຄົມ ເພື່ອຫຼຸດຜ່ອນຄວາມສ່ຽງຕ່າງໆ ທີ່ອາດເກີດຂຶ້ນກັບຕົນເອງ, ການຈັດຕັ້ງ ແລະ ສັງຄົມ. ໂດຍສະເພາະການຈັດຕັ້ງ ປະຕິບັດວຽກງານຄຸ້ມຄອງອິນເຕີເນັດຂັ້ນແຂວງ/ນະຄອນຫຼວງ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ແລະ ຄວາມເອົາໃຈໃສ່ ຢ່າງເປັນເອກະພາບ ຕໍ່ກັບວຽກງານຄຸ້ມຄອງອິນເຕີເນັດໃນທົ່ວປະເທດ ກໍຄືການປັບປຸງ ຄຄອຊ ຂັ້ນແຂວງ ເພື່ອໃຫ້ສອດຄ່ອງກັບ ສິດ, ພາລະບົດບາດ ແລະ ໜ້າທີ່ ໃນແຕ່ລະໄລຍະ. ການຕອບໂຕ້ ຫາງສຽງຜ່ານສື່ສັງຄົມອອນລາຍ ໂດຍສະເພາະ ຂ່າວທີ່ບໍ່ມີມູນຄວາມຈິງ, ຂ່າວບິດເບືອນ, ໃສ່ຮ້າຍປ້າຍສີ ການນຳພັກ-ລັດ ແລະ ການຈັດຕັ້ງ ແມ່ນບັນຫາເກີດຂື້ນຢູ່ບ່ອນໃດ, ບ່ອນນັ້ນຕ້ອງຕອບໂຕ້ຂ່າວ, ສະໜອງຂໍ້ມູນໃຫ້ສໍານັກຂ່າວທາງການ ແລະ ອອກຖະແຫລງຂ່າວທີ່ຖືກຕ້ອງ ໃຫ້ສັງຄົມຮັບຊາບຢ່າງທັນການ, ການຫຼອກລວງຜ່ານທາງອອນລາຍເປັນບັນຫາທີ່ກະທົບໂດຍກົງຕໍ່ຊັບສິນ, ຄວາມເຊື່ອໝັ້ນ ແລະ ຄວາມປອດໄພໃນການໃຊ້ບໍລິການດີຈີຕອນ ຂອງປະຊາຊົນ. ສະນັ້ນ, ຈຶ່ງຕ້ອງໄດ້ເອົາໃຈໃສ່ວຽກງານໂຄສະນາເຜີຍແຜ່ ເພື່ອເຂົ້າເຖິງກົນໄກ, ເລ່ຫຼ່ຽມ ຂອງ ພວກກຸ່ມແກ້ງບໍ່ດີ ໃຫ້ທົ່ວສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈແຕ່ສູນກາງຮອດທ້ອງຖີ່ນ, ການສ້າງຈຸດເຊື່ອມຕໍ່ຢູ່ຊາຍແດນ ເພື່ອຄຸ້ມຄອງການເຊື່ອມຕໍ່ສາຍສົ່ງໂທລະຄົມມະນາຄົມຂ້າມເຂດຊາຍແດນ, ການຂື້ນທະບຽນເລກໝາຍໂທລະສັບ ແລະ ເຊື່ອມຕໍ່ຖານຂໍ້ມູນຂື້ນທະບຽນເລກໝາຍໂທລະສັບ ເຂົ້າກັບຖານຂໍ້ມູນພົນລະເມືອງຂອງກະຊວງປ້ອງກັນຄວາມສະຫວົບ ແລະ ຖານຂໍ້ມູນບັນຊີທະນາຄານ ຂອງທະນາຄານ ແຫ່ງ ສປປລາວ. ພ້ອມນັ້ນ, ຄະນະຕ້ອງໄດ້ປັບປຸງເພື່ອກວດກາຄືນ ແລະ ກຽມຄວາມພ້ອມ ຮອງຮັບສະພາບການໂຈມຕີທາງໄຊເບີ ຕໍ່ບັນດາພື້ນຖານໂຄງລ່າງຂໍ້ມູນຂ່າວສານທີ່ສໍາຄັນ ຂອງຊາດ ເປັນຕົ້ນ: ການໂຈມຕໍ່ລະບົບການເງິນ-ການທະນາຄານ.
.jpeg)
ໃນກອງປະຊຸມສຳມະນາ ຍັງໄດ້ຮັບຟັງການບັນຍາຍຂອງວິທະຍາກອນຈາກບັນດາກົມ, ສູນ ກ່ຽວຂ້ອງພາຍໃນ ຄຄອຊ ໃນຫຼາຍຫົວຂໍ້ ເຊັ່ນ: ການຄົ້ນຫາຂໍ້ມູນຫຼັກຖານທາງເອເລັກໂຕຣນິກ ແລະ ການແກ້ໄຂບັນຫາສື່ສັງຄົມອອນລາຍ, ການຈັດຕັ້ງປະຕິບັດວຽກງານປະຊາສໍາພັນ ແລະ ວຽກງານຖະແຫຼງຂ່າວ, ສະພາບ ແລະ ຂັ້ນຕອນການແຈ້ງຄວາມ ກ່ຽວກັບການຕົວະຍົວະຫຼອກລວງທາງອອນລາຍ, ສະພາບ ແລະ ຂັ້ນຕອນການແກ້ໄຂບັນຫາຕົວະຍົວະຫຼອກລວງ ທີ່ນໍາໃຊ້ບັນຊີທະນາຄານ ທຸລະກິດ, ການວິເຄາະຂ່າວ ແລະ ການຕອບໂຕ້ຂ່າວ, ວຽກງານ ຄຄອຊ ແລະ ການຈັດປະຕິບັດ ສາຍດວ່ນ 1533, ການຄຸ້ມຄອງການຄ້າທາງເອເລັກໂຕຣນິກ ແລະ ສະພາບການຫຼອກລວງຜ່ານການຄ້າເອເລັກໂຕຣນິກ.
:
ພ້ອມນີ້, ບັນດາຜູ້ເຂົ້າຮ່ວມ ໄດ້ຮ່ວມກັນປຶກສາຫາລື ແລກປ່ຽນຄຳຄິດຄຳເຫັນ ຢ່າງກົງໄປກົງມາ ກ່ຽວກັບວຽກງານ ຄຸ້ມຄອງອິນເຕີເນັດ ພາຍໃນແຂວງຂອງຕົນ, ວິທີການປະສານງານລະຫວ່າງ ຄຄອຊ ແລະ ຄຄອຂ, ລວມທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອໃຫ້ມີກົນໄກການປະສານງານໂລ່ງລ່ຽນ, ການແກ້ໄຂບັນຫາ, ການໃຫ້ຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ທັນສະພາບການ.


ຂໍ້ມູນ: ຄຄອຊ.

