ສະ​ຫາຍ​ ສັນ​ຕິ​ສຸກ ສິມ​ມາ​ລາ​ວົງ ຖືກແຕ່ງຕັ້ງເປັນ​ປະ​ທານສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ - ຣັດ​ເຊຍ

12/11/2026

ສະ​ຫາຍ​ ສັນ​ຕິ​ສຸກ ສິມ​ມາ​ລາ​ວົງ ຖືກແຕ່ງຕັ້ງເປັນ​ປະ​ທານສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ - ຣັດ​ເຊຍ

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ ຜ່ານມາ​ນີ້, ທີ່ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

ສະ​ຫາຍ ​ບຸນ​ເຫຼືອ ພັນ​ດາ​ນຸ​ວົງ ກໍ​າມະ​ການ​ສູນ​ກາງ​ພັກ ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃນໄລຍະຜ່ານມາຂອງສະມາຄົມມິດຕະພາບລາວກັບ​ຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຶ່ງໄດ້ສັງລວມຜົນງານ​ທີ່​ຍາດ​ມາ​ໄດ້, ຕີລາຄາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດ​ໃຫ້​ວຽກ​ງານການທູດ ປະຊາຊົນສາ​ມາດ​ປະ​ກອບ​ສ່ວນ​ໄດ້​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ໜ້າ​ທີ່​ການ​ເມືອງ​ໃນ​ໄລ​ຍະ​ໃໝ່, ເພື່ອ​ສ້າງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ການ​ຮ່ວມ​ມື ລະຫວ່າງ ປະຊາຊົນລາວກັບ ​ປະຊາ​ຊົນບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື​ໃຫ້​ນັບ​ມີ​ຄວາມ​ແໜ້ນ​ແຟ້ນ​ຂຶ້ນກວ່າ​ເກົ່າ.

:

ພ້ອມນີ້, ສະ​ຫາຍນາງ ວິ​ໄລ ພິ​ລາ​ວົງ​ ຮອງຫົວ​ໜ້າ​ກົມ​ຄຸ້ມ​ຄອງ​ພະ​ນັກ​ງານຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກໄດ້​ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງຄະນະບໍລິຫານງານສະມາຄົມມິດຕະພາບລາວ ກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ໂດຍ​ແຕ່ງຕັ້ງ ສະ​ຫາຍ​ ສັນ​ຕິ​ສຸກ ສິມ​ມາ​ລາ​ວົງ ກຳ​ມະ​ການ​ສູນ​ກາງ​ພັກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ເຕັກ​ໂນ​ໂລ​ຊີ ແລະ ການ​ສື່​ສານ ເປັນ​ປະ​ທານສະ​ມາ​ຄົມ​ມິດ​ຕະ​ພາບ​ລາວ - ຣັດ​ເຊຍ.

ໃນໂອ​ກາດນີ້, ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ໄດ້ໃຫ້ກຽດໂອ້ລົມໃນພິທີ ໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານອັນ​ພົ້ນ​ເດັ່ນ ທີ່ຄະນະບໍລິຫານງານສະມາຄົມມິດ​ຕະ​ພາ​ບ​ລາວກັບ​ຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ​ຊຸດເກົ່າຍາດມາໄດ້ ແລະ ເຊື້ອ​ໝັ້ນ​ວ່າຄະນະບໍລິຫານງານຊຸດໃໝ່ ຈະ​ສືບ​ຕໍ່​ເຮັດ​ສຳ​ເລັດ​ໜ້າ​ທີ່​ການ​ເມືອງ, ການ​ຕ່າງ​ປະ​ເທດກໍ​ຄື​ວຽກ​ງານການ​ທູດ​ປະ​ຊາ​ຊົນ ​ທີ່​ຂັ້ນ​ເທິງມອບ​ໝາຍ​ໃຫ້ ເພື່ອປະ​ກອບ​ສ່ວນເຂົ້າ​ໃນ​ການຮັດ​ແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງປະ​ຊາ​ຊົນ​ລາວກັບ​ບັນດາປະ​ເທດ​ຄູ່ຮ່ວມມືໃຫ້ແຕກດອກອອກຜົນ ແລະ ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ