ກອງປະຊຸມເປີດກ້ວາງທາບທາມ ປະກອບຄຳເຫັນໃສ່ (ຮ່າງ) ປັບປຸງກົດໝາຍ ວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ(ສະບັບປີ 2017)

13/11/2026

ກອງປະຊຸມເປີດກ້ວາງທາບທາມ ປະກອບຄຳເຫັນໃສ່ (ຮ່າງ) ປັບປຸງກົດໝາຍ ວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ(ສະບັບປີ 2017)

ຄວາມຖີ່ວິທະຍຸສື່ສານ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເປີດກ້ວາງທາບທາມ ປະກອບຄຳເຫັນໃສ່ (ຮ່າງ) ປັບປຸງກົດໝາຍ ວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ(ສະບັບປີ 2017) ຂຶ້ນຢູ່ທີ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂາວສານ, ໃນວັນທີ 11 ພະຈິກ 2026. ໂດຍການເປັນປະທານຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີບັນດາບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະ ຫົວໜ່ວຍທຸລະກິດ ເຂົ້າຮ່ວມ.

:

ຈຸດປະສົງກອງປະຊຸມໃນຄັ້ງນີ້, ແມ່ນເພື່ອທົບທວນຄືນ ແລະ (ຮ່າງ) ປັບປຸງກົດໝາຍ ວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ(ສະບັບປີ 2017) ເພື່ອກຳນົດ ຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ, ການຕິດຕາມ ກວດກາ ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຄື້ນຄວາມຖີ່ວິທະຍຸສື່ສານ, ຕຳແໜ່ງວົງໂຄຈອນດາວທຽມ ແລະ ວຽກງານມາດຕະຖານເຕັກນິກ ເພື່ອໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຄວາມສະດວກ, ວ່ອງໄວ, ທັນສະໄໝ ແລະ ຍຸຕິທຳ ແນໃສ່ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພຂອງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.

ຕອນທ້າຍກອງປະຊຸມ ບັນດາຜູ້ເຂົ້າຮ່ວມໄດ້ມີການຖາມ-ຕອບ ແລະ ແລກປ່ຽນຄວາມຄິດເຫັນຢ່າງຟົດຟື້ນ ສ້າງໃຫ້ມີຜົນສໍາເລັດ ໂດຍການປັບປຸງເນື້ອໃນ (ຮ່າງ)ກົດໝາຍ ວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ(ສະບັບປີ 2017) ເພື່ອໃຫ້ກາຍເປັນນິຕິກຳສຳຄັນໃນການຂັບເຄື່ອນການເຕີບໂຕທາງດ້ານເສດຖະກິດ-ສັງຄົມ ແລະ ຄວາມໝັ້ນຄົງຂອງປະເທດ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ