ຄະນະນຳ ກຕສ ເຂົ້າຮ່ວມງານມະຫະກຳ FrancoTech 2026 ທີ່ ຣາຊາອານາຈັກ ກຳປູເຈຍ.

16/11/2026

ຄະນະນຳ ກຕສ ເຂົ້າຮ່ວມງານມະຫະກຳ FrancoTech 2026 ທີ່ ຣາຊາອານາຈັກ ກຳປູເຈຍ.

ໃນລະຫວ່າງວັນທີ 14–16 ພະຈິກ 2026, ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ນຳພາຄະນະຜູ້ແທນ ເຂົ້າຮ່ວມງານມະຫະກໍາ FrancoTech 2026 ເຊິ່ງຈັດຂຶ້ນຢ່າງເປັນທາງການທີ່ ນະຄອນຫຼວງພະນົມເປັນ, ຣາຊາອານາຈັກ ກຳປູເຈຍ.

ງານມະຫະກຳດັ່ງກ່າວ ເປັນງານປິ່ນອ້ອມຂອງກອງປະຊຸມສຸດຍອດ Francophonie ຄັ້ງທີ 20, ເຊິ່ງເປັນເວທີສາກົນສຳຄັນທີ່ມີຜູ້ນຳຂອງບັນດາປະເທດຝລັ່ງໂກໂຟນີ, ຜູ້ຕາງໜ້າອົງການສາກົນ, ຜູ້ຊ່ຽວຊານ, ນັກວິຊາການ ແລະ ຜູ້ປະກອບການດ້ານເຕັກໂນໂລຊີຈາກຫຼາຍປະເທດເຂົ້າຮ່ວມ ເພື່ອເປັນເວທີໃນການແລກປ່ຽນວິໄສທັດ, ປະສົບການ ແລະ ທິດທາງການພັດທະນາເຕັກໂນໂລຊີດີຈີຕອນ ແລະ ນະວັດຕະກຳໃໝ່ ໃນລະດັບສາກົນ.

:

ໃນວັນທີ 15 ພະຈິກ 2026 ທີ່ສູນປະຊຸມ ແລະ ງານວາງສະແດງເກາະເພັດ (koh pich) ໄດ້ມີພິທີເປີດງານ ເຊິ່ງໃຫ້ກຽດກ່າວເປີດພິທີໂດຍ ທ່ານ Emmanuel Macron (ເອມມານູເອວ ມາຄຣົງ), ປະທານປະເທດ ແຫ່ງສາທາລະນະລັດຝຣັ່ງ, ທ່ານ To Lam (ໂຕ ເລີມ), ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທ່ານ Mark Carney (ມາກ ຄານີ), ນາຍົກ ລັດຖະມົນຕີ ການາດາ ແລະ ທ່ານ Hun MANET (ຮຸນ ມາເນັດ) ນາຍົກລັດຖະມົນຕີແຫ່ງ ຣາຊາອານາຈັກ ກຳປູເຈຍ. ພ້ອມນີ້, ຍັງມີບັນດາຄະນະຜູ້ແທນຈາກປະເທດສະມາຊິກ ຝຣັ່ງໂກໂຟນນີ (Francophonie) ເຂົ້າຮ່ວມ.

ໃນໂອກາດດຽວກັນນັ້ນ, ທ່ານ ໄຊລືຊາ ອິນສີຊຽງໃໝ່ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນລະດັບລັດຖະມົນຕີ ລັດຖະບານດິຈິຕອນ ທີ່ເປັນເວທີໃນການສົນທະນາແລກປ່ຽນຄຳເຫັນ ແລະ ປຶກສາຫາລື ລົງເລິກໃນຫົວຂໍ້: "ການເລັ່ງລັດພັດທະນາໂຄງລ່າງພື້ນຖານສາທາລະນະ ທີ່ມີຄວາມຍືນຍົງ, ກວມລວມ ແລະ ຖືເອົາປະຊາຊົນເປັນໃຈກາງ". ເຊິ່ງທ່ານໄດ້ມີຄໍາເຫັນແລກປ່ຽນ ໂດຍຍົກໃຫ້ເຫັນເຖິງຄວາມສໍາຄັນຂອງວຽກງານການຫັນເປັນດິຈິຕອນ ຂອງ ສປປ ລາວ ແມ່ນໄດ້ຮັບການຊີ້ນຳໂດຍກົງຈາກທ່ານນາຍົກລັດຖະມົນຕີ ເປັນປະທານ ຄະນະກຳມະການລະດັບຊາດ ເພື່ອການຫັນເປັນດີຈີຕອນ, ທ່ານລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ເປັນຮອງປະທານ ທັງເປັນຜູ້ປະຈໍາການ. ພ້ອມກັນນັ້ນ, ສປປ ລາວ ຍັງໄດ້ວາງຮາກຖານດ້ານນິຕິກຳ ແລະ ຍຸດທະຍາດທີ່ສຳຄັນ ເປັນຕົ້ນແມ່ນ: ວິໄສທັດການພັດທະນາເສດຖະກິດ ດິຈິຕອນ ແຫ່ງຊາດ ໄລຍະ 20 ປີ, ແຜນຍຸດທະສາດ ການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 10 ປີ, ແຜນພັດທະນາ ເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 5 ປີ ແລະ ເມື່ອບໍ່ດົນມານີ້ ພວກເຮົາຫາກໍ່ໄດ້ຮັບຮອງ ເອົາຍຸດທະສາດປັນຍາປະດິດ ແຫ່ງຊາດ ໄລຍະປີ 2026-2035 ແລະ ກົດໝາຍວ່າດ້ວຍຄວາມປອດໄພທາງໄຊເບີ (ສະບັບປັບປຸງ) ເພື່ອສ້າງຄວາມເຊື່ອໝັ້ນ ແລະ ປົກປ້ອງປະຊາຊົນຈາກໄພຄຸກຄາມທາງໄຊເບີ.

ນອກຈາກນັ້ນ, ຄະນະຜູ້ແທນ ກຕສ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ Chea Vandeth (ເຈຍ ວັນເດດ), ລັດຖະມົນຕີ ກະຊວງໄປສະນີ ແລະ ໂທລະຄົມມະນາຄົມ, ຣາຊາອານາຈັກ ກຳປູເຈຍ, ໃນວາລະເຂົ້າຢຽມຄັ້ງນີ້ ໄດ້ມີການປຶກສາຫາລືແລກປ່ຽນບົດຮຽນ, ທົບທວນການຮ່ວມມືໃນໄລຍະຜ່ານມາ ແລະ ສືບຕໍ່ຮ່ວມມືໃນຕໍ່ໜ້າ ເພື່ອເສີມຂະຫຍາຍສາຍພົວພັນ ລະຫວ່າງສອງຊາດ ກໍ່ຄືລະຫວ່າງສອງກະຊວງ ໃນວຽກງານການຫັນເປັນດີຈີຕອນ ໃຫ້ເກີດຜົນປະໂຫຍດສູງສຸດ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ