ອົງການດັດສົມໂທລະຄົມມະນາຄົມ ເຄື່ອນໄຫວວຽກ ຢູ່ ສສຫວຽດນາມ ໃນຫຼາຍຫົວຂໍ້

18/11/2026

ອົງການດັດສົມໂທລະຄົມມະນາຄົມ ເຄື່ອນໄຫວວຽກ ຢູ່ ສສຫວຽດນາມ ໃນຫຼາຍຫົວຂໍ້

ໃນລະຫວ່າງວັນທີ 26 - 30 ຕຸລາ 2026, ອົງການດັດສົມໂທລະຄົມມະນາຄົມ (ອດທ), ກະຊວງເຕັກໂນໂລຊີ ແລະ ການສື່ສານ ນຳໂດຍ ທ່ານ ສຸດໃຈ ລໍລອນສີ ຫົວໜ້າ ອດທ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກ ຢູ່ ສສຫວຽດນາມ ໃນຫຼາຍຫົວຂໍ້ສຳຄັນ ເປັນຕົ້ນ: ໃນລະຫວ່າງວັນທີ 26 - 27 ຕຸລາ 2026, ໄດ້ເຂົ້າຮ່ວມກອງປະຊຸມສອງຝ່າຍລະຫວ່າງ ອົງການດັດສົມໂທລະຄົມມະນາຄົມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ອົງການໂທລະຄົມມະນາຄົມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນານ ໂດຍມີຫົວໜ້າອົງການ ພ້ອມດ້ວຍຄະນະ ຝ່າຍ ສປປ ລາວ ແລະ ຫົວໜ້າອົງການ, ຄະນະພະແນກ ສສ ຫວຽດນານ ລວມທັງໝົດ 18 ທ່ານ ຈຸດປະສົງແມ່ນເພື່ອເຂົ້າຢຽມຢາມສຶກສາ ແລະ ແລກປ່ຽນບົດຮຽນດ້ານເຕັກນິກການຄຸ້ມຄອງໂທລະຄົມມະນາຄົມ ແລະ ການປະເມີນຄວາມສອດຄ່ອງຂອງອຸປະກອນ ICT. ໂດຍສະເພາະ ວິໄສທັດ ແລະ ແຜນອະນາຄົດຂອງ MOST, ການລົງທະບຽນ SIM ແລະ ການເຊື່ອມຂໍ້ມູນຜູ້ໃຊ້ກັບແອັບຊໍາລະເງິນ, ການລົງທະບຽນ ແລະ ກວດສອບແອັບພິເຄຊັນການນໍາເຂົ້າ, ກວດກາ, ມາດຕະຖານການຢັ້ງຢືນ ແລະ ຕິດຕາມອຸປະກອນ ICT ວິທີປະຕິບັດທີ່ດີໃນການຕ້ານການສໍ້ໂກງ ແລະ ການຫຼອກລວງຜ່ານໂທລະຄົມ.
ພ້ອມນັ້ນ, ໃນລະຫວ່າງວັນທີ 28-30 ຕຸລາ 2026 ຍັງໄດ້ເຂົ້າຮ່ວມງານສັບປະດາດີຈີຕອນສາກົນ, ສສ ຫວຽດນາມ ປະຈໍາປີ 2026 (VIDW2026) ເຊິ່ງຈັດຂື້ນ ຢູ່ນະຄອນກວາງນິງ, ສສ ຫວຽດນາມ ພາຍໃຕ້ຫົວຂໍ້: ການສ້າງການເຊື່ອມຕໍ່ອັດສະລິຍະ, ການຄຸ້ມຄອງ AI, ການຂັບເຄື່ອນການຫັນປ່ຽນດ້ວຍ AI (Building Smart Connectivity, Governing AI, Enabling AI Transformation ). ງານດັ່ງກ່າວຈັດຂຶ້ນພາຍໃຕ້ການເປັນປະທານຂອງ ທ່ານ ປອ ວູ ໄຮ ກວານ (H.E. Prof. Dr. Vu Hai Quan), ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ສສ ຫວຽດນາມ ມີຜູ້ແທນເຂົ້າຮ່ວມຫຼາຍກວ່າ 500 ທ່ານ, ການຮ່ວມງານຄັ້ງນີ້ ເປັນການແລກປ່ຽນຄວາມຮູ້, ສົ່ງເສີມການຮ່ວມມືດ້ານດີຈີຕອນ ແລະ ປັນຍາປະດິດ (AI) ໃນພາກພື້ນ.
ໃນໂອກາດດຽວກັນ, ອົງການດັດສົມໂທລະຄົມມະນາຄົມ ຍັງໄດ້ເຂົ້າຮ່ວມກອງປະຊຸມອາຊຽນວ່າດ້ວຍ 5G ປີ 2026 ໃນວັນທີ 29 ຕຸລາ 2026. ໂດຍການເປັນປະທານຂອງ ທ່ານ Pham Duc Long, ຮອງລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ສສ ຫວຽດນາມ, ມີຕາງໜ້າຈາກບັນດາປະເທດຕ່າງໆ ແລະ ບໍລິສັດ ໂທລະຄົມ ເຂົ້າຮ່ວມຫຼາຍກວ່າ 30 ທ່ານ. ເພື່ອຖອດຖອນແລກປ່ຽນບົດຮຽນເຊິ່ງກັັນ ແລະ ກັນ ໂດຍສະເພາະການຊຸກຍູ້ 5G ໃນ ASEAN, ເລັ່ງການເຕີບໂຕ 5G ໃຫ້ທົ່ວເຖິງ ແລະ ການຫັນປ່ຽນອັດສະລິຍະໃນ ASEAN, ຄວາມກ້າວໜ້າ 5G ແລະ ໂຄງລ່າງດິຈິຕອນໃນອະນາຄົດ.
ການເຂົ້າຮ່ວມງານ VIDW 2026 ໃນຄັ້ງນີ້, ໄດ້ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການເສີມສ້າງການຮ່ວມມືລະຫວ່າງປະເທດ, ຜັນຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ເພື່ອກ້າວເຂົ້າສູ່ການສະເຫຼີມສະຫຼອງສາຍພົວພັນການທູດ ຄົບຮອບ 65 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 50 ປິ. ພ້ອມທັງແລກປ່ຽນອົງຄວາມຮູ້ ແລະ ສ້າງນະວັດຕະກຳໃໝ່ ເພື່ອນຳພາປະເທດຊາດ ກ້າວສູ່ຍຸກປັນຍາປະດິດຢ່າງເຕັມຮູບແບບ.
ພາບຂ່າວ: ອົງການດັດສົມໂທລະຄົມມະນາຄົມ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ