ເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍ ເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII

18/11/2026

ເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍ ເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII

ຕອນເຊົ້າວັນທີ 18 ພະຈິກ 2026 ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍ ເນື້ອໃນມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ໂດຍການເປັນປະທານຂອງສະຫາຍ ສັນຕິສຸກ ສິມມາລາວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີຄະນະພັກ, ຄະນະປະຈໍາພັກ, ສະມາຊິກພັກທົ່ວອົງຄະນະພັກ ແລະ ພະນັກງານຫຼັກແຫຼ່ງກະຊວງ ເຂົ້າຮ່ວມ.

         ໃນກອງປະຊຸມໄດ້ເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍ ເອກສານສຳຄັນຫຼາຍສະບັນເຊັ່ນ: ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງພະນັກງານ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ເຜີຍແຜ່ ຮ່າງບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງ ໄລຍະ 05 ປີ ຜ່ານມາ (2021-2025) ແລະ ທິດທາງແຜນການ 05 ປີ (2026-2030) ແລະ ຮ່າງບົດລາຍງານສະພາບການບຳລຸງສ້າງພະນັກງານ-ລັດຖະກອນ ໄລຍະ 05 ປີ ຜ່ານມາ (2021-2025) ແລະ ທິດທາງການບຳລຸງສ້າງພະນັກງານ-ລັດຖະກອນ 05 ປີ ຕໍ່ໜ້າ (2026-2030) ໂດຍທ່ານ ສະຫາຍ ມະໂນທອງ ວົງລໍ່ຄໍາ ກຳມະການປະຈຳພັກກະຊວງ ຫົວໜ້າກົມຈັດຕັ້ງ.

ໃນວາລະຕໍ່ມາ ກໍ່ໄດ້ຜ່ານ ຮ່າງບົດລາຍງານຕີລາຄາການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໄລຍະ 05 ປີ (2021-2025) ແລະ ທິດທາງແຜນການ ໃນຕໍ່ໜ້າ (2026-2030) ຂອງຂັ້ນຕົນ ໂດຍ ສະຫາຍ ສີອາລຸນ ທຳມະວົງສາ ຫົວໜ້າຫ້ອງການອົງຄະນະພັກ, ຮອງຫົວໜ້າກົມຈັດຕັ້ງ. ຈາກນັ້ນ, ສະຫາຍ ແກ້ວວີສຸກ ໂສລະພົມ ຮອງເລຂາຄະນະບໍລິຫານງານພັກ ກໍໄດ້ຂຶ້ນຜ່ານ ມະຕິກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ ຄັ້ງທີ XII ແລະມະຕິຕົກລົງ ວ່າດ້ວຍການເພີ່ມທະວີວຽກງານເເຂ່ງຂັນ-ຍ້ອງຍໍ ໃນໄລຍະໄໝ່ (ສະບັບປັບປຸງ).

:

ໃນຕອນທ້າຍ ທ່ານປະທານ ໄດ້ໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ສະຫຼຸບ, ຕີລາຄາ ຢ່າງເລິກເຊິ່ງ, ກົງໄປກົງມາ ແລະ ດ້ວຍຄວາມຮັບຜິດຊອບສູງ ຂອງຄະນະພັກ ແລະ ຜູ້ເຮັດວຽກງານຈັດຕັ້ງແຕ່ລະຂັ້ນ ກ່ຽວກັບຜົນສຳເລັດ, ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດແນວທາງການຈັດຕັ້ງ ທີ່ວາງອອກໃນສະໄໝທີ XI ຜ່ານມາ ຢ່າງຈະແຈ້ງທີ່ສຸດ. ອັນທີ່ພົ້ນເດັ່ນແມ່ນ ໄດ້ຍົກສູງຄຸນະພາບ ຂອງວຽກງານປັບປຸງ, ກໍ່ສ້າງພັກ, ມີຜົນເລັດໃນການນໍາພາດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກສໍາເລັດຕາມຄາດໝາຍ. ສະນັ້ນ, ວຽກງານຈັດຕັ້ງ ຕ້ອງຕອບສະໜອງ ແລະ ຮັບໃຊ້ແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ, ຕອບສະໜອງໃຫ້ໄດ້ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ໂດຍສະເພາະ ແມ່ນຕ້ອງສາມາດສ້າງກຳລັງແຮງຊຸກດັນໃຫ້ແກ່ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການບັນລຸບັນດາຄາດໝາຍທີ່ໂຄງການການເມືອງຂອງພັກ, ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ວາງອອກນັ້ນ ໃຫ້ກາຍເປັນຮູບປະທຳທີ່ຈັບຕ້ອງໄດ້.

ຂ່າວ: ກົມຈັດຕັ້ງ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ