ຄະນະນຳກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V

25/11/2026

ຄະນະນຳກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ເຂົ້າຮ່ວມກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V

ໃນຕອນເຊົ້າຂອງວັນທີ 24 ພະຈິກ 2026, ທີ່ຫໍວັດທະນະທຳໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ທ່ານ ໄຊລືຊາ ອິນສີຊຽງໃໝ່, ຮອງລັດຖະມົນຕີກະຊວງ ຕສ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 13 ແຂວງ ສະຫວັນນະເຂດ ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V ຢ່າງເປັນທາງການ, ເຊິ່ງຈະໄດ້ດຳເນີນໄປຮອດວັນທີ 28 ພະຈິກ 2026.

ກອງປະຊຸມໄດ້ດຳເນີນ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ. ໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13; ທ່ານ ໂພໄຊ ໄຂຄຳພິທູນ ກຳມະການສູນກາງພັກ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13; ທ່ານ ນາງ ດາວວອນ ໄຊສຸລຽນ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ; ພ້ອມດ້ວຍບັນດາທ່ານ ສສຊ ເຂດເລືອກຕັ້ງທີ 13, ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ຍົກໃຫ້ເຫັນຜົນສຳເລັດໃນໄລຍະ 10 ເດືອນຜ່ານມາ ຂອງປີ 2026, ເຖິງແມ່ນວ່າສະພາບພາກພື້ນ ແລະ ສາກົນ ຈະຜັນແປສັບສົນ, ຄາດຄະເນໄດ້ຍາກ, ບວກກັບຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ໄພທຳມະຊາດທີ່ຮ້າຍແຮງ ທີ່ສົ່ງຜົນກະທົບຕໍ່ການພັດທະນາ ແລະ ຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ, ແຕ່ແຂວງສະຫວັນນະເຂດ ຍັງຮັກສາໄດ້ສະຖຽນລະພາບທາງການເມືອງ, ຄວາມສະຫງົບປອດໄພ ແລະ ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ.

ຕະຫຼອດ 5 ວັນຂອງກອງປະຊຸມ, ຜູ້ແທນຈະພິຈາລະນາ ແລະ ຮັບຮອງເອົາ 10 ເນື້ອໃນຫຼັກ ທີ່ສຳຄັນຂອງແຂວງ ເປັນຕົ້ນແມ່ນ: ບົດລາຍງານແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານ 10 ເດືອນ ຄາດຄະເນໝົດປີ 2026; ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ການໂຮມກົງຈັກການລົງທຶນ ແລະ ການແຕ່ງຕັ້ງບຸກຄະລາກອນສະພາປະຊາຊົນແຂວງ; ບົດລາຍງານປະຈຳປີ 2026 ແລະ ແຜນການປີ 2027 ຂອງອົງການກວດສອບ, ກວດກາ, ໄອຍະການ, ສານ ແລະ ສະພາປະຊາຊົນແຂວງ; ລວມທັງພິຈາລະນາຮັບຮອງນິຕິກຳໃຕ້ກົດໝາຍ 3 ສະບັບ (ສ້າງໃໝ່ 1 ສະບັບ ກ່ຽວກັບກອງທຶນພັດທະນາກິລາ-ກາຍະກຳ ແລະ ປັບປຸງ 2 ສະບັບ ກ່ຽວກັບການປະເມີນລາຄາທີ່ດິນ-ສິ່ງປຸກສ້າງ ແລະ ການຄຸ້ມຄອງຂີ້ເຫຍື້ອ).

:

ໃນຕອນທ້າຍ, ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນກ່ຽວຂ້ອງໃຫ້ການສະໜັບສະໜູນຂໍ້ມູນຢ່າງຄົບຖ້ວນ ແລະ ຮຽກຮ້ອງມາຍັງບັນດາທ່ານ ສສຊ ແລະ ສສຂ ຈົ່ງນຳໃຊ້ສິດປະຊາທິປະໄຕ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ຄວາມຮັບຜິດຊອບການເມືອງສູງ ໃນການປະກອບຄຳເຫັນຢ່າງຖີ່ຖ້ວນ, ສ້າງສັນ, ພາວະວິໄສ ແລະ ແທດເໝາະກັບສະພາບຕົວຈິງ ໂດຍສະເພາະແມ່ນການຊອກຫາມາດຕະການແກ້ໄຂ ບັນຫາຮີບດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມ ທີ່ປະຊາຊົນຍັງມີຄວາມເປັນຫ່ວງ ເພື່ອໃຫ້ມະຕິກອງປະຊຸມສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທຳ.

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2024
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ