25/11/2026
ວັນທີ 23 ພະຈິກ 2026 ທີ່ຜ່ານມາ, ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີເປີດຫຼັກສູດປະລິນຍາຕີ ສາຂາວິສະວະກຳປັນຍາປະດິດ (AI Engineering) ຢ່າງເປັນທາງການ. ເຂົ້າຮ່ວມເປີດຫຼັກສູດດັ່ງກ່າວມີຄະນະຫ້ອງການ, ຄະນະກົມ, ຄະນະສູນ ຂອງກະຊວງເຕັກໂນໂລຊີ ແລະການສື່ສານ. ການເປີດຫຼັກສູດຄັ້ງນີ້ ເປັນໜຶ່ງໃນກິດຈະກຳຮ່ວມສະຫຼອງຄົບຮອບ 30 ປີ ແຫ່ງການສ້າງຕັ້ງ ມຊ ແລະ ເປັນຂີດໝາຍສຳຄັນໃນການພັດທະນາການສຶກສາດ້ານເຕັກໂນໂລຊີຂອງປະເທດ.
:
ຫຼັກສູດນີ້ ເປັນຫຼັກສູດປະລິນຍາຕີ ສາຂາວິສະວະກຳປັນຍາປະດິດ ທຳອິດຂອງ ສປປ ລາວ, ພັດທະນາໂດຍພາກວິຊາວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ຄະນະວິສະວະກຳສາດ ມຊ. ການຮຽນ-ການສອນຄົບທັງ 4 ປີ ຈັດຂຶ້ນຢູ່ຄະນະວິສະວະກຳສາດ ມຊ ໂດຍມີທັງໝົດ 148 ໜ່ວຍກິດ.
ຫຼັກສູດນີ້ໄດ້ມຸ່ງສ້າງວິສະວະກອນທີ່ສາມາດອອກແບບ, ພັດທະນາ, ທົດສອບ, ນຳໃຊ້ ແລະ ບຳລຸງຮັກສາລະບົບ AI ເພື່ອແກ້ໄຂບັນຫາຕົວຈິງຂອງປະເທດ. ເນື້ອໃນການຮຽນປະກອບມີ Machine Learning, Deep Learning, Computer Vision, ການປະມວນຜົນພາສາທຳມະຊາດ, Generative AI, ຫຸ່ນຍົນ ແລະ ລະບົບອັດຕະໂນມັດ, ຄວບຄູ່ກັບຈັນຍາບັນ ແລະ ຄວາມປອດໄພດ້ານ AI. ນັກສຶກສາຈະໄດ້ຝຶກປະຕິບັດໃນຫ້ອງທົດລອງ, ຝຶກງານ ແລະ ເຮັດໂຄງງານຈົບຊັ້ນ.

ການພັດທະນາຫຼັກສູດສືບຕໍ່ຈາກພື້ນຖານຄວາມຮ່ວມມືອັນຍາວນານກັບລັດຖະບານຍີ່ປຸ່ນ ຜ່ານອົງການ JICA ທັງດ້ານວິຊາການ, ການພັດທະນາບຸກຄະລາກອນ ແລະ ອຸປະກອນການຮຽນ-ການສອນ. ຫຼັກສູດໄດ້ຕ້ອນຮັບນັກສຶກສາຮຸ່ນທຳອິດ ຈຳນວນ 14 ຄົນ ໃນສົກສຶກສາ 2026–2027.
:
ໃນໂອກາດຄົບຮອບ 30 ປີ ແຫ່ງການສ້າງຕັ້ງ ມຊ, ການເປີດຫຼັກສູດນີ້ ສະທ້ອນເຖິງຄວາມມຸ່ງໝັ້ນຂອງມະຫາວິທະຍາໄລ ໃນການສ້າງບຸກຄະລາກອນດ້ານ AI ເພື່ອຕອບສະໜອງຕະຫຼາດແຮງງານ ແລະ ປະກອບສ່ວນຂັບເຄື່ອນການພັດທະນາດິຈິຕອນຂອງ ສປປ ລາວ.


