26/11/2026
ໃນຕອນເຊົ້າ ວັນທີ 23 ພະຈິກ 2026 ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີເປີດຝຶກອົບຮົມວຽກງານວິຊາສະເພາະ ພາຍໃຕ້ໂຄງການ “ສ້າງຄວາມເຂັ້ມແຂງໃຫ້ພະນັກງານກວດກາ ທີ່ເຮັດວຽກງານຕິດຕາມ, ກວດກາ ແລະ ແກ້ໄຂຜົນຂອງການກວດກາ ຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ (ຕສ) ທົ່ວປະເທດ” ຊຸດທີ III ໃຫ້ຜູ້ເຮັດວຽກງານກວດກາ ຈາກ 4 ແຂວງພາກກາງ ຄື: ແຂວງສະຫວັນນະເຂດ, ຄຳມ່ວນ, ບໍລິຄຳໄຊ ແລະ ແຂວງໄຊສົມບູນ ທີ່ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງສະຫວັນນະເຂດ, ໃຫ້ກຽດເຂົ້າຮ່ວມກອງປະຊຸມ ແລະ ເປັນປະທານຮ່ວມ ໂດຍທ່ານ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈຳພັກ, ປະທານຄະນະກວດກາພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ປອ ກິດຕິມາສັກ ແສນສັກ ພິມວົງສາ ກຳມະການປະຈຳພັກແຂວງ, ປະທານຄະນະກວດກາພັກແຂວງ, ປະທານອົງການກວດກາລັດແຂວງ, ຫົວໜ້າຕ້ານການສໍ້ລາດບັງຫຼວງຂັ້ນແຂວງ. ການຝຶກອົບຮົມດັ່ງກ່າວ ໄດ້ດໍາເນີນໃນລະຫວ່າງວັນທີ 23 ຫາ 24 ພະຈິກ 2026 ໂດຍມີວິທະຍາກອນ ຈາກອົງການກວດກາແຫ່ງລັດ ຂຶ້ນບັນຍາຍ, ຊຶ່ງມີຜູ້ເຂົ້າຮ່ວມທັັງໝົດ 34 ທ່ານ, ຍິງ 15 ທ່ານ, ໃນນີ້, ມີນັກສຳມະນາກອນ ເຂົ້າຮ່ວມຝຶກອົບຮົມທັງໝົດ 25 ທ່ານ, ຍິງ 8. ທ່ານ.


ໃນພິທີ ທ່ານ ນາງ ສຸພາລັກ ສີລາເພັດ ກໍາມະການຄະນະບໍລິຫານພັກກະຊວງ, ຮອງປະທານຄະນະກວດກາພັກກະຊວງ, ຫົວໜ້າກົມກວດກາ ໄດ້ສະເໜີຈຸດປະສົງ ຂອງການຈັດຝຶກອົບຮົມໃນຄັ້ງນີ້, ເພື່ອເປັນການຖ່າຍທອດດ້ານຄວາມຮູ້ ແລະ ເພີ່ມທະວີຄວາມເຂົ້າໃຈທີ່ມີຄວາມລະອຽດ, ຖືກຕ້ອງ, ຊັດເຈນ ແລະ ຍົກສູງຄວາມອາດສາມາດບົ່ມຊ້ອນ ໃຫ້ພະນັກງານທີ່ເຮັດໜ້າທີ່ກວດກາ ຢູ່ບັນດາພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ຊຶ່ງເນື້ອໃນຈິດໃຈຫຼັກອັນສໍາຄັນ ຕ້ອງການໃຫ້ວຽກງານກວດກາ ກາຍເປັນເຄື່ອງມື ທີ່ເປັນສິ່ງທີ່ປ້ອງກັນ ບໍ່ໃຫ້ມີປະກົດການຫຍໍ້ທໍ້, ສະກັດກັ້ນການສໍ້ລາດບັງຫຼວງ ຫຼື ການລະເມີດລະບຽບວິໄນຂອງພັກ ທີ່ອາດເກີດຂຶ້ນ ໃນສະເພາະໜ້າ ແລະ ຍາວນານ ທົ່ວຂະແໜງການເຕັກໂນໂລຊີ ແລະ ການສື່ສານ.
ໃນພິທີ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຄະນະປະຈຳພັກ, ປະທານຄະນະກວດກາພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ກຽດມີຄຳເຫັນ ແລະ ກ່າວເປີດພິທີ. ນອກຈາກນີ້, ທ່ານ ຍັງໄດ້ຮຽກຮ້ອງໃຫ້ນັກສຳມະນາກອນ ທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ຈົ່ງພ້ອມກັນຍົກສູງສະຕິຄວາມຮັບຜິດຊອບການເມືອງໃຫ້ສູງຂຶ້ນ ໃນໄລຍະຝຶກອົບຮົມ, ກ້າຄິດ, ກ້າເວົ້າ ແລະ ກ້າປະກອບຄຳເຫັນຢ່າງກົງໄປກົງມາ ຢູ່ບ່ອນໃດທີ່ເຄີຍມີຄວາມຫຍຸ້ງຍາກ, ມີຈຸດຕິດຄັດ ຫຼື ຂໍ້ຫຍຸ້ງຍາກໃນການປະຕິບັດງານຕົວຈິງຢູ່ພະແນກຂອງຕົນ ເພື່ອແລກປ່ຽນ ແລະ ພາຍຫຼັງກັບຄືນໄປຮອດທ້ອງຖິ່ນຂອງຕົນແລ້ວ ບໍ່ໃຫ້ຖືວ່າຈົບສິ້ນແຕ່ພຽງເທົ່ານີ້, ໃຫ້ພະນັກງານວິຊາການ ແລະ ຄະນະພະແນກ ພ້ອມກັນນຳເອົາເນື້ອໃນຄວາມຮູ້, ເອກະສານ ແລະ ບົດຮຽນທີ່ໄດ້ຮັບ ໄປຜັນຂະຫຍາຍຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບສູງ ເພື່ອຜັນຂະຫຍາຍໃຫ້ໄດ້ຕາມ 4 ຄຸນລັກສະນະຂອງການກວດກາ ຄື: “ມີສາຍຕາແຫຼມຄົມ, ຫູໄວ, ໃຈສັດຊືື່, ມືສະອາດ”.


ນອກຈາກນີ້, ທ່ານ ປອ ກິດຕິມາສັກ ແສນສັກ ພິມວົງສາ ກຳມະການປະຈຳພັກແຂວງ, ປະທານຄະນະກວດກາພັກແຂວງ, ປະທານອົງການກວດກາລັດແຂວງ, ຫົວໜ້າຕ້ານການສໍ້ລາດບັງຫຼວງຂັ້ນແຂວງ ຍັງໄດ້ມີຄໍາເຫັນຕໍ່ການຈັດຝຶກອົບຮົມໃນຄັ້ງນີ້ ຊຶ່ງທ່ານໄດ້ກ່າວວ່າ ການຝຶກອົົບຮົມໃນຄັ້ງນີ້ ເຖິງວ່າເປັນການຝຶກພາຍໃນຂະແໜງການ ແຕ່ເຕັມໄປດ້ວຍຄວາມໝາຍ ແລະ ມີຄວາມສໍາຄັນຍິງ. ການຢືນຢົງຄົງຕົວໃນລະບອບເຮົາ ແມ່ນມາຈາກການນໍາພາ ສະນັ້ນ, ການນໍາພາທີ່ດີ ຕ້ອງມີການນໍາພາ, ໝາຍວ່າ ຫາກບໍ່ມີການກວດກາ ກໍ່ໝາຍວ່າບໍ່ມີການນໍາພາ ສິ່ງສໍາຄັນ ແມ່ນຕ້ອງໃຫ້ມີການກວດກາແຕ່ຫົວທີ, ກວດກາເປັນປົກກະຕິ ເພື່ອສະກັດກັ້ນປະກົດການບໍ່ໃຫ້ເກີດຂຶ້ນ ແລະ ທ່ານຍັງໄດ້ເນັ້ນຕື່ມອີກວ່າ ຜູ້ເຮັດວຽກງານກວດກາ ຕ້ອງເປັນຄົນທີ່ຄວາມໜັກແໜ້ນ ແຕ່ນຸ້ມນວນ, ພະນັກງານ ແລະ ຜູ້ເຮັດວຽກງານກວດກາ ເປັນຜູ້ທີ່ມີຄວາມເຂັ້ມແຂງ ແຕ່ບໍ່ແຂງກະດ້າງ,
ໃນຕອນທ້າຍ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຍັງໄດ້ເນັ້ນຕື່ມວ່າ ການຝຶກອົບຮົມ ແມ່ນເປັນເວທີເປີດໂອກາດໃຫ້ຜູ້ເຂົ້າຮ່ວມ ໄດ້ມີການສົນທະນາ-ແລກປ່ຽນບົດຮຽນ ແລະ ປະກອບຄໍາເຫັນກ່ຽວກັບປະສົບການ ໃນການຈັດຕັ້ງປະຕິບັດວຽກງານຕິດຕາມກວດກາ ແລະ ແກ້ໄຂຜົນຂອງການກວດກາ ໄລຍະຜ່ານມາ ເພື່ອໃຫ້ບັນດາທ່ານ ທີ່ເປັນຜູ້ເຮັດວຽກງານກວດກາ ກາຍເປັນຜູ້ທີ່ມີຄວາມເຂັ້ມແຂງ, ສາມາດເປັນເສນາທິການທີ່ແຂງແຮງ, ໜັກແໜ້ນໃນວຽກງານກວດກາ ໃຫ້ຄະນະພັກຂັ້ນຕົນ ແລະ ຂໍໃຫ້ຖືເອົາການຝຶກອົບຮົມໃນຄັ້ງນີ້ ເປັນໂອກາດໃນການແກ້ໄຂບັນຫາຄົງຄ້າງ ແລະ ສ້າງຄວາມເອກະພາບ ໃນການຈັດຕັ້ງປະຕິບັດວຽກງານກວດກາ ຢູ່ແຕ່ລະພະແນກການຂອງຕົນ ໃຫ້ມີປະສິດທິຜົນສູງສຸດ.


