27/11/2026
ໃນວັນທີ 26 ພະຈິກ 2026 ທີ່ຫ້ອງປະຊຸມໃຫຍ່ ສວນອຸທິຍານດີຈີຕອນ ໄດ້ຈັດກອງປະຊຸມຄົບຄະນະ ຄັ້ງທີ 1 ຂອງຄະນະບໍລິຫານງານສະມາຄົມມິດຕະພາບ ລາວ-ລັດເຊຍ ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະມາຄົມມິດຕະພາບ ລາວ-ລັດເຊຍ ພ້ອມດ້ວຍບັນດາທ່ານຄະນະບໍລິຫານງານ ແລະ ກອງເລຂາຂອງຄະນະ ເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອຜ່ານບົດສະຫຼຸບຕີລາຄາຜົນການເຄື່ອນໄຫວວຽກງານໃນໄລຍະ 5 ປີຜ່ານມາ (2022–2026) ແລະ ກໍານົດທິດທາງແຜນການ 5 ປີຕໍ່ໜ້າ (2027–2031) ລວມທັງປຶກສາຫາລື ແລະ ຮັບຮອງເອົາຮ່າງນິຕິກໍາສໍາຄັນ ເປັນຕົ້ນແມ່ນ ຮ່າງຂໍ້ຕົກລົງວ່າດ້ວຍ ການແບ່ງໜ້າທີ່ຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານ ແລະ ຮ່າງຂໍ້ຕົກລົງວ່າດ້ວຍ ກອງທຶນຂອງສະມາຄົມ, ເພື່ອເຮັດໃຫ້ການເຄື່ອນໄຫວຂອງສະມາຄົມ ມີຄວາມຄ່ອງຕົວ, ມີປະສິດທິພາບ ແລະ ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງ ສປປ ລາວ ແລະ ສະຫະພັນລັດເຊຍ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.


ພາຍຫຼັງດໍາເນີນກອງປະຊຸມດ້ວຍບັນຍາກາດແຫ່ງຄວາມສາມັກຄີ, ກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງ, ບັນດາຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນ ແລະ ມີຄວາມເຫັນດີເປັນເອກະພາບໃນຫຼັກການຕໍ່ຮ່າງບົດສະຫຼຸບ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ ລວມທັງຮ່າງຂໍ້ຕົກລົງວ່າດ້ວຍ ການແບ່ງໜ້າທີ່ຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານ ແລະ ຮ່າງຂໍ້ຕົກລົງວ່າດ້ວຍ ກອງທຶນຂອງສະມາຄົມ. ພ້ອມນີ້, ປະທານກອງປະຊຸມໄດ້ມອບໃຫ້ກອງເລຂາສັງລວມບັນດາຄໍາຄິດເຫັນເພື່ອນໍາໄປພິຈາລະນາປັບປຸງເນື້ອໃນໃຫ້ມີຄວາມສົມບູນ ແລະ ສອດຄ່ອງກັບສະພາບຕົວຈິງໃນຂັ້ນຕອນຕໍ່ໄປ.


