ພີທີເປີດຂະບວນການແຂ່ງຂັນ 05 ເປັນເຈົ້າ ແລະ ເຜີຍແຜ່ເອກະສານເນື້ອໃນຂໍ້ແຂ່ງຂັນ 05 ເປັນເຈົ້າ ຂອງຮາກຖານກຳມະບານ ກຕນ

11/10/2022

ພີທີເປີດຂະບວນການແຂ່ງຂັນ 05 ເປັນເຈົ້າ ແລະ ເຜີຍແຜ່ເອກະສານເນື້ອໃນຂໍ້ແຂ່ງຂັນ 05 ເປັນເຈົ້າ ຂອງຮາກຖານກຳມະບານ ກຕນ

ໃນຕອນເຊົ້າຂອງວັນທີ 6 ຕຸລາ​ 2022,​ ຮາກຖານກຳມະບານ ກົມເຕັກໂນໂລຊີ ແລະ ນະວັດຕະກຳ (ກຕນ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ໄດ້ຈັດພິທີເປີດຂະບວນການ​ ແຂ່ງຂັນ​ 5​ ເປັນເຈົ້າ ແລະ ເຜີຍແຜ່ເອກະສານເນື້ອໃນຂໍ້ແຂ່ງຂັນ 05 ເປັນເຈົ້າ ຢູ່ທີ່ຫ້ອງປະຊຸມໃຫຍ່ ກຕນ (ດວນຕິ້ວ). ໂດຍການເປັນປະທານຮ່ວມຂອງ  ສະຫາຍ​ ສຸມານະ​ ຈຸລາມະນີ,​ ຄະນະພັກກະຊວງ, ເລຂາໜ່ວຍພັກກົມເຕັກໂນໂລຊີ ແລະ​ ນະວັດຕະກຳ, ສະຫາຍ​ ຄຳຜາຍ ອິນທະຣາ,​ ຄະນະບໍລິຫານງານ​ ສະຫະພັນ​ກຳມະບານ ກະຊວງ​ເຕັກໂນໂລຊີ​ ແລະ​ ການສື່ສານ, ສະຫາຍ​ ທັນວາ​ ສີສຸລາດ,​ ປະທານຮາກຖານກຳມະບານ​ ກຕນ,​ ຊຶ່ງມີຄະນະຮາກຖານກຳມະບານກົມເຕັກໂນໂລຊີ​ ແລະ​ ນະວັດຕະກຳ​ ແລະ​ ສະມາຊິກກຳມະບານພາຍໃນກົມເຂົ້າຮ່ວມຢ່າງພ້ອມພຽງ.

ໃນ​ກອງປະຊຸມ​ ສະຫາຍ​ ທັນວາ​ ສີສຸລາດ,​ ປະທານຮາກຖານກຳມະບານ​ ກຕນ, ໄດ້ຂຶ້ນລາຍງານບົດສະຫຼຸບຈັດຕັ້ງປະຕິບັດການປະເມີນເນື້ອໃນຂໍ້ແຂ່ງຂັນ 05 ເປັນເຈົ້າ ປະຈຳປີ 2021 ແລະ ແຜນການເຄື່ອນໄຫວເນື້ອໃນ ຂໍ້ແຂ່ງຂັນ 05 ເປັນເຈົ້າ ປີ 2022 ຂອງຮາກຖານກຳມະບານກົມເຕັກໂນໂລຊີ ແລະ ນະວັດຕະກຳ ໂດຍຫຍໍ້. ພ້ອມນັ້ນ, ສະຫາຍ ຍັງຕີລາຄາການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວ ໃຫ້ປະກົດຜົນເປັນຈິງ ແລະ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ຂອງຄະນະຮາກຖານກຳມະບານກົມເຕັກໂນໂລຊີ ແລະ ນະວັດຕະກຳ ໃນປີຕໍ່ໜ້າ ແລະ ສ້າງຄະນະຮາກຖານກຳມະບານກົມເຕັກໂນໂລຊີ ແລະ ນະວັດຕະກຳ ໃຫ້ກາຍເປັນກໍາມະບານ 5 ເປັນເຈົ້າ ໃນປີ 2022, ດັ່ງນັ້ນຄະນະຮາກຖານກຳມະບານກົມເຕັກໂນໂລຊີ ແລະ ນະວັດຕະກໍາ ຈຶ່ງໄດ້ກໍານົດແຜນການ ແລະ ຄາດໝາຍສູ້ຊົນ ຄື: 1) ເປັນເຈົ້າການ ຝຶກຜົນຫຼໍ່ຫຼອມ ທາງດ້ານການເມືອງ-ແນວຄິດ; 2) ເປັນເຈົ້າການ ປະຕິບັດກົດໝາຍ ແລະ ລະບຽບການຂອງລັດ; 3) ເປັນເຈົ້າການ ພັດທະນາຕົນເອງ ແລະ ການຈັດຕັ້ງ; 4) ເປັນເຈົ້າການ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ; 5) ເປັນເຈົ້າການ ປະຕິບັດໜ້າທີ່ວິຊາສະເພາະ ຢ່າງປະດິດສ້າງ. ນອກຈາກນັ້ນ, ຍັງໄດ້ມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ ແລະ​ ບົ່ງໂຕ ຄະນະກຳມະບານ ກຕນ​; ມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ ແລະ​ ບົ່ງໂຕ​ ຄະນະຫນ່ວຍກຳມະບານ ແລະ ຂຶ້ນຈັບມືເປີດຂະບວນການ​ແຂ່ງຂັນ ​5 ເປັນເຈົ້າ​ ຂອງສູນກາງສະຫະກຳມະບານລາວ.

ໃນໂອກາດດັ່ງກ່າວ ສະຫາຍ​ ຄຳຜາຍ ອິນທະຣາ,​ ຄະນະບໍລິຫານງານ​ສະຫະພັນ​ກຳມະບານ ກະຊວງ​ເຕັກໂນໂລຊີ​ ແລະ​ ການສື່ສານ, ຍັງໄດ້ຂຶ້ນເຜີຍແຜ່ເອກະສານສຳຄັນ ໂດຍສະເພາະຄວາມຮູ້ກ່ຽວກັບກົດລະບຽບ, ຄ່າແຮງງານຂັ້ນຕ່ຳ, ນະໂຍບາຍຂອງສະຫະພັນກຳມະບານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ. ນອກຈາກນັ໊ນ, ສະຫາຍ ຍັງໄດ້ໂອ້ລົມໃຫ້ທິດຊີ້ນຳ ຕໍ່​ກັບການເຄື່ອນໄຫວວຽກງານ ຂອງກຳມະບານ ຮາກ​ຖານ ກຕນ ປະ​ຈຳປີ 2021 ແລະ ແຜນຈັດ​ຕັ້ງ​ປະ​ຕິ​ບັດວຽກ​ງານ ປີ 2022, ໂດຍ​ໄດ້​ໃຫ້​ຄຳ​ຍ້ອງ​ຍໍ​ຊົມ​ເຊີຍ ຜົນ​ສຳ​ເລັດ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານອີກດ້ວຍ. ​

ພາບ ແລະ ຂ່າວ: ນ. ທັດສະນີ ພົງບັນດິດ (ພະແນກປະຊາສໍາພັນ)

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ