27/10/2022

ຫ້ອງການ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ເຂົ້້າຮ່ວມກອງປະຊຸມຄະນະເຈົ້າໜ້າທີ່ອາວຸໂສ ດິຈິຕອນ ອາຊຽນ ຄັ້ງທີ 02 (The 2nd ADGSOM –ATRC Leader Retreat Meeting) ແລະ ກອງປະຊຸມສະພາ ດັດສົມໂທລະຄົມອາຊຽນ ຄັ້ງທີ 28 (The 28th ASEAN Telecommunication Regulators’ Council), ນໍາພາຄະນະໂດຍ ທ່ານ ນາງ ພາວັນນາ ດວງບຸບຜາ, ຮອງຫົວໜ້າຫ້ອງການ ກຕສ. ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 20-21 ຕຸລາ 2022, ທີ່ ກຕສ ໂດຍຜ່ານລະບົບກອງປະຊຸມທາງໄກ ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາເຈົ້າໜ້າທີ່ອາວຸໂສ ດິຈິຕອນ ອາຊຽນ 10 ປະເທດ ແລະ ປະເທດຄູ່ຮ່ວມ (ສປ.ຈີນ, ຍີ່ປຸ່ນ ແລະ APT).
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອຮັບຟັງການລາຍງານສະພາບການພັດທະນາ, ນະໂຍບາຍ ແລະ ລະບຽບການ ວຽກງານໄອຊີທີ ແລະ ໂທລະຄົມປະຈໍາປີ 2022 ຂອງບັນດາປະເທດສະມາຊິກ. ພ້ອມນັ້ນ, ຍັງໄດ້ປຶກສາຫາລືຫົວຂໍ້ ບູລິມະສິດທີ່ຂະແໜງການດິຈິຕອນ ຈະໄດ້ສະເໜີໃຫ້ກອງປະຊຸມສຸດຍອດຜູ້ນໍາອາຊຽນຮັບຮອງ ຄື: ການສົ່ງເສີມການພັດທະນາສະຕາດອັບດິຈິຕອນ, ຮັບຟັງຄວາມຄືບໜ້າຈາກ ກອງເລຂາອາຊຽນ ກ່ຽວກັບ ກອງທຶນອາຊຽນໄອຊີທີ ແລະ ການສໍາເລັດ ປະກອບພັນທະຮອບທີ 2 ຂອງ ທຸກປະເທດສະມາຊິກ ເປັນຈໍານວນເງິນ 5 ລ້ານໂດລາ ສະຫະລັດ ໃນການເຄື່ອນໄຫວວຽກງານໄອຊີທີ. ພ້ອມນີ້, ບັນດາໜ່ວຍງານວິຊາການ ເປັນຕົ້ນແມ່ນ ໜ່ວຍງານຄວາມປອດໄພ ແລະ ຄື້ນຄວາມຖີ່ ໄດ້ລາຍງານຄວາມຄືບໜ້າວຽກງານທີ່ຕິດພັນ; ບັນດາປະເທດສະມາຊິກໄດ້ລາຍງານຄວາມຄືບໜ້າບັນດາກິດຈະກໍາຂອງອາຊຽນ ທີ່ຈັດຕັ້ງປະຕິບັດ ໃນປີ 2022 ຈໍານວນ 11 ກິດຈະກໍາ (ສປປ ລາວ 2 ກິດຈະກໍາ) ແລະ ພິຈາລະນາກິດຈະກຳສະເໜີໃໝ່ ສໍາລັບສົກ ປີ 2023 ຈໍານວນ 11 ກິດຈະກໍາ (ຮອບສຸດທ້າຍ) ທີ່ລວມມີກິດຈະກຳຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈໍານວນ 02 ກິດຈະກໍາ ຄື: 1) ກິດຈະກຳສຶກສາ: ການຫັນເປັນທັນສະໄໝຂອງວຽກງານຢັ້ງຍືນຕົວຕົນ ຂອງອາຊຽນ-ການວິເຄາະ ແລະ ການແນະນໍາການເຊື່ອມຕໍ່ ID ດິຈິຕອນອາຊຽນ, ໂດຍ ສູນບໍລິຫານລັດດິຈິຕອນ (ສລດ) ໄດ້ຖືກສະເໜີໃຫ້ເປັນກິດຈະກໍາບູລິມະສິດ ໃນສົກປີ 2023; 2) ການກໍານົດທາງເລືອກທາງດ້ານນະໂຍບາຍເພື່ອປັບປຸງການດຶງດູດການລົງທຶນໃນຂະແໜງການໄອຊີທີ (ໂດຍຫ້ອງການ ກຕສ) ສະເໜີໃຫ້ຄູ່ຮ່ວມ; ພ້ອມນີ້ຍັງໄດ້ປຶກສາຫາລືກ່ຽວກັບແຜນການຮ່ວມມືໃນຕໍ່ໜ້າກັບບັນດາປະເທດຄູ່ຮ່ວມ ເຊັ່ນ: ສປ.ຈີນ, ຍີ່ປຸ່ນ, ສັນຍາ ຮ່ວມກັບ ITU ແລະ APT ແລະ ການກະກຽມຄວາມພ້ອມ ຂອງກອງປະຊຸມ ລັດຖະມົນຕີ ອາຊຽນ ດິຈິຕອນ ຄັ້ງທີ 3 ທີ່ ຈະຈັດຂຶ້ນ ໃນລະຫວ່າງ ວັນທີ 4-10 ທັນວາ 2022, ທີປະເທດ ຟີລິບປີນ.
ຂ່າວໂດຍ: ພະແນກຮ່ວມມືອາຊຽນ, ຫ້ອງການ.
ພາບໂດຍ: ພະແນກປະຊາສໍາພັນ, ຫ້ອງການ.