ກອງປະຊຸມວິຊາການ ລະຫວ່າງ ອົງການດັດສົມໂທລະຄົມມະນາຄົມ ແລະ ບໍລິສັດ One Smart Star Lao
27/10/2022

ໃນວັນທີ 24 ຕຸລາ 2022 ຜ່ານມາ, ທີ່ຫ້ອງປະຊຸມຂອງ ອົງການດັດສົມໂທລະຄົມມະນາຄົມ ໄດ້ມີກອງປະຊຸມວິຊາການ ລະຫວ່າງ ອົງການດັດສົມໂທລະຄົມມະນາຄົມ ແລະ ບໍລິສັດ One Smart Star Lao, ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ປອ. ນາງ ໃຈມາລີ ພະກະຊຸມ, ຮອງຫົວໜ້າອົງການດັດສົມໂທລະຄົມມະນາຄົມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງມີຜູ້ຕາງໜ້າຈາກ ຫ້ອງການ, ສູນອິນເຕີເນັດແຫ່ງຊາດ, ກົມຄວາມປອດໄພທາງໄຊເບີ, ກົມເຕັກໂນໂລຊີດິຈິຕອນ, ສູນບໍລິຫານລັດດິຈິຕອນ ແລະ ສະຖາບັນນໍາໃຊ້ເຕັກໂນໂລຊີອັດສະລິຍະ ທີ່ຂຶ້ນກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມ 10 ກວ່າທ່ານ.

ຈຸດປະສົງກອງປະຊຸມດັ່ງກ່າວ ແມ່ນເພື່ອປຶກສາຫາລືກ່ຽວກັບລະບົບເລກໝາຍພິເສດຜ່ານລະຫັດດາວ (*) ທີ່ຜ່ານຮູບແບບ ແອັບພລິເຄເຊິນ ເພື່ອສື່ສານກັນພາຍໃນກຸ່ມໃຫ້ບໍລິການທີ່ມີລັກສະນະທົ່ວໂລກ ເປັນຕົ້ນ ກຸ່ມບໍລິສັດລົດໃຫຍ່, ຮ້ານອາຫານ, ໂຮງແຮມ, ທະນາຄານ, ບັດຄຣີດິດ ແລະ ອື່ນໆ ສໍາລັບໃຫ້ບໍລິການຕໍ່ລູກຄ້າພາຍໃນປະເທດ ທີ່ເປັນກຸ່ມພະນັກງານລັດ, ເອກະຊົນ ແລະ ກຸ່ມການຄ້າ SME ທີ່ມີຜົນປະໂຫຍດຕໍ່ຜູ້ຊົມໃຊ້ພາຍໃນ ສປປ ລາວ ໃນຍຸກສະໄໝຫັນເປັນເສດຖະກິດດິຈິຕອນ, ໂດຍມີໜັງສືສະເໜີເປັນທາງການຈາກສະຖານທູດ ອິດສະເອວ ປະຈໍາ ສສ. ຫວຽດນາມ ແນະນໍາການເຂົ້າຮ່ວມກອງປະຊຸມຂອງ ທ່ານ Hemy TZUBARY ຜູ້ຮ່ວມກໍ່ຕັ້ງ ແລະ ຜູ້ບໍລິຫານຂອງບໍລິສັດ One Smart Star International ມານຳສະເໜີການບໍລິການຂອງບໍລິສັດຂອງຕົນ ທີ່ເອີ້ນວ່າການບໍລິການ ລະບົບ Star Phone App ແລະ One Smart Star Number (OSSN).

ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຄົ້ນຄ້ວາ, ສຶກສາ, ສົນທະນາແລກປ່ຽນ ແລະ ປະກອບຄໍາເຫັນໃນນາມຜູ້ຄຸ້ມຄອງມະຫາພາກ ຕິດພັນກັບການອະນຸຍາດໃນອານາຄົດ, ຄວາມປອດໄພ, ນະວັດຕະກໍາ ແລະ ການເຊື່ອມໂຍງ ຫຼາຍການບໍລິການລວມເຂົ້າໃນລະບົບດັ່ງກ່າວ ທີ່ປ່ຽນແທນຈາກການໂທລະສັບ, ສົ່ງຈົດໝາຍເອເລັກໂຕຣນິກ ແລະ ຈົດໝາຍດັ້ງເດີມ ມາເປັນຮູບແບບຕິດຕັ້ງແອບພລິເຄເຊິນ ຊື່ວ່າ “Star Phone (* OSSN)” ສາມາດສົ່ງ-ຮັບຂໍ້ມູນຜ່ານເລກໝາຍພິເສດພ້ອມລະຫັດດາວ (*) ນໍາໃຊ້ເຊື່ອມຕໍ່ຜ່ານ WiFi ທົ່ວໂລກ.

ພາບ ແລະ ຂ່າວໂດຍ: ອົງການດັດສົມໂທລະຄົມມະນາຄົມ