ສະເຫຼີມສະຫຼອງວັນໄປສະນີໂລກ ຄົບຮອບ 148 ປີ

27/10/2022

ສະເຫຼີມສະຫຼອງວັນໄປສະນີໂລກ ຄົບຮອບ 148 ປີ

      ກົມໄປສະນີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ ໄປສະນີລາວ ຈຳກັດ ໄດ້ຈັດພິທີສະເຫຼີມສະຫຼອງວັນໄປສະນີໂລກ ຄົບຮອບ 148 ປີ (09 ຕຸລາ 1874- 09 ຕຸລາ 2022) ພາຍໃຕ້ຄໍາຂວັນ "ໄປສະນີເພື່ອໂລກຂອງພວກເຮົາ POST FOR PLANET" ໃນວັນທີ 25 ຕຸລາ 2022, ທີ່ສຳນັກງານໃຫຍ່ບໍລິສັດ ໄປສະນີລາວ ຈຳກັດ ໂດຍໃຫ້ກຽດເຂົ້າຮ່ວມພິທີ ແລະ ເປັນປະທານໂດຍທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີທ່ານ ຣິດທິກອນ ພູມມະສັກ, ຜູ້ອຳນວຍການໃຫຍ່ບໍລິສັດ ໄປສະນີລາວ ຈຳກັດ, ບັນດາຫົວໜ້າກົມ, ສະຖາບັນ, ສູນ, ຜູ້ປະກອບການດ້ານໄປສະນີ ແລະ ແຂກຖຶກເຊີນເຂົ້້າຮ່ວມຈໍານວນ 100 ກວ່າທ່ານ.

      ໃນພິທີດັ່ງກ່າວ ທ່ານ ສຸລິຍາ ຄຳບູຣາວົງ, ຫົວໜ້າກົມໄປສະນີ ໄດ້ກ່າວເປີດພິທີ ແລະ ນຳສະເໜີ ປະຫວັດຄວາມເປັນມາຂອງວັນໄປສະນີໂລກ ແລະ ລວມເຖິງການຂະຫຍາຍຕົວຂອງຂະແໜງການໄປສະນີຂອງ ສປປ ລາວ ຊຶ່ງໃນປັດຈຸບັນ ຈຳນວນຜູ້ປະກອບການໄປສະນີ ໄດ້ເພີ່ມຂຶ້ນຈາກ 5 ບໍລິສັດ 512 ປ່ອງບໍລິການ ມາເປັນ 43 ບໍລິສັດ ແລະ 2000 ກ່ວາປ່ອງບໍລິການ ຊຶ່ງໄດ້ກວມເອົາທຸກເມືອງ ໃນຂອບເຂດທົ່ວປະເທດ. ການບໍລິການໄດ້ຮັບການປັບປຸງ ຫັນໄປສູ່ລະບົບທັນສະໄໝ ໂດຍນຳໃຊ້ເຕັກໂນໂລຊີ ເຂົ້າໃນການຊື້-ຂາຍສິນຄ້າ ຜ່ານທາງອອນລາຍ, ເກືອບທຸກບໍລິສັດມີແອບພຼີເຄເຊິນ ຕິດຕາມເຄື່ອງຝາກ ຊ່ວຍໃຫ້ຜູ້ໃຊ້ບໍລິການ ມີຄວາມໝັ້ນໃຈ ແລະ ເຊື່ອຖືການບໍລິການໄປສະນີ. ພ້ອມນັ້ນ, ຍັງໄດ້ຮັບຟັງການນໍາສະເໜີກ່ຽວກັບສະພາບການພັດທະນາຂອງໄປສະນີພາກພື້ນ ແລະ ສາກົນ ໂດຍທ່ານ ນາງ ເກສອນ ສຸລິວົງ ຮອງຫົວໜ້າກົມໄປສະນີ.

      ທ່ານ ຣິດທິກອນ ພູມມະສັກ ກໍໄດ້ນຳສະເໜີການພັດທະນາ ແລະ ການປະກອບສ່ວນໃນເວທີສາກົນຂອງໄປສະນີລາວ ຊຶ່ງທ່ານໄດ້ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ສະຫະພາບໄປສະນີສາກົນມີສະມາຊິກທັງໝົດ 192 ປະເທດ ຊຶ່ງໃນນັ້ນ ປະເທດລາວ ກໍໄດ້ເຂົ້າເປັນສະມາຊິກຂອງອົງການ ດັ່ງກ່າວ ແຕ່ປີ 1952 ເປັນຕົ້ນມາ ຕະຫຼອດໄລຍະ 148 ປີ ຜ່ານມາ, ສະຫະພາບໄປສະນີສາກົນ ກໍໄດ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຜ່ານຜ່າທຸກຂະບວນວິວັດການເຄື່ອນໄຫວວຽກງານນາໆປະການເພື່ອບັນລຸເປົ້າໝາຍທີ່ໄດ້ກໍານົດ ເຮັດໃຫ້ບັນດາປະເທດສະມາຊິກກາຍເປັນດິນແດນອັນໜຶ່ງອັນດຽວກັນໂດຍບໍ່ຈຳແນກລະບອບການເມືອງ ແລະ ສັງຄົມ ທີ່ມີຄວາມແຕກຕ່າງກັນ.

      ປັດຈຸບັນ, ຫໍ່ພັດສະດຸໄປສະນີ ຈຳນວນ 6 ຕື້ກວ່າຫໍ່ ຈົດໝາຍ ຈຳນວນ 430 ຕື້ກວ່າສະບັບ ໄດ້ຈັດສົ່ງໂດຍຜ່ານຕາຫນ່າງ ໄປສະນີໃນທົ່ວໂລກໄປຍັງປາຍທາງຂອງມັນ ຊຶ່ງມີຫ້ອງການໄປສະນີ ຫຼາຍກວ່າ 6 ແສນ ແຫ່ງ ແລະ ມີພະນັກງານປະມານ 5,25 ລ້ານຄົນ ຢູ່ໃນທຸກໆ ແຫ່ງ ຂອງໂລກ ທີ່ໃຫ້ບໍລິການຈັດສົ່ງ ແລະ ແຈກຢາຍ ປະເພດສິນຄ້າ, ເອກະສານສໍາຄັນ, ວາລະສານ, ໜັງສືພິມ, ປຶ້ມອ່ານ, ການໂອນເງິນ ໄປໃຫ້ຄອບຄົວ ແມ່ນມີຈຳນວນ ເພີ່ມຂຶ້ນໄປເລື້ອຍໆ. ນອກຈາກການບໍລິການ ທີ່ເປັນພື້ນຖານຂອງໄປສະນີຄື: ການບໍລິການຝາກຈົດໝາຍ, ວາລະສານ, ຫໍ່ເຄື່ອງ ຂາຍສະແຕມສະສົມ, ເຊົ່າຕູ້ໄປສະນີ ເມວດ່ວນພິເສດ ແລະ ອື່ນໆ ແລ້ວ ຍັງຕ້ອງໄດ້ນໍາໃຊ້ການສື່ສານດ້ານໂທລະຄົມ, ເຕັກໂນໂລຊີທັນສະໄໝ ເພື່ອເພີ່ມການບໍລິການໃໝ່ ເປັນຕົ້ນແມ່ນ ການຂົນສົ່ງສິນຄ້າທາງ ໄປສະນີ (Logistic), ການຄ້າທາງເອເລັກໂຕຣນິກ (e-business), ການບໍລິການອິນເຕີເນັດ (Internet service ເມວເອເລັກໂຕຣນິກ (e-mail), ການບໍລິການ ການເງິນ (Financial service) ການໂອນເງິນ (Remittance service ບັດເຄດິດ (Credit card), ເປັນຕົວແທນບໍລິການ ໃຫ້ແກ່ ອົງການຈັດຕັ້ງທັງພາກລັດ ເອກະຊົນ, ບັນດາລັດວິສາຫະກິດ ບໍລິສັດ, ຫ້າງຮ້ານ ແລະ ອື່ນໆ ເພີ່ມຕື່ມໃຫ້ຫຼາກຫຼາຍກວ່າເກົ່າ.

       ໃນຕອນທ້າຍຂອງພິທີ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ມີຄໍາເຫັນຊີ້ນໍາຕໍ່ພິທີ ຊຶ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ວຽກງານໄປສະນີ ຍາດໄດ້ໃນໄລຍະຜ່ານມາ ໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງປະເທດ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ຂະແໜງໄປສະນີລາວເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ນັບມື້ນັ້ບມີການພັດທະນາ ດ້ວຍການຫັນໄປສູ່ວຽກງານການຄ້າທາງເອເລັກໂຕຣນິກ, ຂະຫຍາຍລະບົບການຂົນສົ່ງ logistic ແລະ ອື່ນໆ ແນໃສ່ເຮັດໃຫ້ວຽກງານໄປສະນີລາວມີບົດບາດທີ່ສຳຄັນຕໍ່ການປະຕິວັດອຸດສາຫະກຳ 4.0 ຂອງປະເທດ ແລະ ຕໍ່ກັບການພັດທະນາເສດຖະກິດສັງຄົມ, ເອົາໃຈໃສ່ໃນການສ້າງມາດຕະຖານໄປສະນີເພື່ອຮອງຮັບການເຊື່ອມໂຍງເຂົ້າກັບມາດຕະຖານຂອງພາກພື້ນ ແລະ ສາກົນ, ເອົາໃຈໃສ່ປັບປຸງບັນດານິຕິກຳ ເພື່ອໃຫ້ສອດຄ່ອງກັບບັນດາພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະແມ່ນວຽກງານການເກັບພາສີອາກອນ, ສືບຕໍ່ພັດທະນາກໍ່ສ້າງບຸກຄະລາກອນໃນຂົງເຂດໄປສະນີໃຫ້ນັບມື້ນັບເຂັ້ມແຂງເພື່ອກະກຽມຮອງຮັບວຽກງານໃນຕໍ່ໜ້າ ແລະ ສືບຕໍ່ເອົາໃຈໃສ່ວຽກງານກໍ່ສ້າງພັກພະນັກງານ ໃຫ້ມີຄວາມເຂັ້ມແຂງ ເພື່ອກໍ່ສ້າງໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບວຽກງານ 3 ອົງການຈັດຕັ້ງມະຫາຊົນ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ