27/10/2022

ໃນວັນທີ 25 ຕຸລາ 2022, ທີ່ຫ້ອງຮັບແຂກຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ Kenji Okutsu, ຮອງປະທານບໍລິສັດ Nippon Electric Company Limited (NEC), ປະເທດ ຍີ່ປຸ່ນ ພ້ອມດ້ວຍຄະນະ.
ໂອກາດດັ່ງກ່າວ, ທ່ານ Kenji Okutsu ໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງໄດ້ລາຍງານແນະນຳກ່ຽວກັບບໍລິສັດ NEC ຊຶ່ງເປັນບໍລິສັດນຳໜ້າຂອງໂລກດ້ານການພັດທະນາເຕັກໂນໂລຊີຕ່າງໆ ມີການເຄື່ອນໄຫວຢ່າງຫຼວງຫຼາຍໃນບັນດາປະເທດພາກພື້ນ ແລະ ສາກົນ. ພ້ອມນັ້ນ, ຍັງໄດ້ສະເໜີແລກປ່ຽນບົດຮຽນທາງດ້ານການພັດທະນາເສດຖະກິດດິຈິຕອນ ຢູ່ ສປປ ລາວ ແລະ ສະເໜີຄວາມເປັນໄປໄດ້ໃນການຮ່ວມມືກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກ່ຽວກັບການພັດທະນາ ບັນດາລະບົບເຕັກໂນໂລຊີດິຈິຕອນ ທີ່ທັນສະໄໝ ໃນອະນາຄົດ.
ໂອກາດດຽວນັ້ນ, ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ຮອງປະທານບໍລິສັດ NEC ພ້ອມດ້ວຍຄະນະທີ່ເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້. ພ້ອມນັ້ນ, ທ່ານຍັງໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການພັດທະນາ ທາງດ້ານເສດຖະກິດດິຈິຕອນ ຂອງ ສປປ ລາວ ໃຫ້ທ່ານ ຮອງປະທານບໍລິສັດໄດ້ຮັບຊາບ ເພື່ອປຶກສາຫາລືໃນການຮ່ວມມື ແລະ ຊ່ວຍເຫຼືອ ໃນການພັດທະນາເສດຖະກິດ ດິຈິຕອນ ຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງໃນຕໍ່ໜ້າ. ພ້ອມນັ້ນ, ທ່ານ ລັດຖະມົນຕີ ຍັງໄດ້ເຊື້ອເຊີນບໍລິສັດ NEC ເຂົ້າຮ່ວມວາງສະແດງຜົນງານໃນງານ Digital Week ຂອງ ສປປ ລາວ ທີ່ຈະໄດ້ຈັດຂຶ້ນໃນທ້າຍປີ 2022 ນີ້.