ອດທ ລົງເຜີຍແຜ່ນິຕິກໍາ, ຊຸກຍູ້ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານການແຂ່ງຂັນ ແລະ ເກັບກໍາຂໍ້ມູນການໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ປະຈໍາປີ 2022

03/11/2022

ອດທ ລົງເຜີຍແຜ່ນິຕິກໍາ, ຊຸກຍູ້ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານການແຂ່ງຂັນ ແລະ ເກັບກໍາຂໍ້ມູນການໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ປະຈໍາປີ 2022

       ໃນລະຫວ່າງ ວັນທີ 24-26 ຕຸລາ 2022 ຜ່ານມານີ້, ອົງການດັດສົມໂທລະຄົມມະນາຄົມ  (ອດທ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເຄື່ອນໄຫວລົງເຜີຍແຜ່ນິຕິກໍາກ່ຽວຂ້ອງກັບວຽກງານການແຂ່ງຂັນ, ຊຸກຍູ້ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານການແຂ່ງຂັນ ແລະ ເກັບກໍາຂໍ້ມູນການໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ປະຈໍາປີ 2022 ຢູ່ບັນດາບໍລິສັດໂທລະຄົມມະນາຄົມ ແລະ ອິນເຕີເນັດ. ໂດຍການນໍາພາ ແລະ ເປັນປະທານ ຂອງ ທ່ານ ປອ. ນາງ ໃຈມາລີ ພະກະຊຸມ, ຮອງຫົວໜ້າອົງການດັດສົມໂທລະຄົມມະນາຄົມ, ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ຈຸດປະສົງຂອງການລົງເຜີຍແຜ່ນິຕິກໍາ, ຊຸກຍູ້ ແລະ ແລກປ່ຽນບົດຮຽນ ໃນຄັ້ງນີ້ ກໍເພື່ອສ້າງຄວາມຮັບຮູ້, ເຂົ້າໃຈເລິກເຊິ່ງຕໍ່ກັບບັນດານິຕິກໍາທີ່ກ່ຽວກັບວຽກງານການແຂ່ງຂັນດ້ານໂທລະຄົມມະນາຄົມ ແລະ ນໍາໄປຈັດຕັ້ງປະຕິບັດໄດ້ຢ່າງຖືກຕ້ອງ, ສອດຄ່ອງ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດ. ນອກນັ້ນ, ກໍເພື່ອຊຸກຍູ້ສົ່ງເສີມການໃຫ້ບໍລິການ ແລະ ແລກປ່ຽນບົດຮຽນດ້ານການຂາຍ, ການຈັດສົ່ງເສີມການຂາຍ, ການວິເຄາະຕະຫຼາດ, ການວິເຄາະກຸ່ມເປົ້າໝາຍ ແລະ ການກໍານົດດ້ານຜະລິດຕະພັນປະເພດຕ່າງໆເພື່ອບໍລິການລູກຄ້າ, ຄຽງຄູ່ກັບການແລກປ່ຽນບົດຮຽນທາງດ້ານການໃຫ້ບໍລິການແລ້ວ ຍັງໄດ້ແລກປ່ຽນບົດຮຽນກ່ຽວກັບວິທີການຄິດໄລ່ໂຄງປະກອບລາຄາຂອງແຕ່ລະຜະລິດຕະພັນ ແລະ ປະເພດການບໍລິການ ເພື່ອເປັນແນວທາງໃນການຄົ້ນຄວ້າ ສ້າງ ແລະ ປັບປຸງນິຕະກໍາໃນຂັ້ນຕໍ່ໄປ. ພ້ອມດຽວກັນນີ້, ອົງການດັດສົມໂທລະຄົມມະນາຄົມ ຍັງໄດ້ນໍາເອົາຮ່າງ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງອັດຕາຄ່າບໍລິການໂທລະຄົມມະນາຄົມ ທີ່ໄດ້ກໍານົດຫຼັກການ ແລະ ມາດຕະການຕ່າງໆ ເພື່ອທາບທາມ ແລະ ໃຫ້ແຕ່ລະບໍລິສັດຜູ້ໃຫ້ບໍລິການຄົ້ນຄວ້າປະກອບຄໍາເຫັນໃສ່ຮ່າງຂໍ້ຕົກລົງສະບັບດັ່ງກ່າວ ເພື່ອໃຫ້ມີເນື້ອໃນທີ່ຄົບຖ້ວນ, ສົມບູນ ແລະ ສາມາດຈັດຈັ້ງປະຕິບັດໄດ້. ພ້ອມນັ້ນ, ກໍຍັງໄດ້ເກັບກໍາຂໍ້ມູນໃນດ້ານຕ່າງໆຕາມແບບຟອມຂອງອົງການດັດສົມໂທລະຄົມມະນາຄົມກໍານົດ.

         (ບົດຂ່າວໂດຍ: ພະແນກດັດສົມໂທລະຄົມມະນາຄົມ ແລະ ອິນເຕີເນັດ, ອົງການດັດສົມໂທລະຄົມມະນາຄົມ)

 

ວິໄສທັດແຜນພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ວິໃສທັດ,ແຜນຍຸດທະສາດ ແລະ ແຜນການ 5 ປີ ຄັ້ງທີ III (2021-2025)
ວາ​ລະ​ສານ ໄອ​ຊີ​ທີ 17
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ