ລາວ-ຫວຽດນາມສືບຕໍ່ປຶກສາຫາລືວຽກງານເຕັກໂນໂລຊີ ແລະ ການສື່ສານ

04/11/2022

ລາວ-ຫວຽດນາມສືບຕໍ່ປຶກສາຫາລືວຽກງານເຕັກໂນໂລຊີ ແລະ ການສື່ສານ

        ໃນວັນທີ 28 ຕຸລາ 2022 ຜ່ານມານີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ກະຊວງຖະເເຫລງຂ່າວ ແລະ ການສື່ສານ ແຫ່ງ ສສ. ຫວຽດນາມ ໄດ້ຈັດກອງປະຊຸມປຶກສາຫາລື ແຜນການຮ່ວມມືສອງຝ່າຍ ໃນຂົງເຂດເຕັກໂນໂລຊີ ແລະ ການສື່ສານ ຊຶ່ງຝ່າຍລາວ ນໍາໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ຝ່າຍຫວຽດນາມ ນໍາໂດຍ ທ່ານ ຫງ໋ວຽນ ຮິວ ຢຸ້ງ, ຮອງລັດຖະມົນຕີກະຊວງຖະເເຫລງຂ່າວ ແລະ ການສື່ສານ ແຫ່ງ ສສ. ຫວຽດນາມ, ຊຶ່ງມີຄະນະຜູ້ແທນຈາກທັງສອງຝ່າຍເຂົ້າຮ່ວມ.

       ຈຸດປະສົງຂອງກອງປະຊຸມຄັ້ງນີ້ ກໍເພືື່ອປຶກສາຫາລືບັນດາແຜນການທິດທາງການຮ່ວມມື ລະຫວ່າງ ສອງກະຊວງ ໂດຍສະເພາະໃນປີ 2022 ນີ້ ແລະ ທັງເປັນການຮ່ວມສະເຫຼີມສະຫຼອງສອງວັນປະຫວັດສາດ ຂອງສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ຄື: ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ, ເພື່ອຮ່ວມກັນສ້າງຂະບວນການຟົດຟື້ນ ແລະ ສົ່ງເສີມການຈັດຕັ້ງປະຕິບັດບັນດາການຮ່ວມມືພາຍໃນປີນີ້ໃຫ້ສໍາເລັດ ແລະ ມີຄວາມໂດດເດັ່ນເປັນພິເສດ. ສອງຝ່າຍໄດ້ປຶກສາຫາລືການຮ່ວມມືໃນຫຼາຍຂົງເຂດວຽກງານ ແລະ ຝ່າຍຫວຽດນາມກໍມີຄວາມພ້ອມໃຫ້ການຊ່ວຍເຫຼືອໃນການຖ່າຍທອດເຕັກໂນໂລຊີ ແລະ ໂປຣເເກຣມ ທີ່ທັນສະໄໝ ຊຶ່ງໄດ້ພັດທະນາໂດຍຝ່າຍຫວຽດນາມ. ໄລຍະຜ່ານສອງຝ່າຍໄດ້ມີການປະສານສົມທົບກັນ ແລະ ການມາເຄື່ອນໄຫວຄັ້ງນີ້ ແມ່ນໄດ້ຮ່ວມສໍາຫຼວດພື້ນຖານໂຄງລ່າງ ຂອງຝ່າຍ ລາວ ແລະ ປຶກສາຫາລື ວິທີທາງການຈັດຕັ້ງປະຕິບັດໃຫ້ເຂົ້າກັບສະພາບການຂອງ ສປປ ລາວ ໂດຍໄດ້ມີການປຶກສາຫາລືບັນດາໜ້າວຽກ ຄື: ການສ້າງຫຼັກສູດການສອນ ແລະ ໂປຼແກຼມ ເພື່ອສົ່ງເສີມການຮຽນຮູ້ກ່ຽວກັບວຽກງານຫັນເປັນດິຈີຕ໋ອນ; ການນໍາຮັບຮອງເອເລັກໂຕຼນິກ IPV6 (Internet Protocol version 6); ປຶກສາຫາລືການຈັດຝຶກອົບຮົມວຽກງານດັດສົມໂທລະຄົມມະນາຄົມ ລາວ-ຫວຽດນາມ; ການເເລກປ່ຽນປະສົບການໃນການຈັດງານສັບປະດາດິຈິຕ໋ອນສາກົນ ຂອງຝ່າຍຫວຽດນາມທີ່ສຳເລັດການຈັດຂຶ້ນໃນເດືອນຕຸລາຜ່ານມາ ຊຶ່ງຝ່າຍຫວຽດນາມກໍຈະໄດ້ເຂົ້າຮ່ວມວາງສະເເດງ ແລະ ຈັດສໍາມະນາດິຈິຕ໋ອນ (Digital Forum) ໃນງານສັບປະດາດິຈິຕ໋ອນ ຂອງ ສປປ ລາວ ຈະຈັດຂຶ້ນໃນເດືອນທັນວາ ປີ 2022 ນີ້. ພ້ອມນັ້ນ, ຍັງໄດ້ຮ່ວມກັນປຶກສາຫາລືສ້າງແຜນການທິດທາງຮ່ວມມື ແລະ ການຊ່ວຍເຫຼືອ ຂອງ ສສ. ຫວຽດນາມ ໃນກອບການຮ່ວມມື ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ກະຊວງຖະເເຫລງຂ່າວ ແລະ ການສຶື່ສານ ສສ. ຫວຽດນາມ ໃນຕໍ່ໜ້າ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ