04/11/2022

ໃນຕອນບ່າຍຂອງວັນທີ 03 ພະຈິກ 2022 ນີ້, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 05, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ໜ່ວຍຊາວໜຸ່ມ ກົມແຜນການ ແລະ ການເງີນ (ກຜງ) ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະໜ່ວຍຂອງຕົນຂຶ້ນ ໂດຍການເຂົ້້າຮ່ວມເປັນປະທານ ຂອງ ສະຫາຍ ສຸດໃຈ ພິມມະສີ, ເລຂາໜ່ວຍພັກ ກຜງ ແລະ ສະຫາຍ ພວງປະເສີດ ແກ້ວສຸວັນ, ຄະນະພັກກະຊວງ, ກໍາມະການຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກຕສ ແລະ ຕາງໜ້າຈາກສະຫະພັນແມ່ຍິງ ກຜງ, ຕາງໜ້າຈາກກໍາມະບານ ກຜງ ແລະ ຕາງໜ້າຈາກບັນດາກົມ/ທຽບເທົ່າ ພ້ອມດ້ວຍບັນດາສະມາຊິກຊາວໜຸ່ມພາຍໃນກົມເຂົ້າຮ່ວມ ໃນນັ້ນ ມີຜູ້ແທນກອງປະຊຸມເຂົ້າຮ່ວມທັງໝົດ 38 ສະຫາຍ, ຍິງ 25 ສະຫາຍ.
ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ຮັບຟັງບົດລາຍງານການເມືອງ ພ້ອມທັງປະກອບຄຳຄິດຄຳເຫັນ ແລະ ເຫັນດີຮັບຮອງເອົາບົດລາຍງານການເມືອງ ຊຶ່ງໄດ້ສະຫຼຸບຕີລາຄາຜົນງານການເຄື່ອນໄຫວວຽກງານຂອງໜ່ວຍຊາວໜຸ່ມ ກຜງ ໃນໄລຍະຜ່ານມາ ແລະ ກໍານົດທິດທາງແຜນການໃນ 05 ປີຕໍ່ໜ້າ ຊຶ່ງໄດ້ວາງມາດຕະການໃນການຈັດຕັ້ງປະຕິບັດ ດັ່ງນີ້: ເພີ່ມທະວີ ການສຶກສາອົບຮົມດ້ານການເມືອງ-ແນວຄິດ, ຍົກລະດັບຄວາມຮູ້ຄວາມສາມາດ ແລະ ຄວາມເຂົ້າໃຈຂອງສະມາຊິກຊາວໜຸ່ມຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ລະບຽບກົດໝາຍຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ກໍ່ສ້າງໃຫ້ພະນັກງານໄວໜຸ່ມມີນ້ຳໃຈຮັກຊາດ, ມີຄວາມຈົງຮັກພັກດີຕໍ່ພັກ-ລັດ, ມີມານະຈິດຕື່ນຕົວປະຕິວັດ, ກາຍເປັນຜູ້ສືບທອດພາລະກິດປະຕິວັດເຊິ່ງແຕ່ລະປີຕ້ອງໄດ້ຊຸກຍູ້ ແລະ ລະດົມສະມາຊິກຊາວໜຸ່ມໃຫ້ສາມາດ ຍົກລະດັບການສຶກສາດ້ານວິຊາສະເພາະ ແລະ ທິດສະດີ-ການເມືອງການປົກຄອງ ໃຫ້ໄດ້ຫຼາຍກວ່າ 30% ຂອງສະມາຊິກຊາວໜຸ່ມພາຍໃນໜ່ວຍ, ປັບປຸງແບບແຜນການເຄື່ອນໄຫວວຽກງານຂອງໜ່ວຍ ແລະ ຈຸຄືນໃໝ່ ເພື່ອໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນທາງດ້ານການຈັດຕັ້ງ, ສົມທົບກັບ ຄະນະບໍລິຫານງານ ຊປປລ ກຕສ ຂຶ້ນແຜນເຊື້ອເຊີນ ສຊປລ ມາຊ່ວຍຈັດຫຼັກສູດຝຶກ ອົບຮົມວຽກງານຊາວໜຸ່ມ ໃຫ້ພະນັກງານສະມາຊິກຊາວໜຸ່ມພາຍໃນໜ່ວຍ ໃຫ້ສາມາດກໍາແໜ້ນພັນທະ ແລະ ໜ້າທີ່ຂອງຊາວໜຸ່ມ ຄຊປປລ, ຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 4 ບຸກ ໃຫ້ຕິດພັນໄປກັບແຜນການເຄື່ອນໄຫວວຽກງານວິຊາສະເພາະຂອງໜ່ວຍ ເພື່ອຮັບປະກັນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ພ້ອມທັງເອົາໃຈໃສ່ຕິດຕາມກວດກາ ແລະ ຊຸກຍູ້ການເຄື່ອນໄຫວຂອງສະມາຊິກຊາວໜຸ່ມ ແລະ ຄະນະໜ່ວຍຊາວໜຸ່ມ ຢ່າງເປັນເປັນປົກກະຕິ ຕາມກົດໝາຍວ່າດ້ວຍ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແລະ ກົດລະບຽບຂອງ ຄະນະຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ພ້ອມດຽວກັນນັ້ນ ກໍ່ຕ້ອງເອົາໃຈໃສ່ປະຕິບັດນະໂຍບາຍດ້ານຕ່າງໆ ຢ່າງເໝາະສົມຕໍ່ຜູ້ທີ່ມີຄວາມຫ້າວຫັນ ແລະ ມີຜົນງານດີເດັ່ນໃນຂະບວນການຕົວຈິງ.
ພ້ອມນີ້, ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊາວໜຸ່ມ ກຜງ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້ ຊຶ່ງມີຜູ້ລົງຮັບສະໝັກເລືອກຕັ້ງທັງໝົດ 07 ສະຫາຍ, ຍິງ 05 ສະຫາຍ ແລະ ເລືອກໄດ້ 05 ສະຫາຍ, ຍິງ 03 ສະຫາຍ. ກອງປະຊຸມຄັ້ງປະຖົມມະລຶກຄົບຄະນະ ຂອງ ຄະນະຊາວໜຸ່ມ ໜ່ວຍ ກຕດ ໄດ້ເລືອກຕັ້ງເອົາ ເລຂາ, ຮອງເລຂາ, ປະທານກວດກາ ແລະ ຄະນະ ດັ່ງນີ້: ສະຫາຍ ນາງ ທອງຄູນ ວົງໄຊ ເປັນເລຂາ, ສະຫາຍ ນາງ ວອນ ດາລີວັນ ເປັນຮອງເລຂາ ແລະ ປະທານກວດກາ, ສະຫາຍ ໄພວັນ ອິນທະລັງສີ, ສະຫາຍ ນາງ ຄອນສະຫວັນ ພິນິດ ແລະ ສະຫາຍ ຄໍາພູ ວົງພະຈັນ ເປັນຄະນະ.
ພ້ອມດຽວກັນນີ້, ໄດ້ມີພິທີປະກາດ 4 ບຸກ ແລະ ມອບໃບຢັ້ງຢືນ 4 ບຸກ ປະຈໍາປີ 2020 ໃຫ້ກັບໜ່ວຍຊາວໜຸ່ມ ກຜງ.
ໃນໂອກາດນີ້, ສະຫາຍ ພວງປະເສີດ ແກ້ວສຸວັນ ໃຫ້ມີຄໍາເຫັນ ແລະ ໂອ້ລົມ ຕໍ່ກອງປະຊຸມ ຊຶ່ງສະຫາຍໄດ້ເຫັນດີເປັນເອກະພາບຕໍ່ການຕີລາຄາສະພາບການເຄື່ອນໄຫວຂອງຄະນະໜ່ວຍຊາວໜຸ່ມກົມແຜນການ ແລະ ການງິນ ໃນໄລຍະຜ່ານມາ ເເລະ ເຫັນດີ ເປັນເອກະພາບ ຕໍ່ບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍຊາວໜຸ່ມ ຊຸດເກົ່າ ແລະ ຊົມເຊີຍ ຕໍ່ຜົນສໍາເລັດທີ່ຄະນະໜ່ວຍ ທີ່ຍາດມາໄດ້ໃນໄລຍະຜ່ານມາ ຊຶ່ງເປັນຜົນງານອັນໃຫຍ່ຫຼວງ ແລະ ເປັນພື້ນຖານອັນສໍາຄັນໃຫ້ແກ່ການສືບຕໍ່ຜັນຂະຫຍາຍເຂົ້າໃນຂົງເຂດວຽກງານຊາວໜຸ່ມກົມແຜນການ ແລະ ການເງິນ. ແຕ່ເຖິງຢ່າງໃດກໍ່ຕາມ ເມື່ອທຽບໃສ່ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ຂອງພັກ-ລັດ ວາງອອກ ແລະ ທຽບໃສ່ຍຸກສະໄໝແຫ່ງການພັດທະນາທີ່ເຕັມໄປດ້ວຍການແຂ່ງຂັນ ແລະ ການເຊືີີ່ອມໂຍງການຮ່ວມມືກັນພາກສ່ວນຕ່າງໆ ເຊຶ່ງເຫັນວ່າ ວຽກງານຂອງໜ່ວຍຊາວໜຸ່ມກົມແຜນການ ແລະ ການເງິນ ຍັງມີບາງດ້ານທີີີ່ຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ບຸກບືນສູ້ຊົນ ແລະ ແກ້ໄຂຢ່າງຕັ້ງໜ້າ ຄຽງຄູ່ກັບການສືບຕໍ່ ຊີ້ນໍາ-ນໍາພາ ສະມາຊິກຊາວໜຸ່ມພາຍໃນໜ່ວຍ ຈັດຕັ້ງປະຕິບັດວຽກງານທີ່ຖືກມອບໝາຍໃຫ້ຢ່າງຕັ້ງໜ້າ, ປະຕິບັດຕາມແນວທາງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ຢ່າງເປັນຂະບວນຟົດຟື້ນ ແລະ ມີຜົນສໍາເລັດເປັນກ້າວໆ.
ພາບ+ຂ່າວ: ເລັກເຊ່ຍ ສຸດທິວົງ, ພະແນກປະຊາສໍາພັນ.