ໜ່່ວຍສະຫະພັນແມ່ຍິງ 03 ພາກສ່ວນ ຂອງ ກສຕ ຈັດຂະບວນການສ້າງຄວາມເຂັ້ມແຂງດ້ານວິຊາສະເພາະ ແລະ ຮັດແໜ້ນຄວາມສາມັກຄີ

22/11/2022

ໜ່່ວຍສະຫະພັນແມ່ຍິງ 03 ພາກສ່ວນ ຂອງ ກສຕ ຈັດຂະບວນການສ້າງຄວາມເຂັ້ມແຂງດ້ານວິຊາສະເພາະ ແລະ ຮັດແໜ້ນຄວາມສາມັກຄີ

       ໃນຕອນບ່າຍຂອງວັນທີ 18 ພະຈິກ 2022, ໜ່ວຍສະຫະພັນແມ່ຍິງ 03 ພາກສ່ວນ ພາຍໃນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ປະກອບມີ: ອົງການດັດສົມໂທລະຄົມມະນາຄົມ, ສູນບໍລິຫານລັດດິຈິຕ໋ອນ ແລະ  ກົມເຕັກໂນໂລຊີດິຈິຕ໋ອນ ໄດ້ຮ່ວມຈັດກອງປະຊຸມສຳມະນາເຜີຍແຜ່ວຽກງານວິຊາການຂຶ້ນທີ່ຫ້ອງປະຊຸມໃຫຍ່ຊັ້ນ 4 (ເຂດ ສນຍ) ຂອງ ກຕສ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງ ຍອດ ໄຊທົງເດດ ຮອງປະທານສະຫະພັນແມ່ຍິງ ກຕສ, ສະຫາຍ ປອ. ນາງ ໃຈມາລີ ພະກະຊຸມ, ຫົວໜ້າໜ່ວຍສະຫະພັນແມ່ຍິງອົງການດັດສົມໂທລະຄົມ (ອດທ), ສະຫາຍ ນາງ ບຸນສຸດາລີ ພົມມະວົງສາ, ຫົວໜ້າໜ່ວຍສະຫະພັນແມ່ຍິງກົມເຕັກໂນໂລຊີດິຈິຕ໋ອນ (ກດຕ) ແລະ ສະຫາຍ ນາງ ພາວັນ ຫຼວງເສນາ, ຫົວໜ້າໜ່ວຍສະຫະພັນແມ່ຍິງສູນບໍລິຫານລັດດິຈິຕ໋ອນ (ສລດ) ຊຶ່ງມີບັນດາສະຫາຍ ເລຂາໜ່ວຍພັກ ອດທ, ສລດ ແລະ ກຕດ, ຄະນະໜ່ວຍສະຫະພັນແມ່ຍິງກົມຈັດຕັ້ງ-ພະນັກງານ, ຄະນະໜ່ວຍສະຫະພັນແມ່ຍິງຫ້ອງການກະຊວງ, ຮາກຖານສະຫະພັນແມ່ຍິງ ບໍລິສັດລາວໂທລະຄົມ, ຄະນະໜ່ວຍສະຫະພັນແມ່ຍິງ, ຕາງໜ້າຈາກບໍລິສັດ Bitqik ຈຳກັດຜູ້ດຽວ ແລະ ສະມາຊິກແມ່ຍິງຂອງທັງ 3 ໜ່ວຍ ເຂົ້າຮ່ວມຈຳນວນ 30 ກວ່າສະຫາຍ.

         ສະຫາຍ ນາງ ພາວັນ ຫຼວງເສນາ, ຫົວໜ້າໜ່ວຍສະຫະພັນແມ່ຍິງ ສລດ ໄດ້ຕາງໜ້າກ່າວຈຸດປະສົງຂອງກອງປະຊຸມສຳມະນາໃນຄັ້ງນີ້ ກໍເພື່ອໃຫ້ສະຫະພັນແມ່ຍິງທັງ 03 ໜ່ວຍ ໄດ້ຈັດກິດຈະກຳສ້າງຂະບວນການ, ຮັດແໜ້ນຄວາມສາມັກຄີ ແລະ ສ້າງຄວາມເຂັ້ມແຂງດ້ານວິຊາສະເພາະ ພາຍໃຕ້ຄຳຂັວນ ຂໍ້ແຂ່ງຂັນ 3 ດີ ຄື: ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ ໂດຍສອດຄ່ອງກັບແຜນການປະຈໍາປີຂອງ ຄະນະບໍລິຫານງານສະຫະພັນຍິງ ກຕສ ຊຸດທີ I ໄດ້ວາງອອກ. ຊຶ່ງເປັນນິມິດໝາຍທີ່ດີ ແລະ ມີຄວາມໝາຍຄວາມສໍາຄັນໃນການສ້າງຂະບວນການຕິດພັນກັບວຽກງານວິຊາສະເພາະຂອງເອື້ອຍນ້ອງຍິງເຮົາ ພາຍໃຕ້ທິດຊີ້ນຳ-ນຳພາອັນສະຫຼາດສ່ອງໃສ, ທັນຍຸກທັນສະໄໝ ຂອງໜ່ວຍພັກ, ຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ກໍາລັງຄຸ້ນຂ້ຽວຫັນເປັນເສດຖະກິດດິຈິຕ໋ອນ. ພາຍໃນກອງປະຊຸມເອື້ອຍນ້ອງແມ່ຍິງທັງ 03 ໜ່ວຍ ຍັງໄດ້ຮັບຟັງການນຳສະເໜີວຽກງານວິຊາສະເພາະຈາກ ອດທ, ສລດ, ກຕດ ແລະ ການນຳສະເໜີຫົວຂໍ້ກ່ຽວກັບການດໍາເນີນທຸລະກິດການເປັນຕົວແທນຮັບຊື້-ຂາຍ ສະກຸນເງິນດິຈິຕ໋ອນ ຈາກບໍລິສັດ Bitqik ຈຳກັດຜູ້ດຽວ.

        ພາຍຫຼັງສໍາເລັດກອງປະຊຸມ ກໍໄດ້ມີການຈັດກິດຈະກຳການແຂ່ງຂັນກິລາເປຕັງ ຂຶ້ນເພື່ອສ້າງຂະບວນການຫັດແໜ້ນຄວາມສາມັກຄີລະຫວ່າງເອື້ອຍນ້ອງແມ່ຍິງທັງ 3 ໜ່ວຍ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບຂອງລາງວັນ ຂອງ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ຮອງເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ.

         ຂ່າວ ແລະ ພາບ: ນາງ ທັດສະນີ ພົງບັນດິດ, ພະແນກປະຊາສຳພັນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ