22/12/2022

ໃນຕອນບ່າຍຂອງວັນທີ 21 ທັນວາ 2022 ນີ້, ກົມຄວາມປອດໄພໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ເປີດການແຂ່ງຂັນໂຕ້ວາທີ ໃນຫົວຂໍ້: “ຄວາມປອດໄພເຕັກໂນໂລຊີດິຈິຕ໋ອນ” ທີ່ງານສັບປະດາດິຈິຕ໋ອນລາວ ປະຈໍາປີ 2022 (Lao Digital week 2022), ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານກ່າວເປີດງານ ຂອງ ທ່ານ ຄໍາຫຼ້າ ສູນນະລັດ ຫົວໜ້າກົມຄວາມປອດໄພທາງໄຊເບີ ຊຶ່ງມີບັນດານັກຮຽນ-ນັກສຶກສາ ອາຍຸລະຫວ່າງ 16-24 ປີ ເຂົ້າຮ່ວມຈໍານວນຫຼາຍກວ່າ 60 ຄົນ.
ທ່ານ ຄໍາຫຼ້າ ສູນນະລັດ ໄດ້ກ່າວວ່າ: ການເປີດການແຂ່ງຂັນໃນຄັ້ງນີ້, ແມ່ນເພື່ອປູກຈິດສໍານຶກ ໃຫ້ໄວໜຸ່ມຍຸກ ໃໝ່ ໄດ້ຮັບຮູ້ກ່ຽວກັບຄວາມປອດໄພເຕັກໂນໂລຊີດິຈິຕ໋ອນ, ທັກສະການແບ່ງຄວາມຮັບຜິດຊອບ ພາຍໃນທີມ ແລະ ທີ່ສໍາຄັນແມ່ນເປັນການໂຄສະນາເຜີຍແຜ່ໃຫ້ທົ່ວສັງຄົມໄດ້ຮັບຮູ້ເຖິງຄວາມສໍາຄັນ ຂອງກົມຄວາມປອດໄພໄຊເບີ ຕໍ່ກັບວຽກງານ ການຫັນເປັນອຸດສາຫະກໍາທັນສະໄໝ ແລະ ພັດທະນາ ເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ. ໃນຂະນະທີ່ການນໍາໃຊ້ເຕັກໂນໂລຊີ ດິຈິຕ໋ອນ ໄດ້ນຳເອົາໂອກາດໃໝ່ໆ ໃນຫຼາຍດ້ານເຂົ້າມາສູ່ຊີວິດປະຈໍາວັນ ຂອງພວກເຮົາ, ແຕ່ພ້ອມກັນນັ້ນ ບັນດາໄພຄຸກຄາມທີ່ອາດຈະເກີດຂຶ້ນ ກໍມີຫຼາກຫຼາຍຮູບແບບຕາມມາເຊັ່ນກັນ. ສະນັ້ນ, ການໂຕ້ວາທີຄັ້ງນີ້ ຈະເຮັດໃຫ້ມູມມອງແນວຄວາມຄິດຂອງໄວໜຸ່ມໃນປັດຈຸບັນ ໄດ້ມີການຄົ້ນຄວ້າ, ຊອກຫາ, ເກັບກໍາ, ນໍາສະເໜີຂໍ້ມູນ, ການແລກປ່ຽນແນວຄວາມຄິດທີ່ແຕກຕ່າງໃນບັນຫາດຽວກັນ, ມາລະຍາດການໃຫ້ກຽດຕໍ່ຄູ່ແຂ່ງ, ທັກສະໃນການເວົ້າ, ການຮັກສາເວລາ ແລະ ທີ່ສຳຄັນ ແມ່ນໄດ້ຄວາມຮູ້ຄວາມເຂົ້າໃຈຕໍ່ກັບວຽກງານຄວາມປອດໄພ ເຕັກໂນໂລຊີດິຈິຕ໋ອນ. ສະນັ້ນ, ກົມຄວາມປອດໄພໄຊເບີ ເຫັນໄດ້ເຖິງຄວາມສໍາຄັນດັ່ງກ່າວ ຈຶ່ງໄດ້ຈັດກິດຈະກໍາການແຂ່ງຂັນຂັນໂຕ້ວາທີໃນຫົວຂໍ້ດັ່ງກ່າວຂຶ້ນ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມແຂ່ງຂັນ, ຜູ້ເຂົ້າຮ່ວມເຊຍໄດ້ຮັບຄວາມຮູ້ ແລະ ແງ່ຄິດ ຕໍ່ກັບບັນຫາດັ່ງກ່າວ ຢ່າງຫຼວງຫຼາຍໃນກິດຈະກໍາຄັ້ງນີ້ ຊຶ່ງຈະເຮັດໃຫ້ສາມາດນໍາໄປປະຍຸກໃຊ້ໃນຊິວິດປະຈໍາວັນເພື່ອຊ່ວຍຫຼຸດຜ່ອນຄວາມສ່ຽງຂອງໄພຄຸມຄາມ ທາງເຕັກໂນໂລຊີດິຈິຕ໋ອນໄດ້.
ໃນການແຂ່ງຂັນຄັ້ງນີ້ ໄດ້ເລີ່ມຄັດເລືອກທີມເຂົ້າຮ່ວມມາແຕ່ວັນທີ 18 ພະຈິກ 2022, ຊຶ່ງມີທີມເຂົ້າຮ່ວມຄັດເລືອກທັງໝົດ 23 ທີມ ແລະ ເລືອກໄດ້ 08 ທີມ ເຂົ້າຮ່ວມໃນການແຂ່ງຂັນ. ໃນວັນທີ 21 ທັນວາ 2022 ໄດ້ເປີດການແຂ່ງຂັນໃນຮອບຊີງ ຊຶ່ງສາມາດຄັດເລືອກໄດ້ທີມທີ່ຊະນະເລີດໄດ້ແກ່ ທີມ Cyberthon 1 ໄດ້ 1.021 ຄະແນນ; ຮອງຊະນະເລີດໄດ້ແກ່ທີມ ພິຊິດໄຊ ໄດ້ 997 ຄະແນນ; ອັນດັບທີ 3 ມີສອງທີມ ໄດ້ແກ່ທີມ Wakanda ແລະ ທີມ Fetus.
ຂ່າວ: ເລັກເຊ່ຍ ສຸດທິວົງ, ພະແນກປະຊາສໍາພັນ.