ກຕສ ສະຫຼຸບຕີລາຄາຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໄລຍະ 05 ປີ ແລະ ທິດທາງແຜນການ ຮອດປີ 2025

23/12/2022

ກຕສ ສະຫຼຸບຕີລາຄາຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໄລຍະ 05 ປີ ແລະ ທິດທາງແຜນການ ຮອດປີ 2025

         ເພື່ອຈັດຕັັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 05 ປີ ຄັັ້ງທີ IX ກໍຄື ການຈັດຕັັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຂອງອົງຄະນະພັກ ກະຊວງເຕັກໂນໂລຊ ແລະ ການສືື່ສານ ຄັັ້ງທີ II ແລະ ທິດທາງແຜນການແຕ່ນີ້ຮອດປີ 2025 ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ດ້ວຍການປຸກລະດົມທົ່ວອົງການຈັດຕັັ້ງ ໃນຂະແໜງເຕັກໂນໂລຊີ ແລະ ການສືື່ສານ, ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນກັບ ຄໍາຂວັນ ຮັກຊາດ ແລະ ພັດທະນາ. ໃນຕອນບ່າຍຂອງວັນທີ 22 ທັນວາ 2022, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໄລຍະ 05 ປີ ແລະ ທິດທາງແຜນການ ຮອດປີ 2025 ຂຶ້ນ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຮອງລັດຖະມົນຕີ, ມີຄະນະພັກ-ຄະນະນໍາກະຊວງ ພ້ອມດ້ວຍອ້າຍນ້ອງພະນັກງານ-ລັດຖະກອນພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ເຂົ້າຮ່ວມຢ່າງພ້ອມພຽງ.

         

       ໂອກາດກ່າວເປີດກອງປະຊຸມ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນຢ່າງຍິ່ງ ຊຶ່ງບໍ່ສະເພາະແຕ່ເປັນການສະຫຼຸບການແຂ່ງຂັນ ຮັກຊາດ ແລະ ພັດທະນາ ແລະ ກໍານົດທິດທາງແຜນການ ຂະບວນການດ່ັງກ່າວ ຂອງ ກະຊວງ ຮອດປີ 2025 ເທົ່ານັ້ນ ຫາກເປັນການຕີລາຄາຄວາມສາມາດ ແລະ ຄຸນນະພາບນໍາພາ-ຊີ້ນໍາຂອງຄະນະພັກກະຊວງ ກໍຄື ຄະນະພັກແຕ່ລະຂັ້ນ ໃນການເສີມຂະຫຍາຍສິດເປັນເຈົ້າຕົນເອງ ບົນພື້ນຖານຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນຮາກຖານ. ທັງເປັນການຕີລາຄາໝາກຜົນຕົວຈິງ ຂອງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງກະຊວງໃນໄລຍະຜ່ານມາ ທີ່ຕິດພັນກັບການພັດທະນາຊົນບົດເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນໃນຂອບເຂດທົ່ວປະເທດ.

          ກອງປະຊຸມ ໄດ້ຮັບຟັງການສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດຂະບວນແຂ່ງຂັນ ຮັກຊາດ ແລະ ພັດທະນາ ຊຶ່ງສະເໜີໂດຍ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງມີເນື້ອໃນພົ້ນເດັ່ນສະແດງອອກຄື: ໃນໄລຍະ 5 ປິ ຜ່ານມາກະຊວງເຕັກໂນໂລຊີ ແລະ ການສືື່ສານ ໄດ້ຈັດຕັ້ງປະຕິບັດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ພ້ອມທັງຜັນຂະຫຍາຍ, ຊຸກຍູ້ວຽກງານ 3 ສ້າງເຂົ້າສູ່ລວງເລິກ ໂດຍໄດ້ສຸມໃສ່ປະຕິບັດຕາມບັນດາແຜນງານ ແລະ ໂຄງການບູລິມະສິດລະດັບຊາດຂອງລັດຖະບານ; ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ຂອງລັດຖະບານມາເປັນອັນສະເພາະຂອງຕົນ, ໃນນັ້ນ ໄດ້ກໍານົດວິໄສທັດໃນການພັດທະນາ ຮອດປີ 2030 ຄື: ຫັນວຽກງານໄປສະນີ, ໂທລະຄົມມະນາຄົມ ແລະ ການສືື່ສານ ໃຫ້ກາຍເປັນອຸດສາຫະກໍາ ແລະ ທັນສະໄໝ, ເປັນເຄືື່ອງມືທີ່ສໍາຄັນໃນການຂັບເຄືື່ອນການພັດທະນາເສດຖະກິດ-ສັງຄົມ ໃຫ້ເຂັ້ມແຂງຍືນຍົງ, ເປັນຈຸດເຊືື່ອມໂຍງກັບພາກພື້ນ ແລະ ສາກົນ, ປະຊາຊົນມີສ່ວນຮ່ວມຢ່າງກວ້າງຂວາງ ແລະ ຜັນຂະຫຍາຍມາເປັນແຜນການ 5 ປີ ຄັ້ງທີ II (2016-2020) ດ້ວຍຈຸດໝາຍລວມທີ່ວ່າ: ພັດທະນາຂະແໜງໄປສະນີ, ໂທລະຄົມມະນາຄົມ ແລະ ການສືື່ສານ ໃຫ້ກາຍເປັນອຸດສາຫະກໍາທັນສະໄໝ, ມີພື້ນຖານໂຄງລ່າງດ້ວຍລະບົບຄວາມໄວສູງ, ປອດໄພ, ທົ່ວເຖິງ ແລະ ເປັນຈຸດເຊືື່ອມໂຍງກັບພາກພື້ນ ແລະ ສາກົນ ຢ່າງມີຄຸນນະພາບສຸງ ຊ່ວຍຍູ້ແຮງຂອງການພັດທະນາ ເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍຕົວໄວຂຶ້ນ ແລະ ມີຄວາມຍືນຍົງ. ເພືື່ອບັນລຸຈຸດໝາຍລວມດັ່ງກ່າວ, ຈຶ່ງໄດ້ກໍານົດອອກ 9 ວຽກຈຸດສຸມ, 70 ແຜນງານ ແລະ 75 ໂຄງການ ເຊືື່ອມສານເຂົ້າກັບເປົ້າໝາຍການພັດທະນາແບບຍືນຍົງ. ຜ່ານການຈັດຕັ້ງປະຕິບັດບັນດາຄາດໝາຍ, ແຜນງານ ແລະ ໂຄງການຈຸດສຸມ ໃນໄລຍະ 5 ປີຜ່ານມາ ສາມາດສໍາເລັດ 65 ແຜນງານ ທຽບໃສ່ແຜນການເທົ່າກັບ 93% ແລະ 62 ໂຄງການ ມູນຄ່າ 158,79 ຕື້ກີບ, ທຽບໃສ່ແຜນການເທົ່າກັບ 83%.

            ໃນກອງປະຊຸມ ຍັງໄດ້ມີພິທີປະດັບຫຼຽນໄຊ, ຫຼຽນກາ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ແກ່ ກົມກອງ ແລະ ບຸກຄົນ ທີ່ມີຜົນງານດີເດັ່ນ ຊຶ່ງປະກອບມີປະດັບຫຼຽນໄຊແຮງງານ ຊັ້ນ I ໃຫ້ 19 ທ່ານ ແລະ 04 ກົມກອງ, ປະດັບຫຼຽນໄຊແຮງງານ ຊັ້ນ II ໃຫ້ 22 ທ່ານ ແລະ 04 ກົມກອງ, ປະດັບຫຼຽນໄຊ ແຮງງານຊັ້ນ III ໃຫ້ 40 ທ່ານ ແລະ 16 ກົມກອງ, ປະດັບຫຼຽນກາງແຮງງານ ໃຫ້ 150 ທ່ານ ແລະ 01 ກົມກອງ, ມອບໃບຍ້ອງຍໍລັດຖະບານໃຫ້ 516 ທ່ານ, ໃບຍ້ອງຍໍຂັ້ນກະຊວງ ປະເພດດີຫຼາຍ ຈໍານວນ 372 ທ່ານ ແລະ ປະເພດດີ ຈໍານວນ 197 ທ່ານ. ຊຶ່ງໃຫ້ກຽດຂຶ້ນປະດັບຫຼຽນໄຊ ຊັ້ນ I ແລະ ຊັ້ນ II ໂດຍ ທ່ານ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ໃຫ້ກຽດປະດັບຫຼຽນໄຊ ຊັ້ນ III ແລະ ຫຼຽນກາແຮງງານ ໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມນັ້ນ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ໃຫ້ກຽດຂຶ້ນມອບໃບຍ້ອງຍໍລັດຖະບານ ແລະ ໃບຍ້ອງຍໍປະຈໍາປີ 2021 ໃຫ້ແກ່ບຸກຄົນດີເດັ່ນອີກດ້ວຍ.

           ກອງປະຊຸມຄັ້ງນີ້ ຍັງໄດ້ຜ່ານເນື້ອໃນແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ເພືື່ອຮັບປະກັນ 4 ເນື້ອໃນລວມ ຂອງການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃນທົ່ວປະເທດ ແຕ່ນີ້ຫາປີ 2025 ກໍຄື ຄາດໝາຍລວມຂອງກະຊວງເຕັກໂນໂລຊີ ແລະ ການສືື່ສານ ວາງອອກ ໃຫ້ສໍາເລັດຜົນ ແລະ ມີປະສິດທິພາບສູງສຸດ ພາຍໃຕ້ຄໍາຂວັນ ຍົກສູງຄວາມຮັບຜິດຊອບ ຕໍ່ວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ກາຍເປັນກໍາລັງແຮງຂັບເຄື່ອນໃນການຫັນເປັນດິຈິຕ໋ອນ ຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ” ດັ່ງນັ້ນ ບັນດາອົງການຈັດຕັ້ງ 19 ພາກສ່ວນທີ່ຂຶ້ນກັບ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈຶ່ງໄດ້ຈັບມືແຂ່ງຂັນຕາມເນື້ອໃນຂໍ້ແຂ່ງຂັນວາງອອກໃນແຕ່ລະດ້ານ ຄື: ດ້ານການກໍ່ສ້າງຮາກຖານການເມືອງ, ດ້ານການການພັດທະນາເສດຖະກິດ, ດ້ານວັດທະນະທໍາ-ສັງຄົມ ແລະ ດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

           ຕອນທ້າຍຂອງກອງປະຊຸມ ຍັງໄດ້ເປັນກຽດຮັບຟັງການໂອ້ລົມ ຂອງ ທ່ານ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ອີກດ້ວຍ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ