ກຕສ ເຂົ້າອວຍພອນ ຄະນະພັກ-ຄະນະບັນຊາການ ກະຊວງປ້ອງກັນປະເທດ

20/01/2023

ກຕສ ເຂົ້າອວຍພອນ ຄະນະພັກ-ຄະນະບັນຊາການ ກະຊວງປ້ອງກັນປະເທດ

          ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949 - 20 ມັງກອນ 2023), ຄະນະພັກ-ຄະນະນຳ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ນຳໂດຍ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີ ກຕສ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ຄະນະພັກ-ບັນຊາການ ກະຊວງປ້ອງກັນປະເທດ ໂດຍໄດ້ຮັບການຕ້ອນຮັບຈາກ ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ, ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ ກະຊວງ​ປ້ອງ​ກັນ​ປະເທດ, ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ພ້ອມດ້ວຍຄະນະ ໃນຕອນບ່າຍຂອງວັນທີ 18 ມັງກອນ 2023 ຜ່ານມານີ້.

      ໂອກາດດັ່ງກ່າວ, ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ຕາງໜ້າໃຫ້ແກ່ບັນດາສະມາຊິກພັກ-ພະນັກງານ ທົ່ວກະຊວງ ກ່າວສະແດງຄຳອວຍພອນແດ່ ຄະນະພັກ-ບັນຊາການ ກະຊວງປ້ອງກັນປະເທດ ພ້ອມທັງສົ່ງຄວາມຢື້ຢາມຖາມຂ່າວ, ອວຍພອນໄຊ ແລະ ສົ່ງນຳ້ໃຈຮັກແພງ ເຖິງບັນດາບັນດາພະນັກງານ ນັກຮົບ, ນາຍ ແລະ ພົນທະຫານ ໃນທົ່ວກອງທັບທີ່ກຳລັງປະຕິບັດໜ້າທີ່ປ້ອງກັນຊາດ ທັງຢູ່ເຂດຊາຍແດນ, ເຂດຫ່າງໄກສອກຫຼີກ ທົ່ວຜືນແຜ່ນດິນອັນແສນຮັກຂອງປະເທດເຮົາ ຈົ່ງມີສຸຂະພາບແຂງແຮງເຂັ້ມແຂງ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ມີຄວາມສະຫງົບ ແລະ ມີຄວາມໝັ້ນຄົງຂອງຊາດ ເຮັດລ້ອນໜ້າທີ່ທີ່ພັກ-ລັດ ມອບໝາຍໃຫ້, ຊຶ່ງເປັນການສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງທາງດ້ານເສດຖະກິດໃນທຸກໆຂົງເຂດວຽກງານ. ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມທີ່ຈະໃຫ້ການສະໜັບສະໜູນວິຊາສະເພາະທາງດ້ານເຕັກໂນໂລຊີ ແລະ ການສື່ສານ ເພື່ອຊ່ວຍເຫຼືອ, ຊຸກຍູ້ສົ່ງເສີມກອງທັບ ໃຫ້ນັບມື້ນັບເຂັ້ມແຂງ ແລະ ທັນສະໄໝຂຶ້ນເລື້ອຍໆ.

         ໃນໂອກາດເຂົ້າອວຍພອນວັນກອງທັບຄັ້ງນີ້, ກຕສ ຍັງໄດ້ມອບລະບົບເຕັກໂນໂລຊີບໍລິຫານລັດດິຈິຕ໋ອນ, ລະບົບຝາກເວັບໄຊທ໌, ເບີໂທ, ອຸປະກອນການສື່ສານເຄື່ອນທີ່, ມຸ້ງ-ຜ້າຫົ່ມ ແລະ ເງິນສົດ ລວມມູນຄ່າທັງໝົດ 3,362,400,000 ກີບ ຊຶ່ງຕາງໜ້າມອບໂດຍ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ແລະ ຕາງໜ້າຮັບໂດຍ ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ.

          ໂອກາດດຽວກັນ, ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ ໄດ້ຕາງໜ້າໃຫ້ແກ່ກະຊວງປ້ອງກັນປະເທດ ກໍຄື ພົນທະຫານ ແລະ ນັກຮົບທົ່ວກອງທັບ ກ່າວສະແດງຄໍາຂອບໃຈຕໍ່ ກຕສ ​ທີ່ໄດ້ອວຍພອນ​ວັນ​ສ້າງຕັ້ງກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ ແລະ ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ຊຶ່ງ​ເຫັນ​ໄດ້​ເຖິງຄວາມ​ໝາຍ​ຄວາມ​ສຳຄັນຂອງວັນດັ່ງກ່າວ ແລະ ພ້ອມຈະນໍາເອົາລະບົບ-ອຸປະກອນ ແລະ ເຄື່ອງທີ່ໄດ້ນໍາມາມອບໃຫ້ຄັ້ງນີ້ ນໍາໃຊ້ເຂົ້າໃນວຽກງານປົກ​ປັກ​ຮັກສາ​ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ໃຫ້ເກີດປະໂຫຍດສູງສຸດ.

           ໃນວັນດຽວກັນ, ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າອວຍພອນ ສະຫາຍ ພົນຕີ ສະຫວ່າງໄຊ ສີມາວົງ, ຫົວໜ້າຫ້ອງການຄະນະກຳມະການ ປກສ-ປກຊ ສູນກາງ ນຳອີກ.

           ພາບ+ຂ່າວ: ເລັກເຊ່ຍ ສຸດທິວົງ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ