25/01/2023

ເທສະການອາຫານລາວປະຈໍາປີ 2023 ພາຍໃຕ້ຄໍາຂວັນ "ເທສະການອາຫານລາວ ກ້າວສູ່ສາກົນ" ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 24 ມັງກອນ 2023, ທີ່ສວນສາທາລະນະເຈົ້າອານຸວົງ (ແຄມຂອງ), ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ ຊຶ່ງຈັດໂດຍສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ສະມາຄົມນັກທຸລະກິດແມ່ຍິງ. ໃຫ້ກຽດເຂົ້າ ຮ່ວມໃນພິທີມີ ທ່ານ ນາງ ນາລີ ສີສຸລິດ ພັນລະຍາປະທານປະເທດ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງ ສະຫະພັນແມ່ຍິງລາວ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ, ປະທານຄະນະກຳມະການຈັດງານເທສະການອາຫານລາວ ແລະ ບັນດາລັດ ຖະມົນຕີ, ຮອງລັດຖະມົນຕີ, ທູຕານຸທູດ, ຜູ້ໃຫ້ການສະໜັບສະໜູນ ແລະ ນັກທຸລະກິດເຂົ້າຮ່ວມ.
ທ່ານ ນາງ ຈັນທະຈອນ ວົງໄຊ ໄດ້ກ່າວວ່າ: ການຈັດງານຄັ້ງນີ້ແມ່ນມີຈຸດປະສົງເພື່ອສົ່ງເສີມວັດທະນະທຳ ຮີດຄອງປະເພນີກ່ຽວກັບ ອາຫານການກິນ ການດຳລົງຊີວິດແບບລາວໃຫ້ເຊື່ອມໂຍງກັບຍຸກສະໄໝ ກ້າວສູ່ສາກົນໄດ້ຢ່າງລົງຕົວ, ສືບຕໍ່ຊຸກຍູ້ ສົ່ງເສີມແມ່ຍິງຜູ້ຜະລິດ, ຜູ້ປູກຝັງ ແລະ ລ້ຽງສັດ ຜູ້ມີພອນສະຫວັນປຸງແຕ່ງອາຫານ, ຮ້ານຂາຍຍ່ອຍຈາກຕ່າງແຂວງ, ນະຄອນຫຼວງວຽງຈັນ ມາວາງສະແດງ ຂາຍ ແລະ ພັດທະນາຄຸນນະພາບອາຫານໃຫ້ໄດ້ມາດຕະຖານ ສາມາດຂະຫຍາຍການຂາຍກ້າວໄປສູ່ການສັ່ງຈອງ, ການຈັດສົ່ງສິນຄ້າໃຫ້ທົ່ວເຖິງສັງຄົມອັນກວ້າງໄດ້; ພ້ອມນັ້ນ ເພື່ອປຸກລະດົມຜູ້ປະກອບການແມ່ຍິງ ໃນການຜະລິດເປັນສິນຄ້າ ທີ່ມີຄຸນນະພາບໃຫ້ສາມາດສ້າງເຄືອຂ່າຍການຄ້າຢ່າງກວ້າງຂວາງ ໃນຂອບເຂດທົ່ວປະເທດ ແລະ ອອກສູ່ສາກົນເທື່ອລະກ້າວ ໂດຍສະເພາະງານ Word Expo Tokyo 2025 ທີ່ ຈະມາເຖິງນີ້. ພິເສດໃນປີນີ້ໄດ້ຈັດໃຫ້ມີການແຂ່ງຂັນການປຸງແຕ່ງ ເຂົ້າສັງຂະຫຍາ ເຂົ້າກໍ່າ ເພື່ອກຽມຜະລິດໃຫ້ເປັນສິນຄ້າ ຫຼື ຂອງຕ້ອນທີ່ສາມາດສົ່ງໄປຈຳໜ່າຍໃນຮ້ານທັງພາຍໃນ ແລະ ຕ່າງປະເທດ. ນອກນີ້ ຍັງເປັນການສ້າງຂວັນກຳລັງໃຈໃຫ້ແມ່ຍິງໜຸ່ມທີ່ມີພອນສະຫວັນໃນການປຸງແຕ່ງອາຫານໃຫ້ມີໂອກາດອອກມາວາງສະແດງ ແລະ ຂາຍອາຫານທີ່ສາມາດບໍລິການນັກທ່ອງທ່ຽວໃຫ້ນັບມື້ນັບຫລາຍຂຶ້ນ.
ງານເທສະການອາຫານລາວ ຈະດໍາເນີນແຕ່ ວັນທີ 24 ຫາ 28 ມັງກອນ 2023 ເລີ່ມແຕ່ເວລາ 9:00-22:00 ໂມງ, ມີຮ້ານທັງໝົດ180 ຮ້ານ; ໃນນີ້, ມີຮ້ານອາຫານລາວ, ຮ້ານອາຫານປະຍຸກ, ອາຫານສາກົນ ແລະ ສິນຄ້າກະສິກຳລວມ 162 ຮ້ານ; ເຄື່ອງຫັດຖະກຳ 18 ຮ້ານ ຄາດວ່າຈະມີເງິນໝູນວຽນ 3-4 ຕື້ກີບ. ນອກນີ້ ໃນງານຍັງມີກິດຈະກໍາໂຄສະນາສິນຄ້າຂອງບໍລິສັດ, ທະນາຄານ ທີ່ໃຫ້ການສະໜັບສະໜູນງານດັ່ງກ່າວໃນທຸກໆວັນ, ຈັດໃຫ້ມີຮ້ານອາຫານລາວທີ່ເປັນເອກະລັກຈາກ 18 ແຂວງ ໄວ້ໃຫ້ບໍລິການແຂກທີ່ມາທ່ຽວງານສາມາດມາຊີມ-ຊື້ ແລະ ສັ່ງຈອງທາງອິນເຕີເນັດໄດ້; ແຂ່ງຂັນການປຸງແຕ່ງເຂົ້າສັງຂະຫຍາ, ການເດີນແບບຈາກສະຖາບັນບໍລິສັດ LT, ມີນັກຮ້ອງຮັບເຊີນສ້າງຄວາມເບີກບານມ່ວນຊື່ນໃນແຕ່ຄໍ່າຄືນ ແລະ ແຈກຂອງລາງວັນ.
ໃນໂອກາດດັ່ງກ່າວ ທ່ານນາງ ຈັນທະຈອນ ວົງໄຊ ກໍໄດ້ມອບໂລ້ລາງວັນ ແລະ ໃບກຽດຕິຄຸນໃຫ້ແກ່ກຸ່ມບໍລິສັດ, ທະນາຄານ, ບໍລິສັດເອກະຊົນຈໍານວນໜຶ່ງ ແລະ ສະມາຊິກສະມາຄົມນັກທຸລະກິດແມ່ຍິງລາວ ທີ່ໃຫ້ການສະໜັບສະ ໜູນດ້ານງົບປະມານ, ວັດຖຸ, ປັດໄຈສິ່ງອໍານວຍຄວາມສະ ດວກຕ່າງໆທັງໝົດ 36 ພາກສ່ວນ.
ພິທີເປີດງານຄັ້ງນີ້ ຄະນະຂະບວນການ ສະຫະພັນແມ່ຍິງ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ກໍໄດ້ເຂົ້າຮ່ວມ ໂດຍການນຳພາຂອງ ທ່ານ ນາງ ເກສອນ ສຸລິວົງ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ກຕສ ພ້ອມດ້ວຍຕາງໜ້າຄະນະໜ່ວຍສະຫະພັນແມ່ຍິງພາຍໃນກະຊວງ.
ພາບ+ຂ່າວ: ນາງ ທັດສະນີ ພົງບັນດິດ