ສະຫະພັນກຳມະບານ ກຕສ ຮ່ວມກັບ ສູນກາງສະຫະພັນກໍາມະບານລາວ ຮ່ວມກັນສ້າງຂະບວນການຂ່ຳນັບຮັບຕ້ອນວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 67 ປີ
30/01/2023

ເພື່ອເປັນການສ້າງຂະບວນການເນື່ອງໃນໂອກາດຂ່ຳນັບຮັບຕ້ອນວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 67 ປີ (1 ກຸມພາ 1956-1 ກຸມພາ 2023) ທີ່ໃກ້ຈະມາເຖິງນີ້ ໃຫ້ເປັນຂະບວນຝົດຟື້ນ, ໃນຕອນແລງຂອງວັນທີ 27 ມັງກອນ 2023, ສະຫະພັນກຳມະບານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ສູນກາງສະຫະພັນກໍາມະບານລາວ ຈັດກິດຈະກຳແຂ່ງຂັນກິລາ ທີ່ເດີ່ນເຕະບານອາໂລຮາ, ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ທັງເປັນຜູ້ຊີ້ນໍາວຽກງານຂະບວນການກະຊວງ, ສະຫາຍ ນາງ ອາລິຍາວັນ ອັກຄະວົງ, ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ທັງເປັນຜູ້ຊີ້ນໍາວຽກງານຂະບວນການ, ມີສະຫາຍ ສຸດໃຈ ພິມມະສີ, ປະທານສະຫະພັນກຳມະບານ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຄະນະພັກ-ຄະນະນຳ ແລະ ບັນດາພະນັກງານ-ສະມາຊິກກໍາມະບານຂອງທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.




ໃນການຈັດກິດຈະກຳຄັ້ງນີ້ໄດ້ມີການແຂ່ງຂັນກິລາບານເຕະທີມຊາຍ, ທີມປະສົມຊາຍ-ຍິງ ແລະ ກິລາເປຕັງ ຊຶ່ງບັນຍາກາດການແຂ່ງຂັນແມ່ນເຕັມໄປດ້ວຍບັນຍາກາດຢ່າງຄຶກຄື້ນມ່ວນຊື່ນ, ສຳລັບຜົນການແຂ່ງເຕະບານຊາຍແມ່ນທີມກະຊວງເຕັກໂນໂລຊີ ແລະ ການສື່ສານ ເອົາຊະນະ ສູນກາງສະຫະພັນກຳມະບານລາວໄປດ້ວຍຄະແນນ 6-4, ທີມປະສົມຊາຍ-ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເອົາຊະນະ ສູນກາງສະຫະພັນກຳມະບານລາວໄປດ້ວຍຄະແນນ 4-0 ແລະ ການແຂ່ງຂັນ ເປຕັງ ທີມການນໍາກະຊວງເຕັກໂນໂລຊີ ແລະ ການສື່ສານ ເອົາຊະນະ ທີມການນໍາສູນກາງສະຫະພັນກຳມະບານລາວໄປດ້ວຍຄະແນນ 11-7.


ໃນວັນດຽວກັນ, ບັນດາຮາກຖານກຳມະບານທົ່ວກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ສ້າງຂະບວນການອອກແຮງງານລວມ ແລະ ເຂົ້າຮ່ວມການບໍລິຈາກເລືອດ ເພື່ອສ້າງຂະບວນການຕ້ອນຮັບວັນສ້າງຕັ້ງສະຫະພັນກຳມະບານລາວ ອີກດ້ວຍ.



