ຝຶກອົບຮົມ ການນຳໃຊ້ ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ (G-Share/G-Drive) ແລະ ລະບົບຈົດໝາຍເອເລັກໂຕຣນິກຂອງລັດຖະບານ (e-Mail)

01/02/2023

ຝຶກອົບຮົມ ການນຳໃຊ້ ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ (G-Share/G-Drive) ແລະ ລະບົບຈົດໝາຍເອເລັກໂຕຣນິກຂອງລັດຖະບານ (e-Mail)

        ເພື່ອເປັນການສ້າງຂະບວນການຂ່ຳນັບຕ້ອນຮັບ ແລະ ສະເຫຼີມສະຫຼອງ ວັນສ້າງຕັ້ງ ສະຫະພັນກຳມະບານລາວ ຄົບຮອບ 67 ປີ (01 ກຸມພາ 1956 – 01 ກຸມພາ 2023) ແລະ ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ໃນການນຳໃຊ້ ລະບົບ G-Share/G-Drive ແລະ ລະບົບ e-Mail ໃຫ້ ສະມາຊິກກຳມະບານ ໃຫ້ສາມາດນຳໃຊ້ເຂົ້າໃນການ ບໍລິຫານວຽກງານໃນຊີວິດປະຈຳວັນໃຫ້ມີປະສິດທິພາບ ເຊັ່ນ: ການຈັດເກັບບັນດາເອກະສານໄວ້ໃນ Drive, ການແບ່ງປັນ ແລະ ແກ້ໄຂເອກະສານຮ່ວມກັນ ໄດ້ໃນເວລາດຽວກັນ ແລະ ການຕິດຕໍ່ພົວພັນ ສົ່ງຈົດໝາຍ ທາງລັດຖະການ e-Mail ໃຫ້ສະດວກສະບາຍຍິ່ງຂຶ້ນ.

          ໃນຕອນເຊົ້າ ຂອງວັນທີ 31 ມັງກອນ 2023, ສະຫະພັນກຳມະບານ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຈຶ່ງໄດ້ເປີດຊຸດຝຶກອົບຮົມ ການນຳໃຊ້ລະບົບຈັດເກັບ ແລະ ນຳໃຊ້ເອກະສານ ຮ່ວມກັນຂອງພາກລັດ (G-Share/G-Drive) ແລະ ລະບົບຈົດໝາຍເອເລັກໂຕຣນິກຂອງລັດຖະບານ (e-Mail) ໃຫ້ແກ່ ຮາກຖານກຳມະບານ ບັນດາກົມ/ທຽບເທົ່າ ພາຍໃນ ກຕສ, ຂຶ້ນທີ່ຫ້ອງປະຊຸມ ຊັ້ນ5, ກຕສ. ໂດຍການກ່າວເປີດ ຂອງ ສະຫາຍ ຄຳຜາຍ ອິນທະຣາ ຄະນະບໍລິຫານງານສະພັນກໍາມະບານ ກຕສ ມີບັນດາຄະນະຮາກຖານກຳມະບານ ບັນດາກົມ/ທຽບເທົ່າ ພາຍໃນ ກຕສ ແລະ ຄະນະຮັບຜິດຊອບເຂົ້າຮ່ວມທັງໝົດ 40 ກ່ວາ ສະຫາຍ.

        ໃນການຝຶກອົບຮົມຄັ້ງນີ້, ສະຫາຍ ພູຊະນະ ສິລິວົງ ປະທານ ຮາກຖານກຳມະບານ ສູນບໍລິຫານລັດດິຈິຕ໋ອນ ໄດ້ຂຶ້ນນຳສະເໜີ ພາບລວມກ່ຽວກັບ ລະບົບຈັດເກັບ ແລະ ນຳໃຊ້ເອກະສານຮ່ວມກັນຂອງພາກລັດ (G-Share/G-Drive), ແນະນຳກ່ຽວກັບການສ້າງ, ອັບໂຫຼດ ແລະ ຈັດການຟາຍ (File), ການແບ່ງປັນຂໍ້ມູນໃຫ້ກັບບຸກຄົນອື່ນດ້ວຍຮູບແບບຕ່າງໆ ແລະ ການແກ້ໄຂເອກະສານຮ່ວມກັນ, ນອກນັ້ນ ຍັງໄດ້ຍົກຕົວຢ່າງການນຳໃຊ້ເຂົ້າໃນວຽກງານຕົວຈິງ ເພື່ອເປັນແນວທາງໃນການນຳໄປວາງແຜນໃຫ້ສາມາດປັບເຂົ້າໃນລະບົບການເຮັດວຽກຂອງແຕ່ລະພາກສ່ວນເພື່ອການຫັນເປັນທັນສະໄໝໃຫ້ແກ່ບັນດາຜູ້ເຂົ້າຮ່ວມ ກໍຄື ສະມາຊິກກຳມະບານ ບັນດາຮາກຖານ ພາຍໃນກະຊວງ, ພ້ອມນີ້, ກໍໄດ້ສຶບຕໍ່ດຳເນີນການຝຶກອົບຮົມ ລະບົບຈົດໝາຍເອເລັກໂຕຣນິກຂອງລັດຖະບານ (e-Mail). ໂດຍໄດ້ແນະນໍາເຖິງການນຳໃຊ້ ລະບົບຈົດໝາຍເອເລັກໂຕຣນິກຂອງພາກລັດ (mail.gov.la) ຊຶ່ງປະກອບມີ 02​ ຮູບແບບການນໍາໃຊ້ຄື: ນຳໃຊ້ຜ່ານລະບົບຄອມພິວເຕີ ແລະ ຜ່ານໂທລະສັບມືຖື, ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ໃຫ້ສາມາດນຳໃຊ້ລະບົບດັ່ງກ່າວເຂົ້າ ເຂົ້າໃນການປະຕິບັດວຽກງານທີ່ຕົນຮັບຜິດຊອບ ເວົ້າລວມ, ເວົ້າສະເພາະ ກໍແມ່ນຂອງພາກລັດໃຫ້ມີຄວາມປອດໄພ ແລະ ໃຫ້ມີປະສິດທິພາບສູງຂື້ນກວ່າເກົ່າ.
         ໃນໂອກາດດຽວກັນນີ້, ກອງປະຊຸມ ໄດ້ມີການແລກປ່ຽນຄຳຄິດເຫັນ, ໄດ້ມີການຕັ້ງຄຳຖາມ-ຕອບ ແລະ ປຶກສາຫາລື ບັນຫາຕ່າງໆ ທີ່ກ່ຽວຂ້ອງເຖິງການນໍາໃຊ້ ລະບົບ G-Share/G-Drive ແລະ ລະບົບ e-Mail ທີ່ໜ້າສົນໃຈ ແລະ ເປັນປະໂຫຍດ ໃຫ້ແກ່ຜູ້ເຂົ້າຮ່ວມ ຊຶ່ງໄດ້ສ້າງຄວາມມ່ວນຊື່ນ ໃຫ້ແກ່ຜູ້ເຂົ້າຮ່ວມດ້ວຍບັນຍາກາດ​ຟົດ​ຟື້ນມ່ວນຊື່ນ.

        ຂ່າວໂດຍ: ທ.ຊ່ອງດາວ  ພົມມະຈັນ ສູນບໍລິຫານລັດດິຈິຕ໋ອນ.

 

ວິໄສທັດແຜນພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ວິໃສທັດ,ແຜນຍຸດທະສາດ ແລະ ແຜນການ 5 ປີ ຄັ້ງທີ III (2021-2025)
ວາ​ລະ​ສານ ໄອ​ຊີ​ທີ 17
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ